ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່(3)

2024-07-14 09:53:59 CRI



ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນໄດ້ສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ພາຍໃຕ້ການເປັນປະທານຂອງທ່ານເຕີ້ງສ້ຽວຜິງເມື່ອປີ 1978, ແລະໄດ້ຮັບການລົງເລິກຢ່າງຮອບດ້ານຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງເມື່ອປີ 2013. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫຼວງປັກກິ່ງປະເທດຈີນ, ພວກເຮົາຈະລົງບົດຄວາມຕ່າງໆ ເພື່ອບັນລະຍາຍ ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່, ແລະ ຖອດຖອນບົດຮຽນການພັດທະນາປະເທດຊາດ.

 

ຕອນທີ 3: "ຜູ້ທີ່ມີໄຫວພິບດັດປັບຢ່າງຊານສະຫຼາດຍ່ອມຄວ້າໄຊ, ຜູ້ທີ່ຮັກສາທາດແທ້ໃນໃຈທັງຕໍ່ຍອດປະດິດສ້າງ ຈະລໍ້າໜ້າໝູ່ຢ່າງແນ່ນອນ"

 

ເດືອນທັນວາ ປີ2012, ທ່ານສີຈິ້ນຜິງ ຫາກໍ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ທ່ານກ່າວວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແມ່ນ ວີທີການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ. ນີ້ຄືການຄັດເລືອກສຳຄັນດ້ານການບໍລິຫານປະເທດຂອງເພິ່ນ. ຫຼັງຈາກນັ້ນ, ສູນກາງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນນຳໄດ້ສ້າງແຜນວາດລວມແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ, ໄດ້ກຳນົດເປົ້າໝາຍລວມ, ຈຸດສຸມດ້ານຍຸດທະສາດ, ວິທີການຊຸກຍູ້ ແລະ ຕາຕະລາງເວລາ, ໄດ້ເປີດຍຸກໃໝ່ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ຊຸກຍູ້ການປະຕິຮູບດ້ວຍການອອກແບບຢ່າງເປັນລະບົບໂດຍລວມ.

 

ຫຼັງຈາກນັ້ນ 10 ກວ່າປີ, ມາຮອດຕົ້ນປີ 2024, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ “ກໍແມ່ນວິທີການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນພາລະກິດຄວາມທັນສະໄໝແບບຈີນຈະສຳເລັດຜົນໄດ້ຫຼືບໍ່ເຊັ່ນດຽວກັນ”. ເຊິ່ງໄດ້ສົ່ງສັນຍານທີ່ເຂັ້ມແຂງວ່າ, ການລົງເລິກການປະຕິຮູບຢ່າງຮອບດ້ານຈະກ້າວເຂົ້າສູ່ໄລຍະສຳຄັນອີກໄລຍະໜຶ່ງ.


ລະຫວ່າງວັນທີ 22 ຫາ 24 ເມສາ 2024, ໃນໂອກາດລົງເຄື່ອນໄຫວຢ້ຽມຢາມສູນຕູ້ຄອນເທັນເນີທາງລົດໄຟນະຄອນຈຸ່ງກິ່ງເຂດນິຄົມສູນກາງຈໍລະຈອນສິນຄ້າສາກົນຈຸ່ງກິ່ງ, ທ່ານສີຈິ້ນຜິງ ໂອ້ລົມສົນທະນາກັບຜູ້ຂັບລົດບັນທຸກສິນຄ້າ, ຜູ້ຂັບລົດໄຟ, ກຳມະກອນຄ່ຽນຖ່າຍສິນຄ້າ ແລະ ພະນັກງານອື່ນໆ.

 

“ວິທີການທີ່ເປັນຂໍກຸນແຈສຳຄັນ”ໄດ້ເຊື່ອມຕໍ່ປະຫວັດສາດ, ປັດຈຸບັນ ແລະ ອະນາຄົດ


ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ລະບຸວ່າ: “ຄວາມທັນສະໄໝແບບຈີນແມ່ນ ພາລະກິດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ, ມີແຕ່ຮັກສາທາດແທ້ຈິ່ງຈະບໍ່ຫຼົງທິດ, ບໍ່ກະທຳຜິດຢ່າງໃຫຍ່, ມີແຕ່ປະດິດສ້າງຈິ່ງຈະສາມາດກຳແໜ້ນກະແສຂອງຍຸກສະໄໝ ແລະນຳພາຍຸກສະໄໝ.”

 

“ໂສເຈີ້ງຊູ່ຊິນ” ແມ່ນມີເຄົ້າກຳເນີດຈາກປຶ້ມ “ຕ້າວເຕີຈິ່ງ” ຂອງເຫຼົາຈື້ ຜູ້ກໍ່ຕັ້ງສາສະໜາເຕົາຂອງຈີນ, ຄວາມໝາຍກໍຄື: ໃນຂະນະທີ່ຮັກສາທາດແທ້, ຍັງຄວນຮູ້ວິທີປະດິດສ້າງ ແລະ ຊອກຮູ້ຄວາມຮູ້ໃໝ່.ພ້ອມກັນນັ້ນ, ເຫຼົາຈື້ຍັງໄດ້ສະເໜີວ່າ: “ຈື່ສາງໝິງປ້ຽນ”,ໝາຍຄວາມວ່າ ຄວນຮັບຮູ້ ແລະ ກຳໄດ້ຫຼັກການທົ່ວໄປ ແລະ ກົດເກນພາວະວິໄສແຫ່ງການພັດທະນາຂອງ ສິ່ງວັດຖຸ ແລະປາກົດການທຸກຢ່າງ, ຍັງສາມາດ ໄປຕາມສະພາບການ, ມີການປ່ຽນແປງຢ່າງໄຫວພິບຄ່ອງແຄ້ວ, ເພື່ອບັນລຸເປົ້າໝາຍທີ່ຮັບຮູ້, ກຳແໜ້ນ ແລະ ໝູນໃຊ້ ສິ່ງວັດຖຸ ແລະປາກົດການຕ່າງໆຢ່າງຮອບດ້ານ. ວິທີການແລະທັດສະນະການຮັບຮູ້ຂອງຊາວຈີນບູຮານທີ່ເນັ້ນຄວາມເປັນເອກະພາບຢ່າງສັດຈະວິພາກລະຫວ່າງລັກສະນະທົ່ວໄປກັບລັກສະນະພິເສດ, ລະຫວ່າງລັກສະນະຫຼັກການກັບຄວາມໄຫວພິບຄ່ອງແຄ້ວ, ເຊິ່ງໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ແນວຄິດບໍລິຫານປະເທດ ແລະ ໂຄງການການປົກຄອງຂອງພັກຄອມມູນິດຈີນໃນຖານະເປັນພັກກຳອຳນາດ. ຄືດັ່ງ ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຢູ່ບົນຂະບວນການໃໝ່ໃນຍຸກໃໝ່, ພວກເຮົາຕ້ອງຍຶດໝັ້ນນຳໃຊ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ເຊິ່ງເປັນເຄັດລັບອັນສຳຄັນເພື່ອແກ້ໄຂບັນຫາໃນການພັດທະນາ, ຮັບມືກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆບົນເສັ້ນທາງກ້າວໄປຂ້າງໜ້າ, ກ້າປະຕິບັດຕົວຈິງ ແລະ ກ້າຜ່ານຜ່າຄວາມຫຍຸ້ງຍາກ, ເດັດດ່ຽວທັບມ້າງແນວຄິດ ແລະ ຂໍ້ບົກຜ່ອງດ້ານກົນໄກລະບຽບການ ທີ່ສະກັດກັ້ນການຊຸກຍູ້ຄວາມທັນສະໄໝແບບຈີນດ້ວຍຄວາມຕັດສິນໃຈຢ່າງເຂັ້ມແຂງໃນການດຳເນີນການປະຕິຮູບຈົນເຖິງທີ່ສຸດ.”



ວັນທີ 29 ພຶດສະພາ 2023, ເຮືອບິນຂະໜາດໃຫຍ່ C919 ຂອງຈີນທີ່ບັນທຸກຜູ້ໂດຍສານໄດ້ບິນຮອດນະຄອນເສິງຕູ່ແຂວງເສສວນເປັນຄັ້ງທຳອິດ. ຈາກການຄົ້ນຄວ້າ, ຜະລິດ, ການສົ່ງມອບຈົນຮອດການນຳໃຊ້ເຂົ້າໃນການບິນການຄ້າ, ເປັນຂີດໝາຍສະແດງໃຫ້ເຫັນວ່າຈີນໄດ້ບັນລຸຄວາມຄືບໜ້າໃໝ່ໃນຂົງເຂດອຸດສາຫະກຳການຜະລິດ.

 

ທ່ານສີຈິ້ນຜິງ ໄດ້ເວົ້າແບບນີ້, ຍິ່ງໄດ້ເຮັດແບບນີ້ຄືກັນ. ເພິ່ນໄດ້ກຳນົດເອົາການລົງເລິກການປະຕິຮູບຢ່າງຮອບດ້ານເປັນແຮງຂັບເຄື່ອນພື້ນຖານໃນການຊຸກຍູ້ຄວາມທັນສະໄໝແບບຈີນ, ເປັນວິທີການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນພາລະກິດຄວາມທັນສະໄໝແບບຈີນຈະສຳເລັດຜົນໄດ້ຫຼືບໍ່. ໃນການປະຕິບັດຕົວຈິງ, ເພິ່ນໄດ້ເນັ້ນໜັກການກໍ່ສ້າງດ້ານລະບຽບການທີ່ເປັນຫຼັກ, ອອກແຮງສ້າງລະບົບລະບຽບການທີ່ຄົບຖ້ວນ, ເປັນລະບຽບແບບແຜນ, ຕາມຫຼັກວິທະຍາສາດ ແລະ ປະຕິບັດຢ່າງມີປະສິດທິຜົນ, ເພື່ອຍົກສູງລະດັບການຫັນເປັນທັນສະໄໝຂອງລະບົບບໍລິຫານປະເທດ.


ຮູບຖ່າຍທາງອາກາດຂອງຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນ. ບົດບາດຕົ້ນຕໍຂອງຫໍພິພິທະພັນແຫ່ງນີ້ແມ່ນສະສົມປື້ມຕຳລາອັນປະເສີດທີ່ສືບທອດມາຈາກປະຫວັດສາດຂອງອະລິຍະທຳຈີນ, ປຽບເໝືອນ “ຄັງສາງຊີນແນວພັນ” ດ້ານວັດທະນະທຳຈີນ, ທັງເປັນ “ສິ່ງກໍ່ສ້າງຕົວແບບດ້ານວັດທະນະທຳ” ທີ່ທ່ານສີຈິ້ນຜິງ ອະນຸມັດສ້າງຕັ້ງຂຶ້ນ.

 

ການປະຕິຮູບໂຄງປະກອບເສດຖະກິດ, ກຳແໜ້ນບັນຫາແກນກາງຄື: ແກ້ໄຂການພົວພັນລະຫວ່າງລັດກັບຕະຫຼາດ, ອອກແຮງຢ່າງຮອບດ້ານ, ບຸກທະລຸໃນຫຼາຍຂົງເຂດ, ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.

 

ການປະຕິຮູບດ້ານປະຊາທິປະໄຕ ແລະ ການປົກຄອງຕາມກົດໝາຍ, ພັດທະນາປະຊາທິປະໄຕປະຊາຊົນໃນທຸກຂັ້ນຕອນ, ຊຸກຍູ້ການເມືອງປະຊາທິປະໄຕສັງຄົມນິຍົມຫັນເປັນລະບຽບການ, ເປັນລະບຽບແບບແຜນ ແລະເປັນຂັ້ນຕອນຢ່າງບໍ່ຢຸດຢັ້ງ, ລະບົບການປົກຄອງຕາມກົດໝາຍຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນນັບມື້ນັບສົມບູນຂຶ້ນ.

 

ການປະຕິຮູບໂຄງປະກອບວັດທະນະທຳ, ຊຸກຍູ້ວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມຫັນປ່ຽນຢ່າງມີການປະດິດສ້າງ ແລະ ພັດທະນາຢ່າງມີການປະດິດສ້າງ, ສ້າງອະລິຍະທຳທັນສະໄໝຂອງປະຊາຊາດຈີນ.

 

ການປະຕິຮູບໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ການເຮັດໃຫ້ເດັກນ້ອຍໄດ້ຮັບການລ້ຽງດູເບິ່ງແຍງ, ນັກຮຽນນັກສຶກສາໄດ້ຮັບການສຶກສາ, ຜູ້ອອກແຮງງານມີລາຍຮັບເທົ່າທີ່ຄວນ, ຜູ້ເຈັບເປັນໄດ້ຮັບການປິ່ນປົວ, ຜູ້ເຖົ້າແກ່ຊະລາໄດ້ຮັບການລ້ຽງດູ, ຜູ້ທີ່ຢາກໄດ້ບ່ອນເພິ່ງພາອາໄສມີເຮືອນຢູ່, ກຸ່ມຄົນດ້ອຍໂອກາດໄດ້ຮັບການຊ່ວຍເຫຼືອ ໃຫ້ຫັນເປັນລະບຽບການ ແລະ ຫັນເປັນລະບົບຢ່າງຕໍ່ເນື່ອງ.

 

ການປະຕິຮູບດ້ານການສ້າງສິ່ງແວດລ້ອມນິເວດ, ລະບົບລະບຽບການກ່ຽວກັບການປ້ອງກັນຢ່າງເຂັ້ມງວດຈາກແຫຼ່ງກຳເນີດ, ຄຸ້ມຄອງຢ່າງເຂັ້ມງວດໃນຂະບວນການ ແລະ ລົງໂທດຢ່າງເຂັ້ມງວດຕໍ່ການກະທຳທີ່ສ້າງຜົນຮ້າຍນັ້ນໄດ້ສ້າງຂຶ້ນໂດຍພື້ນຖານ, ການພັດທະນາຕາມທິດສີຂຽວໄດ້ກາຍເປັນທາດແທ້ອັນຊັດເຈນແຫ່ງການສ້າງປະເທດຈີນທີ່ສວຍງາມ.

 



ທິວທັດທະເລສາບອູ່ຫຼຽງຊູ້ນະຄອນບາຢຽນນົວເຂດປົກຄອງຕົນເອງມົງໂກໃນ. ຫຼາຍປີຜ່ານມາ ຈີນໄດ້ປ້ອງກັນ ແລະ ຄຸ້ມຄອງທະເລຊາຍ, ປູກຕົ້ນໄມ້ໃຫ້ເປັນປ່າ ເຊິ່ງໄດ້ສ້າງເປັນ “ກຳແພງເມືອງຈີນສີຂຽວ” ທີ່ປົກປ້ອງເຂດຊາຍແດນເໜືອຂອງປະເທດໃຫ້ໝັ້ນແກ່ນ.

 

ການປະຕິຮູບການປ້ອງກັນປະເທດ ແລະ ກອງທັບ, ໄດ້ສ້າງໂຄງປະກອບການນຳພາ ແລະ ບັນຊາກອງທັບ, ລະບົບກຳລັງການທະຫານຍຸກປັດຈຸບັນ ແລະ ລະບຽບການກ່ຽວກັບນະໂຍບາຍການທະຫານຄືນໃໝ່,ໄດ້ເພີ່ມແຮງຂັບເຄື່ອນອັນໃຫຍ່ຫຼວງໃຫ້ແກ່ພາລະກິດການສ້າງກອງທັບໃຫ້ເຂັ້ມແຂງ…

 

ການປະຕິຮູບໃນຂົງເຂດການຕ່າງປະເທດ, ໄດ້ວາງແຜນຍຸດທະສາດກ່ຽວກັບການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການສ້າງການພົວພັນສາກົນແບບໃໝ່, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ…

 

ນີ້ແມ່ນລະບົບບໍລິຫານປະເທດແບບໃໝ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ, ເປັນການລວມສູນ ແລະ ຖອດຖອນເອົາບົດຮຽນທີ່ດີທຸກຢ່າງທັງພາຍໃນປະເທດຈີນ ແລະ ຕ່າງປະເທດຈາກສະໄໝບູຮານຈົນມາເຖິງປັດຈຸບັນ.

 

ການສ້າງລະບົບບໍລິຫານປະເທດແນ່ນອນຕ້ອງຮຽກຮ້ອງໃຫ້ຍົກສູງລະດັບການຫັນເປັນທັນສະໄໝດ້ານຄວາມສາມາດບໍລິຫານຂອງພັກກຳອຳນາດ. ໃນຖານະເປັນຜູ້ນຳສູງສຸດຂອງພັກກຳອຳນາດ, ນັບແຕ່ຫາກໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໃນເບື້ອງຕົ້ນ, ທ່ານສີຈິ້ນຜິງກໍໄດ້ສະເໜີທິດທາງກໍ່ສ້າງພັກທີ່ “ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ”, ດຳເນີນການຕ້ານການສໍ້ລາດບັງຫຼວງ, ສົ່ງເສີມການປົກຄອງແບບປອດໃສຂາວສະອາດ, ຍຶດໝັ້ນປັບປຸງແບບແຜນ ແລະເຂັ້ມງວດໃນການປະຕິບັດລະບຽບວິໄນຢ່າງເປັນລະບົບ ແລະ ເຂັ້ມແຂງ. ພ້ອມທັງໄດ້ສະເໜີທິດສະດີການປະຕິວັດໂດຍຕົນເອງຂອງພັກຢ່າງມີການປະດິດສ້າງໂດຍຢູ່ບົນພື້ນຖານພຶດຕິກຳຕົວຈິງຕ່າງໆກ່ຽວກັບການຄຸ້ມຄອງພັກ. ທ່ານສີຈິ້ນຜິງໄດ້ຖືເອົາ “ການປະຕິວັດໂດຍຕົນເອງຂອງພັກ” ເປັນເງື່ອນໄຂເບື້ອງຕົ້ນອັນສຳຄັນສຳລັບພັກຄອມມູນິດຈີນເພື່ອບັນລຸເປົ້າໝາຍການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດ, ເຊິ່ງໄດ້ສ້າງລະບຽບການເພື່ອຮັບປະກັນການກຳອຳນາດຢ່າງຕໍ່ເນື່ອງຂອງພັກຄອມມູນິດຈີນ, ໄດ້ຕອບຄຳຖາມທາງປະຫວັດສາດທີ່ວ່າ ພັກຄອມມູນິດຈີນຄວນພົ້ນຈາກກົດເກນປະຫວັດສາດແຫ່ງການຈາກຄວາມຈະເລີນໄປສູ່ຄວາມຊຸດໂຊມ ເພື່ອບັນລຸການກຳອຳນາດຢ່າງຍາວນານຄືແນວໃດ?



ຢູ່ບ້ານນ້ອຍແຫ່ງໜຶ່ງຂອງແຂວງຢູນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ນາງ ເສີນຖິງຢ້ຽນ ສາວເຜົ່າຈ້ວງ ທີ່ເກີດຊຸມປີ 1990 ມີຄວາມຊຳນິຊຳນານໃນການເຮັດຕຸກກະຕາຫຼາກສີ. ຜົນງານຂອງນາງໄດ້ຖືກໃຊ້ເປັນຂອງຂວັນມອບໃຫ້ແຂກເມືອງຈາກປະເທດອາຊຽນ. ບໍລິສັດຮູບແຕ້ມນະວັດຕະກຳວັດທະນະທຳເພື່ອຫຼຸດຜ່ອນຄວາມທຸກຍາກທີ່ນາງສ້າງຕັ້ງຂຶ້ນນັ້ນ ສາມາດສ້າງມູນຄ່າການຈຳໜ່າຍເຖິງ 1 ລ້ານກວ່າຢວນຕໍ່ປີ ເຊິ່ງໄດ້ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນທ້ອງຖິ່ນ.

 

ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຄື ວິທີການທີ່ເປັນຂໍກຸນແຈສຳຄັນເພື່ອເຊື່ອມຕໍ່ປະຫວັດສາດ, ປັດຈຸບັນ ແລະ ອະນາຄົດ. ເມື່ອເບິ່ງໃນທົ່ວໂລກແລ້ວເຫັນວ່າ: ບໍ່ມີປະເທດໃດ ແລະ ພັກການເມືອງໃດທີ່ ມີຄວາມກ້າຫານທາງການເມືອງ ແລະ ຄວາມຮັບຜິດຊອບທາງປະຫວັດສາດແບບນີ້, ກ້າປະຕິວັດໂດຍຕົນເອງຢ່າງເດັດຂາດ, ບໍ່ມີປະເທດໃດ ແລະ ພັກການເມືອງໃດທີ່ສາມາດຊຸກຍູ້ການປະຕິຮູບໃນຂອບເຂດກວ້າງຂວາງ, ມີຂະໜາດໃຫຍ່ ແລະ ເຂັ້ມແຂງສ່ຳນີ້ພາຍໃນເວລາສັ້ນປານນີ້ ແລະ ກໍບໍ່ມີປະເທດໃດ ແລະ ພັກການເມືອງໃດທີ່ຈະສາມາດໄດ້ມີການປ່ຽນແປງຄັ້ງປະຫວັດສາດ, ການປັບປຸງຄືນໃໝ່ຢ່າງເປັນລະບົບ ແລະ ການສ້າງຄືນໃໝ່ໂດຍລວມແບບນີ້ໃນຂະບວນການປະຕິຮູບ.