ເກືອບທຸກຂໍ້ມູນດ້ານການລົມໂທລະສັບ ແລະ ຂໍ້ຄວາມສັ້ນທາງມືຖືຂອງລູກຄ້າບໍລິສັດໂທລະສັບ ແລະ ໂທລະສານອາເມຣິກາຖືກໂຈລະກຳ

2024-07-13 11:58:51 cri

    ວັນທີ 12 ກໍລະກົດນີ້, ບໍລິສັດໂທລະສັບ ແລະ ໂທລະສານ ຫຼື AT&T ເຊິ່ງເປັນບໍລິສັດໂທລະຄົມອາເມຣິກາຢືນຢັນວ່າ: ພວກໂຈລະກຳຂໍ້ມູນຫຼືແຮັກເກີໄດ້ໂຈລະກຳເກືອບທຸກຂໍ້ມູນດ້ານການໂທລະສັບ ແລະ ຂໍ້ຄວາມສັ້ນທາງມືຖືຂອງລູກຄ້າບໍລິສັດຕົນ, ລວມທັງຂໍ້ມູນລະຫວ່າງວັນທີ 1 ພຶດສະພາ ຫາວັນທີ 31 ຕຸລາ 2022, ນອກນັ້ນຍັງມີຂໍ້ມູນການລົມໂທລະສັບ ແລະ ຂໍ້ຄວາມສັ້ນຂອງວັນທີ 2 ມັງກອນ 2023.