6 ເດືອນຕົ້ນປີນີ້, ຂະໜາດການຄ້າຂອງຈີນໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່

2024-07-13 13:40:51 cri

ອົງການພາສີຈີນປະກາດໃນວັນທີ 12 ກໍລະກົດນີ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າຂອງຈີນໄດ້ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂະໜາດການຄ້າໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່, ການເຕີບໂຕທີ່ໄລ່ຕາມໄຕມາດມີທ່າອ່ຽງທີ່ດີຂຶ້ນຢ່າງຕໍ່ເນື່ອງ.

ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າຂອງຈີນບັນລຸເຖິງ 21.170 ຕື້ຢວນ, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ມູນຄ່າສົ່ງອອກສິນຄ້າມີເຖິງ 12.130 ຕື້ຢວນ, ເພີ່ມຂຶ້ນ 6,9%; ມູນຄ່ານຳເຂົ້າສິນຄ້າມີເຖິງ 9.040 ຕື້ຢວນ, ເພີ່ມຂຶ້ນ 5,2%. ນອກຈາກນີ້, ມູນຄ່າຂາເຂົ້າຂາອອກຂອງຈີນບັນລຸຫຼາຍກວ່າ 21.000 ຕື້ຢວນເປັນຄັ້ງທຳອິດເມື່ອທຽບໃສ່ໄລຍະດຽວກັນຂອງປະຫວັດສາດ, ແຕ່ລະໄຕມາດ ຈັງຫວະການເຕີບໂຕໄວຂຶ້ນຕາມລຳດັບ ເຊິ່ງໄດ້ຮັກສາທ່ວງທ່າທີ່ດີຂອງການຄ້າກັບຕ່າງປະເທດຕື່ມອີກ. ເມື່ອເບິ່ງຈາກຄູ່ການຄ້າແລ້ວ, ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນ ຄູ່ການຄ້າໃຫຍ່ທີໜຶ່ງ ບັນລຸເຖິງ 3.360 ຕື້ຢວນ, ເພີ່ມຂຶ້ນ 10,5%, ກວມເອົາຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນເຖິງ 15,9%. ສ່ວນມູນຄ່າການຄ້າຂອງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ບັນລຸເຖິງ 10.030 ຕື້ຢວນ, ເພີ່ມຂຶ້ນ7,2%.