ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາລົງນາມອັນທີ່ເອີ້ນວ່າ: “ຮ່າງກົດໝາຍວ່າດ້ວຍການຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນລະຫວ່າງຈີນກັບເຂດຊີ່ຈ້າງ(ຕິເບດ)”

2024-07-13 17:25:10 cri


ວັນທີ 13 ກໍລະກົດນີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບອາເມຣິກາລົງນາມອັນທີ່ເອີ້ນວ່າ: “ຮ່າງກົດໝາຍວ່າດ້ວຍການຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນລະຫວ່າງຈີນກັບເຂດຊີ່ຈ້າງ(ຕິເບດ)”.

ໂຄສົກຈີນກ່າວວ່າ: ອັນທີ່ເອີ້ນວ່າ: “ກົດໝາຍວ່າດ້ວຍການຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນລະຫວ່າງຈີນກັບເຂດຕິເບດ” ໄດ້ລະເມີດຫຼັກໝັ້ນ ແລະ ຄຳໝັ້ນສັນຍາຂອງລັດຖະບານອາເມຣິກາທີ່ມີມາໂດຍຕະຫຼອດ, ໄດ້ລະເມີດຫຼັກການພື້ນຖານໃນການພົວພັນສາກົນ, ເປັນການແຊກແຊງວຽກງານພາຍຂອງຈີນຢ່າງບັງອາດ, ໄດ້ທຳລາຍຜົນປະໂຫຍດຂອງຈີນຢ່າງໜັກໜ່ວງ, ແລະສົ່ງສັນຍານອັນຜິດພາດຢ່າງໜັກໜ່ວງໃຫ້ແກ່ອິດທິກຳລັງ “ແບ່ງແຍກເຂດຊີ່ຈ້າງ(ຕິເບດ)ເປັນເອກະລາດ”. ຈີນຄັດຄ້ານຢ່າງເດັດດ່ຽວ ແລະ ໄດ້ປະທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ.

ໂຄສົກຈີນກ່າວຕື່ມວ່າ: ເຂດຊີ່ຈ້າງ(ຕິເບດ)ເປັນສ່ວນໜຶ່ງຂອງຈີນມາຕັ້ງແຕ່ບູຮານນະການ. ວຽກງານຊີ່ຈ້າງເປັນວຽກງານພາຍໃນຂອງຈີນ, ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆເຂົ້າແຊກແຊງ. ບໍ່ວ່າກົນອຸບາຍຂອງຜູ້ໃດ ຫຼື ອິດທິກຳລັງໃດໆທີ່ຢາກກົດໜີບຈີນໂດຍຜ່ານຈາກການວຸ້ນວາຍຢູ່ຊີ່ຈ້າງລ້ວນແຕ່ຈະບໍ່ປະສົບຜົນສຳເລັດຢ່າງແນ່ນອນ. ຖ້າວ່າອາເມຣິກາເຮັດຕາມລຳພັງໃຈແຕ່ຝ່າຍດຽວ, ຈີນຈະປະຕິບັດມາດຕະການຕອບໂຕ້ຢ່າງເຂັ້ມແຂງ, ປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ ຄວາມໝັ້ນຄົງ ແລະ ການພັດທະນາຂອງຕົນ.