ກອງປະຊຸມເວທີເປິກສາຫາລືພູຊ່ຽງຊ່ານປັກກິ່ງຄັ້ງທີ 11 ຈະໄຂຂຶ້ນໃນເດືອນກັນຍາ ປີ2024

2024-07-13 13:39:25 cri

ອີງຕາມແຫຼ່ງຂ່າວຈາກກະຊວງປ້ອງກັນປະເທດຈີນແຈ້ງໃຫ້ຮູ້ວ່າ: ຕອນບ່າຍວັນທີ 12 ກໍລະກົດນີ້, ທ່ານ ຈ່າງສ້ຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ເຜີຍແຜ່ຂ່າວກ່ຽວກັບບັນຫາທີ່ກ່ຽວພັນເຖິງການທະຫານໃນໄລຍະມໍ່ໆມານີ້.

ທ່ານຈ່າງສ້ຽວກ່າງກ່າວວ່າ: ກອງປະຊຸມເວທີເປິກສາຫາລືພູຊ່ຽງຊ່ານປັກກິ່ງຄັ້ງທີ 11 ຈະໄຂຂຶ້ນໃນລະຫວ່າງວັນທີ 12-14 ກັນຍາ 2024 ຢູ່ນະຄອນຫຼວງປັກກິ່ງພາຍໃຕ້ຫົວຂໍ້: “ຮ່ວມກັນສ້າງສັນຕິພາບ, ຮ່ວມກັນຊົມໃຊ້ອະນາຄົດ”. ປັດຈຸບັນ, ຈີນໄດ້ເຊື້ອເຊີນຜູ້ຕາງໜ້າທາງການຂອງ 100 ກວ່າປະເທດແລະອົງການຈັດຕັ້ງສາກົນ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດມາເຂົ້າຮ່ວມກອງປະຊຸມ, ວຽກງານກະກຽມກອງປະຊຸມພວມດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ. ຈີນຍິນດີຕ້ອນຮັບຄະນະຜູ້ແທນປະເທດຕ່າງໆມາເຂົ້າຮ່ວມກອງປະຊຸມ ແລະ ຍິນດີຕ້ອນຮັບນັກຂ່າວທັງພາຍໃນ ແລະ ຕ່າງປະເທດມາລາຍງານຂ່າວ.