ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່(2)

2024-07-13 19:58:16 cri



ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນໄດ້ສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ພາຍໃຕ້ການເປັນປະທານຂອງທ່ານເຕີ້ງສ້ຽວຜິງເມື່ອປີ 1978, ແລະໄດ້ຮັບການລົງເລິກຢ່າງຮອບດ້ານຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງເມື່ອປີ 2013. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ພວກເຮົາຈະລົງບົດຄວາມຕ່າງໆ ເພື່ອບັນລະຍາຍ ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່, ແລະ ຖອດຖອນບົດຮຽນການພັດທະນາປະເທດຊາດ.

 

ຕອນທີ 2: ຮູ້ວິທີເຮັດອັນຖືກຕ້ອງ ລົງແຮງເຄິ່ງດຽວກໍໄດ້ຜົນເປັນທົບເທົ່າ

 

ວັນທີ 23 ພຶດສະພາ 2024, ກອງປະຊຸມສົນທະນາຂອງວິສາຫະກິດ ແລະ ຜູ້ຊ່ຽວຊານກ່ຽວກັບການປະຕິຮູບໄດ້ຈັດຂຶ້ນຢູ່ນະຄອນຈີນານ ເທດສະບານແຂວງຊານຕົ່ງ ທີ່ພາກຕາເວັນອອກຂອງຈີນ. ໃນເວລານັ້ນ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໃກ້ຈະໄຂຂຶ້ນ ແລະຈີນພວມຊຸກຍູ້ການລົງເລິກການປະຕິຮູບຢ່າງຮອບດ້ານໃຫ້ກ້າວໄປຂ້າງໜ້າອີກຄັ້ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນທີ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊ່ານຕົ່ງໄດ້ເປັນປະທານຈັດກອງປະຊຸມຄັ້ງນີ້.

 



ວັນທີ 23 ພຶດສະພາ 2024, ທ່ານສີຈິ້ນຜິງໄດ້ເປັນປະທານກອງປະຊຸມສົນທະນາຂອງວິສາຫະກິດແລະຜູ້ຊ່ຽວຊານ. ພາບນີ້ແມ່ນທ່ານສີຈິ້ນຜິງໂອ້ລົມກັບຜູ້ທີ່ເຂົ້າຮ່ວມກອງປະຊຸມ.

“ຮູ້ວິທີເຮັດອັນຖືກຕ້ອງ, ລົງແຮງພຽງແຕ່ເຄິ່ງດຽວກໍໄດ້ຜົນເປັນທົບເທົ່າ”, ນີ້ຄືສຳນວນຂອງທ່ານເມີ້ງຈື ໜຶ່ງໃນບຸກຄົນຕົວແທນຂອງແນວຄິດປັດຊະຍາຂົງຈື້ ກ່ອນໜ້ານີ້ 2200 ປີ ເຊິ່ງມີຄວາມໝາຍວ່າ: ແນວຄິດຕັດສິນທາງອອກ, ວິທີການຕັດສິນປະສິດທິຜົນ.

ໃນພຶດຕິກຳຕົວຈິງຂອງການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນ, ທ່ານສີຈິ້ນຜິງ ໄດ້ກຳແໜ້ນກົດເກນການປະຕິຮູບຢ່າງເລິກເຊິ່ງ, ລົງເລິກດຳເນີນການສຳຫຼວດຄົ້ນຄວ້າ, ໝູນໃຊ້ຫຼັກການທັດສະນະ ແລະ ວິທີການຂອງລັດທິວັດຖຸນິຍົມສັດຈະວິພາກເພື່ອແກ້ໄຂບັນຫາຕົວຈິງ, ໄດ້ນຳພາປະເທດຈີນໃນຍຸກໃໝ່ດຳເນີນປະຕິບັດຕົວຈິງອັນຍິ່ງໃຫຍ່ໃນການລົງເລິກການປະຕິຮູບຢ່າງຮອບດ້ານ.

ຈາກ “ການໃຫ້ຄົນສ່ວນໜຶ່ງຮັ່ງມີຂຶ້ນກ່ອນ” ຮອດ “ການສຸມໃສ່ແຜນການລວມ”

  ນັບແຕ່ຈີນປະຕິບັດນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ເມື່ອປີ 1987 ເປັນຕົ້ນມາ, ອີງຕາມແນວຄິດຂອງທ່ານເຕີ້ງສ້ຽວຜິງ, ຈີນໄດ້ນຳໃຊ້ນະໂຍບາຍ ຄື: “ອະນຸຍາດໃຫ້ຄົນສ່ວນໜຶ່ງແລະເຂດແຄ້ວນສ່ວນໜຶ່ງຮັ່ງມີຂຶ້ນກ່ອນ, ຜູ້ຮັ່ງມີຂຶ້ນກ່ອນນຳພາຊ່ວຍຜູ້ບໍ່ທັນຮັ່ງມີ ແລ້ວບັນລຸຄວາມຮັ່ງມີຮ່ວມກັນເທື່ອລະກ້າວ.” ເຊິ່ງໄດ້ນຳພາການພັດທະນາເສດຖະກິດແຫ່ງຊາດຈີນຢ່າງມີປະສິດທິຜົນ. ແຕ່ນະໂຍບາຍນີ້ກໍໄດ້ສ່ອງແສງໃຫ້ເຫັນວ່າ: ການຜະລິດແລະການພັດທະນາຂອງສັງຄົມຈີນໃນເວລານັ້ນຂາດຄວາມດຸນດ່ຽງ, ໂດຍຜ່ານການປັບປຸງຢ່າງບໍ່ຢຸດຢັງຈາກ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຫາຄັ້ງທີ 15 ຂອງພັກຄອມມູນິດຈີນ, ນະໂຍບາຍນີ້ໄດ້ກາຍເປັນໜຶ່ງໃນເນື້ອໃນສຳຄັນຂອງທິດສະດີເຕີ້ງສ້ຽວຜິງກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ  ເຊິ່ງໃນເອກະສານສຳຄັນຕ່າງໆຂອງສູນກາງພັກຄອມມູນິດຈີນ ກໍໄດ້ຢືນຢັນແລະເນັ້ນໜັກເຖິງຄວາມໝາຍສຳຄັນຂອງນະໂຍບາຍນີ້ເທື່ອແລ້ວເທື່ອອີກ. ສ່ວນຄວາມຈິງກໍແມ່ນ: ເມື່ອເບິ່ງປະເທດຈີນກ່ອນຊຸມປີ 1980 ແລະ ຫຼັງຊຸມປີ 1980, ຫຼືຟັງຄຳຕີລາຄາຂອງຄົນຕ່າງປະເທດທີ່ມີຕໍ່ຈີນໃນປັດຈຸບັນ, ເບິ່ງຖານະບົດບາດຂອງຈີນໃນວຽກງານສາກົນ, ເບິ່ງລາຍຮັບແລະອາຫານການກິນຂອງຄົນຈີນໃນຊູ່ມື້ນີ້ ກໍຈະໄດ້ຂໍ້ສະຫຼຸບທາງບວກຕໍ່ນະໂຍບາຍນີ້ໄດ້ເຊັ່ນດຽວກັນ.

 



ພາບຂອງນະຄອນຢາງໂຈ່ວແຂວງຈ່ຽງຊູ່ຈີນເມື່ອຊຸມປີ 1980 ກັບຊຸມປີ 2020

ຄົນທັງຫຼາຍເຊິ່ງລວມທັງຊາວຈີນສ່ວນໃຫຍ່ ເຂົາເຈົ້າຄືຊິຈື່ໄດ້ແຕ່ວ່ານະໂຍບາຍກ່ຽວກັບການໃຫ້ຄົນສ່ວນໜຶ່ງຮັ່ງມີຂຶ້ນກ່ອນເທົ່ານັ້ນ, ທີ່ຈິ່ງແລ້ວ “ຄວາມຮັ່ງມີຮ່ວມກັນ” ຈິ່ງແມ່ນເປົ້າໝາຍສຸດທ້າຍຂອງການປະຕິບັດນະໂຍບາຍນີ້ ແລະກໍແມ່ນຫຼັກການພື້ນຖານທີ່ບໍ່ສາມາດຫວັ່ນໄຫວຄອນແຄນໄດ້ຂອງສັງຄົມນິຍົມ. ທ່ານເຕີ້ງສ້ຽວຜິງເຄີຍກ່າວມາຫຼາຍຄັ້ງວ່າ: “ຄວາມດີເລີດທີ່ສຸດຂອງສັງຄົມນິຍົມແມ່ນຄວາມຮັ່ງມີຮ່ວມກັນ ເຊິ່ງສາມາດສ່ອງແສງໃຫ້ເຫັນເຖິງທາດແທ້ຂອງສັງຄົມນິຍົມ.” ເຊິ່ງນີ້ໄດ້ອະທິບາຍຈຸດພິເສດອັນໜຶ່ງ ຄື: ຄວາມທັນສະໄໝແບບຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ ເຊິ່ງເປັນຈຸດພິເສດອັນພົ້ນເດັ່ນທີ່ສຸດຂອງຄວາມທັນສະໄໝແບບຈີນທີ່ປະຊາຊົນຈີນພວມສຸມກຳລັງເພື່ອໃຫ້ບັນລຸຜົນເປັນຈິງ ທັງເປັນເປົ້າໝາຍຂອງການລົງເລິກການປະຕິຮູບຢ່າງຮອບດ້ານທີ່ທ່ານສີຈິ້ນຜິງເປັນຜູ້ຊີ້ນຳນຳພາ.

ເພື່ອບັນລຸເປົ້າໝາຍນີ້, ທ່ານສີຈິ້ນຜິງໄດ້ວາງແຜນການຢ່າງລະອຽດ. ວິທີສຳຄັນທີ່ປະຕິບັດແຜນການນີ້ໃຫ້ດີ ຄື: ລັກສະນະສັງລວມແລະປະສານສົມທົບກັນ, ນີ້ແມ່ນວິທີທີ່ເປັນຂໍກຸນແຈສຳຄັນອັນໜຶ່ງຂອງທ່ານສີຈິ້ນຜິງໃນການປະຕິຮູບ ເຊິ່ງວິທີການນີ້ມີຈຸດພົ້ນເດັ່ນໃນການປະຕິຮູບການພັດທະນາທີ່ບໍ່ດຸນດ່ຽງລະຫວ່າງເຂດແຄ້ວນຕ່າງໆຂອງຈີນ. ເພາະວ່າຈີນມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ເນື້ອທີ່ທາງບົກມີປະມານ 9.600.000 ກິໂລຕາແມັດ, ທ່າແຮງດ້ານຊັບພະຍາກອນທຳມະຊາດຢູ່ເຂດແຄ້ວນຕ່າງໆມີຄວາມແຕກຕ່າງກັນຫຼາຍ, ນີ້ແມ່ນຈຸດພິເສດຂອງຈີນທີ່ມີໜ້ອຍຢູ່ໃນໂລກ. ທ່ານສີຈິ້ນຜິງເຫັນວ່າ: “(ໃນທົ່ວປະເທດຈີນ) ມີຄວາມບໍ່ດຸນດ່ຽງໂດຍທົ່ວໄປ, ດັ່ງນັ້ນຈຶ່ງຕ້ອງຊຸກຍູ້ໃຫ້ມີຄວາມດຸນດ່ຽງທຽບຖານໂດຍຜ່ານຈາກການພັດທະນາ. ນີ້ແມ່ນວິທີສັດຈະວິພາກໃນການພັດທະນາເຂດແຄ້ວນຕ່າງໆຢ່າງກົມກຽວກັນ.” ໂດຍອີງຕາມວິທີສັດຈະວິພາກນີ້, ທ່ານສີຈິ້ນຜິງໄດ້ວາງແຜນແລະຊຸກຍູ້ຍຸດທະສາດສຳຄັນໃນການພັດທະນາເຂດແຄວ້ນຕ່າງໆ ເຊັ່ນການຊ່ວຍຊູຍູ້ໜູນພັດທະນານະຄອນຫຼວງປັກກິ່ງ-ນະຄອນທ່ຽນສິນ-ແຂວງເຫີເປີຍພ້ອມກັນ, ການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກ້ຽງ, ການສ້າງເຂດອ່າວໃຫຍ່ກວາງຕຸ້ງ, ຮົງກົງແລະມາກາວ, ການພັດທະນາເຂດສາມລ່ຽມປາກແມ່ນ້ຳຢາງຊີກ້ຽງແບບເຊື່ອມໂຍງເຂົ້າກັນຢ່າງເປັນເອກະພາບກັນ,  ການອະນຸກລັກຮັກສາສິ່ງແວດລ້ອມນິເວດ ແລະ ການພັດທະນາດ້ວຍຄຸນນະພາບສູງຢູ່ເຂດລ່ອງແມ່ນ້ຳເຫຼືອງ. ນອກຈາກນີ້, ທ່ານສີຈິ້ນຜິງຍັງໄດ້ປະຕິບັດຍຸດທະສາດການພັດທະນາເຂດແຄ້ວນຕ່າງໆຢ່າງກົມກຽວກັນ ເປັນຕົ້ນ: ຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່, ພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຢ່າງຮອບດ້ານ, ພັດທະນາພາກກາງດ້ວຍຄຸນນະພາບສູງ ແລະ ເລັ່ງຊຸກຍູ້ຄວາມທັນສະໄໝຢູ່ພາກຕາເວັນອອກ. ນະໂຍບາຍທີ່ແບບສັງລວມດັ່ງກ່າວໄດ້ປະສານສົມທົບກັນ, ຊຸກຍູ້ປະຕິບັດຕາມລຳດັບ ແລະ ດຸນດ່ຽງ. ທ່ານສີຈິ້ຜິງເຄີຍອະທິບາຍວິທີການແບບນີ້ວ່າ: “ຍຶດໝັ້ນເອົາ ‘ການຢັ່ງຫີນຂ້າມນ້ຳ’ ກັບການອອກແບບຈາກຂັ້ນເທິງສູງສຸດປະສານສົມທົບກັນ, ຍຶດໝັ້ນໃຫ້ການເນັ້ນການແກ້ໄຂບັນຫາກັບການບັນລຸເປົ້າໝາຍປະສານສົມທົບກັນ, ຍຶດໝັ້ນໃຫ້ການທົດລອງປະຕິບັດໄປກ່ອນຢູ່ຈຸດສຸມກັບການຊຸກຍູ້ປະຕິບັດຢ່າງຮອບດ້ານປະສານສົມທົບກັນ, ຍຶດໝັ້ນໃຫ້ການນຳນົດນະໂຍບາຍການປະຕິຮູບກັບການສ້າງກົດໝາຍປະສານສົມທົບກັນ.”

 



ທາງເດີນເຮືອຂອງແມ່ນ້ຳຢາງຊີກ້ຽງທີ່ນະຄອນຈິວຈ່ຽງແຂວງຈ່ຽງຊີ່ຈີນ. ໃນໄລຍະ 10 ກວ່າປີມານີ້, ທ່ານສີ້ຈິນຜິງໄດ້ສ້າງແຜນວາດການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກ້ຽງ ເຊິ່ງໄດ້ສ້າງເປັນແລວເສດຖະກິດແມ່ນ້ຳພາຍໃນທີ່ມີອິດທິພົນຫຼາຍທີ່ສຸດໃນໂລກ ແລະ ແລວຕົວແບບແຫ່ງການສ້າງຄວາມສີວິໄລດ້ານນິເວດ.

 



ທ່າກຳປັ່ນຊິ້ວຢີ່ງແຂວງໄຫຫຼຳຈີນ. ການສ້າງທ່າການຄ້າເສລີໄຫຫຼຳໄດ້ຮັບການຊຸກຍູ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

   ວິທີການທີສອງເພື່ອປະຕິບັດແຜນການດັ່ງກ່າວໃຫ້ດີແມ່ນ ທ່ານສີຈິ້ນຜິງໄດ້ຍຶດໝັ້ນແນວຄິດຄວາມເປັນລະບົບ, ນີ້ກໍເປັນຈຸດພິເສດສຳຄັນອີກອັນໜຶ່ງຂອງການປະຕິຮູບໃນຍຸກໃໝ່ຂອງຈີນ. ໃນໄລຍະຈັດກອງປະຊຸມສອງສະພາເມື່ອປີ 2021 (ຄືສະພາປະຊາຊົນແຫ່ງຊາດຈີນແລະສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ), ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເພິ່ນສັງກັດ, ເມື່ອໄດ້ເວົ້າເຖິງການຄຸ້ມຄອງສິ່ງແວດລ້ອມນິເວດ, ທ່ານສີຈິ້ນຜິງເວົ້າວ່າ: “ການຄຸ້ມຄອງພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງແລະທົ່ງຫຍ້າຢ່າງເປັນລະບົບແລະເປັນເອກະພາບກັນ, ຍັງຕ້ອງເພີ່ມຄຳວ່າ  ‘ທະເລຊາຍ’ ຕື່ມໃສ່.”

ຄຳວ່າ ‘ທະເລຊາຍ’ ນີ້ມີຄວາມໝາຍອັນເລິກເຊິ່ງ. ທ່ານສີຈິ້ນຜິງເພິ່ນເຫັນວ່າ: ການຄຸ້ມຄອງລະບົບນິເວດທຳມະຊາດແລະສິ່ງແວດລ້ອມແມ່ນກ່ຽວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ຕ້ອງຊຸກຍູ້ການປະສານງານເປັນເອກະພາບກັນດ້ວຍແນວຄິດຄວາມເປັນລະບົບ, ດັ່ງນັ້ນ, ຈີນໄດ້ວາງ “ແຜນແມ່ບົດວ່າດ້ວຍການປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດ” ເຊິ່ງໄດ້ສ້າງໂຄງຮ່າງແຫ່ງການສ້າງສິ່ງແວດລ້ອມນິເວດຂອງຈີນ; ໄດ້ສ້າງຕັ້ງກະຊວງຊັບພະຍາກອນທຳມະຊາດແລະກະຊວງນິເວດແລະສິ່ງແວດລ້ອມທີ່ມີສິດແລະໜ້າທີ່ຮັບຜິດຊອບທີ່ຈະແຈ້ງ; ສ້າງແລະຈັດຕັ້ງປະຕິບັດລະບຽບການຕ່າງໆ ເປັນຕົ້ນ ລະບຽບການຕິດຕາມກວດກາການອະນຸລັກສິ່ງແວດລ້ອມນິເວດຂັ້ນສູນກາງ ແລະ ລະບຽບການຜູ້ຄຸ້ມຄອງແມ່ນ້ຳແລະໜອງບຶງ. ການປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດຕ່າງໆທີ່ທ່ານສີຈິ້ນຜິງເປັນຜູ້ຊຸກຍູ້ປະຕິບັດເຫຼົ່ານີ້ ໄດ້ກຳແໜ້ນສາຍພົວພັນລະຫວ່າງການປະຕິຮູບແລະການພັດທະນາຢ່າງຖືກຕ້ອງ.

 

ເຂດອາລາຊານຂອງເຂດປົກຄອງຕົນເອງມົງໂກໃນໄດ້ປະຕິບັດໂຄງການປ້ອງກັນແລະຄຸ້ມຄອງທະເລຊາຍ ໂດຍໄດ້ປົກປັກຮັກສາສິ່ງແວດລ້ອມນິເວດບໍ່ໃຫ້ໄດ້ຮັບຜົນກະທົບຈາກທະເລຊາຍ.

ການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນໃນຍຸກໃໝ່ທີ່ນຳພາໂດຍທ່ານສີຈິ້ນຜິງມີບ່ອນໃໝ່ວ່າ: ຮອບດ້ານ, ແຕ່ມີຄວາມຫຍຸ້ງຍາກຢູ່ບ່ອນວ່າ: ລົງເລິກ.ຄຳວ່າ ຮອບດ້ານ ໝາຍເຖິງຕ້ອງເປັນການປະຕິຮູບໃນທຸກຂົງເຂດທຸກສິ່ງຢ່າງ, ຕາມຄວາມເວົ້າຂອງທ່ານສີຈິ້ນຜິງກໍແມ່ນ: ຕ້ອງເປັນການປະຕິຮູບແລະການປັບປຸງຢ່າງເປັນລະບົບແລະຮອບດ້ານ ເຊິ່ງຈະເປັນການປະຕິຮູບແລະການປັບປຸງແບບສັງລວມແລະປະສານສົມທົບກັນໃນຂົງເຂດຕ່າງໆ.

ສ່ວນຄຳວ່າ ລົງເລິກ ກໍໝາຍເຖິງຕ້ອງເຈາະຈົງເຮັດວຽກນີ້ໃຫ້ເຂົ້າສູ່ລວງເລິກ, ດັ່ງນັ້ນ, ທ່ານສີຈິ້ນຜິງເວົ້າວ່າ: ຕ້ອງກ້າແກ້ໄຂຂອດຍາກ, ກ້າເຮັດໃນສິ່ງທີ່ມີຄວາມສ່ຽງຕ່າງໆ.