ຈີນສະໜັບສະໜູນລັດຖະບານໂກລົມບີເຈລະຈາກັບກຸ່ມປະກອບອາວຸດທີ່ກ່ຽວຂ້ອງເພື່ອແກ້ໄຂຄວາມຂັດແຍ້ງກັນ

2024-07-13 12:02:00 cri


ໃນກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາໂກລົມບີທີ່ຈັດຂຶ້ນເມື່ອວັນທີ 11 ກໍລະກົດນີ້, ທ່ານຟູ້ຊົງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວຢືນຢັນວ່າ, ຈີນສະໜັບສະໜູນລັດຖະບານໂກລົມບີເຈລະຈາກັບກຸ່ມປະກອບອາວຸດທີ່ກ່ຽວຂ້ອງເພື່ອແກ້ໄຂຄວາມຂັດແຍ້ງກັນ, ພ້ອມກັນນັ້ນກໍສະໜັບສະໜູນປະຊາຄົມໂລກໃຫ້ການຊ່ວຍເຫຼືອແກ່ຂະບວນການສັນຕິພາບຂອງປະເທດໂກລົມບີ.

ທ່ານຟູ້ຊົງ ກ່າວວ່າ: ຈີນຊົມເຊີຍລັດຖະບານໂກລົມບີ ແລະ ກຸ່ມປະກອບອາວຸດ“ກອງທັບປົດປ່ອຍຊາດ” ເຄົາລົບປະຕິບັດຕາມສັນຍາຢຸດຍິງ, ເພື່ອບັນລຸຂະບວນການຢຸດຍິງຖາວອນ. ພ້ອມກັນນັ້ນຈີນກໍຫວັງວ່າການເຈລະຈາສັນຕິພາບລະຫວ່າງລັດຖະບານໂກລົມບີກັບກຸ່ມປະກອບອາວຸດອື່ນໆຈະໄດ້ຮັບປະສິດທິຜົນທີ່ດີ.

ທ່ານຟູ້ຊົງ ກ່າວຕື່ມວ່າ, ຈີນເດັດດ່ຽວສະໜັບສະໜູນໂກລົມໂບຄົ້ນຄວ້າເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນຢ່າງເປັນເອກະລາດແລະເປັນເຈົ້າຕົນເອງ,ເດັດດ່ຽວສະໜັບສະໜູນຂະບວນການສັນຕິພາບທີ່“ຊາວໂກລົມບີເປັນຜູ້ນຳພາ,ເປັນຂອງຊາວໂກລົມບີ”