ໃນ 6 ເດືອນທຳອິດປີນີ້ ຈີນສະເໜີຍັດຕິມາດຕະຖານສາກົນໃໝ່ເຖິງຮ້ອຍກວ່າສະບັບ

2024-07-14 15:12:14 CRI

ແຫຼ່ງຂ່າວຈາກອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນໃຫ້ຮູ້ວ່າ: ໃນ 6 ເດືອນທຳອິດປີນີ້, ຈີນໄດ້ສະເໜີຍັດຕິມາດຕະຖານສາກົນໃໝ່ຕໍ່ອົງການມາດຕະຖານສາກົນ ຫຼື ISO ແລະ ຄະນະກຳມະການເຕັກນິກໄຟຟ້າສາກົນ ຫຼື IEC 128 ສະບັບ. ຍັດຕິມາດຕະຖານເຫຼົ່ານີ້ໄດ້ກວມເອົາຂົງເຂດຕ່າງໆ ເຊັ່ນ: ເຮືອບິນບໍ່ມີຄົນຂັບ, ປັນຍາປະດິດກັບການຮຽນຮູ້ຂອງເຄື່ອງຈັກ(machine learning), ເຕັກໂນໂລຊີການສື່ສານກັບເຄືອຂ່າຍອິນເຕີເນັດ, ການຜະລິດ ແລະ ການສະສົມພະລັງງານທີ່ສະອາດ, ລະບົບຖານຂໍ້ມູນຜູກພັນ, ສາທາລະນະສຸກ, ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່, ເຕັກໂນໂລຊີອັດຕະໂນມັດ ແລະອື່ນໆ ເຊິ່ງສະແດງໃຫ້ເຫັນວ່າ ຈີນໄດ້ປະກອບສ່ວນຕໍ່ມາດຕະຖານສາກົນໃນຂົງເຂດເຕັກໂນໂລຊີສ່ວນທີ່ເປັນຫົວໃຈສຳຄັນນັບມື້ນັບຫຼາຍຂຶ້ນ.


ນອກນີ້, ໃນ 6 ເດືອນທຳອິດປີນີ້, ຈີນໄດ້ອະນຸມັດມາດຕະຖານລະດັບຊາດໃໝ່ 1.125 ລາຍການ. ໃນນັ້ນ, ມາດຕະຖານລະດັບຊາດໃນຂົງເຂດອຸດສາຫະກຳມີ 930 ລາຍການ, ກວມເອົາ 82,7%, ມາດຕະຖານລະດັບຊາດໃນຂົງເຂດກະສິກຳ ແລະ ຊົນນະບົດມີ 78 ລາຍການ, ໃນຂົງເຂດການບໍລິການມີ 71 ລາຍການ ແລະ ໃນຂົງເຂດການຄຸ້ມຄອງທາງສັງຄົມ ແລະ ການບໍລິການສາທາລະນະມີ 46 ລາຍການ.