ວັນທີ 12 ກໍລະກົດນີ້, ຄະນະກຳມະການໂອລິມປິກສາກົນປະກາດວ່າ: ອົງການຕົນຈະຮ່ວມມືກັບຄະນະກຳມະການໂອລິມປິກອາຣັບບີຊາອຸດິດ, ເພື່ອຈັດງານກິລາໂອລິມປິກເອເລັກໂຕຣນິກຄັ້ງທຳອິດຢູ່ອາຣັບບີຊາອຸດິດໃນປີ 2025.
ຍັດຕິທີ່ກ່ຽວຂ້ອງຈະຖືກຍື່ນໃຫ້ກອງປະຊຸມຄົບຄະນະຄັ້ງທີ 142 ຂອງຄະນະກຳມະການໂອລິມປິກສາກົນທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງເພື່ອນຳໄປພິຈາລະນາ.