ຈີນແລະຫວຽດນາມຈະຈັດການຫັດແອບຝຶກຊ້ອມຮ່ວມຕ້ານການກໍ່ການຮ້າຍ

2024-07-13 13:40:12 cri

ຕອນບ່າຍວັນທີ 12 ກໍລະກົດນີ້, ທ່ານຈ່າງສ້ຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ເຜີຍແຜ່ຂ່າວກ່ຽວກັບບັນຫາທີ່ກ່ຽວພັນເຖິງການທະຫານໃນໄລຍະມໍ່ໆມານີ້.

ທ່ານຈ່າງສ້ຽວກ່າງກ່າວວ່າ: ອີງຕາມແຜນການຮ່ວມມືປະຈຳປີແລະຄວາມເຫັນທີ່ເປັນເອກະພາບກັນລະຫວ່າງສອງຝ່າຍຈີນ-ຫວຽດນາມ, ກອງຕຳຫຼວດປະກອບອາວຸດຈີນກັບກອງຕຳຫຼວດເຄື່ອນໄຫວໄວຂອງກະຊວງປ້ອງກັນຄວາມສະຫງົບຫວຽດນາມ ຈະຈັດການຫັດແອບຝຶກຊ້ອມຮ່ວມຕ້ານການກໍ່ການຮ້າຍ ພາຍໃຕ້ລະຫັດ “ການຮ່ວມມື-2024” ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນລະຫວ່າງທ້າຍເດືອນກໍລະກົດຫາຕົ້ນເດືອນສິງຫາໜ້ານີ້. ການຝຶກຊ້ອມຮ່ວມຄັ້ງນີ້ຈະຖືເອົາການຮ່ວມກັນຕ້ານລັດທິກໍ່ການຮ້າຍເປັນຫົວຂໍ້ຫຼັກ ເຊິ່ງຈະມີຜົນດີຕໍ່ສອງຝ່າຍໃນການຖອດຖອນແລກປ່ຽນບົດຮຽນດ້ານການຝຶກຊ້ອມສູ້ຮົບຕ້ານການກໍ່ການຮ້າຍ, ເພີ່ມຄວາມເຂົ້າໃຈກັນແລະໄວ້ເນື້ອເຊື່ອໃຈກັນ.