ເຈົ້າໜ້າທີ່ອິດສະຣາແອນຢືນຢັນວ່າໄດ້ເປິກສາຫາລືແລ້ວກ່ຽວກັບຄວາມອາດເປັນໄປໄດ້ທີ່ຈະຖອນທະຫານອອກຈາກແລວຟີລາເດວຟີ

2024-07-13 12:59:39 cri

ວັນທີ12ກໍລະກົດນີ້, ເຈົ້າໜ້າທີ່ອິດສະຣາແອນທີ່ໄດ້ເຂົ້າຮ່ວມການເຈລະຈາສັນຍາກ່ຽວກັບການຢຸດຍິງ ແລະ ແລກປ່ຽນຕົວປະກັນໄດ້ກ່າວຢືນຢັນວ່າ: ເຖິງວ່າຫ້ອງວ່າການນາຍົກລັດຖະມົນຕີອິດສະຣາແອນປະຕິເສດບໍ່ຮັບຮອງຂ່າວກ່ຽວກັບອິດສະຣາແອນກຳລັງດຳເນີນການເຈລະຈາກ່ຽວກັບການຖອນທະຫານອອກຈາກເຂດກາຊາ ແລະ ແລວຟີລາເດວຟີ (Philadelphi Corridor) ທີ່ຕິດກັບຊາຍແດນເອຢິບກໍຕາມ, ແຕ່ໃນຕົວຈິງແລ້ວ, ໃນການເຈລະຈາ ຜູ້ຕາງໜ້າຝ່າຍອິດສະຣາແອນໄດ້ເປິກສາຫາລືເຖິງຄວາມອາດເປັນໄປໄດ້ທີ່ຈະຖອນທະຫານອອກຈາກແລວຟີລາເດວຟີ.

ເຈົ້າໜ້າທີ່ອິດສະຣາແອນອ້າງວ່າ: ການຖອນທະຫານອອກຈາກແລວຟີລາເດວຟີເປັນພາກສ່ວນໜຶ່ງຂອງແຜນການທີ່ກ່ຽວຂ້ອງ, ເຊິ່ງແຜນການນີ້ລວມເຖິງການຢູ່ພາຍໃຕ້ການຊ່ວຍເຫຼືອຈາກອາເມຣິກາ ແລະ ປະເທດພັນທະມິດອື່ນໆ, ເພີ່ມທະວີວຽກງານຄວາມໝັ້ນຄົງຢູ່ເຂດຊາຍແດນກາຊາ-ເອຢິບ ເພື່ອຮັບປະກັນບໍ່ໃຫ້ຂະບວນການຕໍ່ຕ້ານອິສຣາມິກປາແລັດສະຕິນຫຼືຮາມາສ ສາມາດຊື້ອາວຸດແລ້ວເລັດລອດຂົນສົ່ງຈາກເອຢິບເຂົ້າສູ່ກາຊາ. ນອກນີ້, ແຜນການດັ່ງກ່າວຍັງຈະລວມເຖິງການສ້າງກຳແພງກັ້ນໃຕ້ດິນຢູ່ລຽບຕາມແລວຟີລາເດວຟີເພື່ອປ້ອງກັນໄພຂົ່ມຂູ່ຈາກລະບົບອຸໂມງຂອງກຸ່ມຮາມາສ.