ຈັດກອງປະຊຸມລະດັບສູງຄັ້ງທີ 2 ຂອງເວທີເປິກສາຫາລືການດຳເນີນງານເພື່ອແບ່ງປັນການພັດທະນາທົ່ວໂລກຢູ່ນະຄອນຫຼວງປັກກິ່ງ

2024-07-13 12:58:32 cri

ວັນທີ 12 ກໍລະກົດນີ້, ພິທີເປີດກອງປະຊຸມລະດັບສູງຄັ້ງທີ 2 ຂອງເວທີເປິກສາຫາລືການດຳເນີນງານເພື່ອແບ່ງປັນການພັດທະນາທົ່ວໂລກທີ່ຈະດຳເນີນເປັນເວລາ 3ວັນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ກອງປະຊຸມຄັ້ງນີ້ມີຫົວຂໍ້ຫຼັກວ່າ: ຊຸກຍູ້ການພັດທະນາແບບຍືນຍົງ, ດຳເນີນງານຢ່າງຕໍ່ເນື່ອງເພື່ອຮ່ວມກັນສ້າງອະນາຄົດ, ໂດຍມີຜູ້ຕາງໜ້າລະດັບສູງຂອງ 160 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

   ໃນໂອກາດດັ່ງກ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນໃຫ້ຮູ້ວ່າ: ເມື່ອ 3 ປີກ່ອນ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກໂດຍສຸມໃສ່ແບ່ງປັນການພັດທະນາ ແລະ ເລັ່ງປະຕິບັດວາລະການພັດທະນາແບບຍືນຍົງ. ໃນນີ້, ການພັດທະນາ, ການດຳເນີນງານແລະ ຄວາມສາມັກຄີເປັນເປົ້າໝາຍສຳຄັນຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ.   

   ໃນໄລຍະຈັດກອງປະຊຸມ, ຈີນຍັງຈະຮ່ວມລົງນາມເອກະສານຮ່ວມມືສະບັບໃໝ່ກັບສະຫະພັນສະພາກາແດງ ແລະ ສະພາຊີກວົງເດືອນແດງສາກົນເປັນຕົ້ນ. ບັນດາແຂກຜູ້ມີກຽດຂອງປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມຍັງຈະເປິກສາຫາລືໃນຫົວຂໍ້ຕ່າງໆເຊັ່ນ: ຊຸກຍູ້ການຫັນເປັນທັນສະໄໝຂອງພາກໃຕ້ໂລກ(ລວມເຖິງບັນດາປະເທດພວມພັດທະນາຢູ່ອາຟຣິກກາ, ອາເມຣິກາລາຕິນກັບເຂດກາຣີບີນ, ເກາະດອນມະຫາສະໝຸດປາຊີຟິກ ແລະ ອາຊີ), ການຫັນປ່ຽນດ້ານພະລັງງານກັບການພັດທະນາແບບຍືນຍົງ, ໜ້າທີ່ຂອງຊາວໜຸ່ມທົ່ວໂລກໃນຍຸກດິຈີຕອນ ແລະອື່ນໆ.