ບົດລາຍງານເຄິ່ງປີກ່ຽວກັບການຄ້າກັບຕ່າງປະເທດຂອງຈີນໄດ້ປ່ອຍສັນຍານທີ່ຈະແຈ້ງ 3 ປະການ

2024-07-14 13:41:29 cri

ວັນທີ 12 ກໍລະກົດນີ້, ຈີນໄດ້ເປີດເຜີຍບົດລາຍງານເຄິ່ງປີກ່ຽວກັບການຄ້າກັບຕ່າງປະເທດຂອງຕົນຢ່າງເປັນທາງການ: ຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ມີເຖິງ 21.170 ຕື້ຢວນ, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສືບຕໍ່ ແລະ ປັບປຸງທ່ວງທ່າຟື້ນຕົວຂຶ້ນທີ່ດີ.


ຜົນງານທີ່ດີແບບນີ້ໄດ້ສະແດງອອກໃນດ້ານໃດແດ່? ກ່ອນອື່ນແມ່ນມີຂະໜາດໃຫຍ່ກວ່າເກົ່າອີກ. ຫົກເດືອນຕົ້ນປີນີ້, ຂະໜາດການຄ້າຂາເຂົ້າ-ຂາອອກຂອງຈີນໄດ້ມີຫຼາຍກວ່າ 21.000 ຕື້ຢວນເປັນຄັ້ງທຳອິດໃນໄລຍະດຽວກັນຂອງທຸກປີ ເຊິ່ງໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ເມື່ອສັງເກດຈາກຈັງຫວະການເຕີບໂຕແລ້ວເຫັນວ່າ: ການຄ້າຂາເຂົ້າ-ຂາອອກໃນໄຕມາດທີ 2 ປີນີ້ໄດ້ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄຕມາດທີສອງຂອງປີກາຍ, ຕ່າງໄດ້ເພີ່ມຂື້ນ 2,5% ແລະ 5,7% ຕາມລຳດັບເມື່ອທຽບໃສ່ໄຕມາດທຳອິດຂອງປີນີ້ ແລະ ໄຕມາດທີ 4 ຂອງປີກາຍ ເຊິ່ງສະແດງໃຫ້ເຫັນວ່າ: ທ່ວງທ່າຟື້ນຕົວທີ່ດີຂອງການຄ້າກັບຕ່າງປະເທດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ. ສອງແມ່ນມີຄຸນນະພາບດີກວ່າເກົ່າ. ຫົກເດືອນຕົ້ນປີນີ້, ການຄ້າຂາເຂົ້າ-ຂາອອກສິນຄ້າທົ່ວໄປໄດ້ກວມເອົາ 65% ເຊິ່ງກາຍເປັນກຳລັງຕົ້ນຕໍ ທີ່ຊຸກຍູ້ການເຕີບໂຕຂອງການຄ້າກັບຕ່າງປະເທດ. ນີ້ສະແດງໃຫ້ເຫັນວ່າ: ການຄ້າກັບຕ່າງປະເທດຂອງຈີນໄດ້ປ່ຽນແປງຮູບແບບການພັດທະນາ ແລະ ໄດ້ຍົກລະດັບສູງຂຶ້ນຢ່າງຈະແຈ້ງ, ຮູບແບບການຄ້າທີ່ມີຄຸນນະພາບສູງ ທີ່ຖືການຄ້າທົ່ວໄປເປັນຕົວແທນນັ້ນ ພວມກາຍເປັນກຳລັງຫຼັກແຫຼ່ງ.

ຂະໜາດການຄ້າໃຫຍ່ກວ່າເກົ່າ ແລະ ມີຄຸນນະພາບດີກວ່າເກົ່າ ກໍໄດ້ສ້າງໂອກາດໃຫ້ແກ່ໂລກຫຼາຍກວ່າເກົ່າ. ນອກຈາກໄດ້ສະໜອງຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ລາຄາຖືກໃຫ້ແກ່ປະເທດຕ່າງໆໃນໂລກແລ້ວ, ຈີນຍັງໄດ້ເປີດຕະຫຼາດບໍລິໂພກອັນໃຫຍ່ຫຼວງໃຫ້ແກ່ຜະລິດຕະພັນປະເທດຕ່າງໆ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ຫົກເດືອນຕົ້ນປີນີ້, ການນຳເຂົ້າສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະໜາດການຄ້ານຳເຂົ້າໄດ້ຂະຫຍາຍຕົວກວ້າງອອກຢ່າງໜັກແໜ້ນ. ຄຽງຄູ່ກັບລັດຖະບານຈີນປະຕິບັດນະໂຍບາຍຕ່າງໆທີ່ເປີດປະຕູສູ່ພາຍນອກ, ສິນຄ້າທີ່ມີເອກະລັກພິເສດຂອງປະເທດຕ່າງໆຈະເຂົ້າສູ່ຕະຫຼາດຈີນໄດ້ຢ່າງສະດວກກວ່າເກົ່າ, ວິສາຫະກິດຕ່າງປະເທດກໍຈະມີພື້ນທີ່ການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າຢູ່ຈີນ.


ຫວ່າງມໍ່ໆມານີ້, ທະນາຄານໂລກ, ອົງການກອງທຶນເງິນຕາສາກົນ ແລະ ສະຖາບັນການເງິນອື່ນໆໃນສາກົນ ຕ່າງກໍໄດ້ປັບຄາດໝາຍຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີ 2024 ໃຫ້ສູງຂຶ້ນ.ອົງການກອງທຶນເງິນຕາສາກົນໄດ້ຄົ້ນຄວ້າແລ້ວເຫັນວ່າ: ສະເລ່ຍແລ້ວ, ເມື່ອເສດຖະກິດຈີນໄດ້ເຕີບໂຕ 1%, ສະເລ່ຍແລ້ວຈະເຮັດໃຫ້ການຜະລິດຂອງກຸ່ມເສດຖະກິດອື່ນເພີ່ມຂຶ້ນ 0,3% ເຊິ່ງໄດ້ຢືນຢັນອີກເທື່ອໜຶ່ງວ່າ: ເສດຖະກິດຈີນຍັງຄົງແມ່ນຫົວຈັກໃຫຍ່ທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ, ຕະຫຼາດຈີນແມ່ນຕະຫຼາດທີ່ນັກລົງທຶນຕ່າງປະເທດປະຕິເສດບໍ່ໄດ້.