ທາງລົດໄຟລາວ-ໄທເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ ຈະສ້າງຜົນປະໂຫຍດແນວໃດໃຫ້ແກ່ການພັດທະນາຂອງພາກພື້ນ?

2024-07-14 10:28:44 cri

ເມື່ອບໍ່ດົນມານີ້, ອົງການທາງລົດໄຟແຫ່ງຊາດໄທປະກາດວ່າ: ທາງລົດໄຟຂ້າມຊາຍແດນທີ່ເຊື່ອມຕໍ່ນະຄອນຫຼວງບາງກອກຂອງໄທ(ສະຖານີກາງກຸງເທບອະພິວັດ) ແລະ ນະຄອນຫຼວງວຽງຈັນຂອງລາວ(ສະຖານີຄຳສະຫວາດ)ໄດ້ເລີ່ມທົດລອງການນຳໃຊ້ໃນລະຫວ່າງວັນທີ 13 ຫາ 14 ກໍລະກົດນີ້. ທາງລົດໄຟລາວ-ໄທທີ່ຈະເປີດນຳໃຊ້ໃນໄວໆນີ້ ບໍ່ພຽງແຕ່ຈະປັບປຸງຄົມມະນາຄົມທາງລົດໄຟລະຫວ່າງລາວກັບໄທເທົ່ານັ້ນ, ຍັງຈະເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ, ຊຸກຍູ້ການຄ້າ, ການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ກັນຂອງປະຊາຊົນລະຫວ່າງລາວ, ໄທກັບຈີນ, ສ້າງເປັນເຄືອຂ່າຍທາງລົດໄຟພາກພື້ນທີ່ກວມເອົາຈີນ, ລາວ, ໄທ, ມາເລເຊຍ ແລະ ສິງກະໂປ.

Nikkei Asia ຂອງຍີ່ປຸ່ນໄດ້ລົງບົດວິເຄາະໂດຍລະບຸວ່າ: ເຖິງແມ່ນວ່າໄທ ແລະ ຈີນບໍ່ມີຊາຍແດນຕິດຈອດກັນ, ແຕ່ການຮ່ວມມືດ້ານທາງລົດໄຟຈະເຮັດໃຫ້ການຂົນສົ່ງລະຫວ່າງສອງປະເທດດັ່ງກ່າວໄດ້ເຊື່ອມຈອດກັນແບບບໍ່ມີຂໍ້ຄົງຄ້າງ. ອີງຕາມສູນຄົ້ນຄວ້າກະສິກອນໄທຄາດຄະເນວ່າ: ໃນປີ 2024 ນີ້, ໂດຍຜ່ານຊ່ອງທາງດ່ວນ ກໍຄືທາງລົດໄຟລາວ-ໄທ ແລະ ທາງລົດໄຟຈີນ-ລາວ, ມູນຄ່າການສົ່ງອອກຕໍ່ຈີນຂອງໄທຜ່ານທາງບົກຈະເພີ່ມຂຶ້ນ 17%, ບັນລຸຸເຖິງເກືອບ 250 ຕື້ບາດ ແລະ ຕົວເລກນີ້ຍັງອາດຈະເພີ່ມຂຶ້ນຕື່ມອີກໃນຕໍ່ໜ້າ.

ໂດຍຜ່ານການຊຸກຍູ້ການຮ່ວມມືມາເປັນເວລາຫຼາຍປີ, ຈີນ, ລາວ ແລະ ໄທໄດ້ສ້າງພື້ນຖານຂອງການເຊື່ອມຕໍ່ທາງລົດໄຟ. ໃນເດືອນທັນວາປີ 2021, ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ. ໂດຍຜ່ານການເປີດບໍລິການເປັນເວລາ 2 ປີປາຍມານີ້, ຄວາມສາມາດການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ ແລະ ການພັດທະນາຮ່ວມກັນຂອງພາກພື້ນ. ໃນຂະນະດຽວກັນ, ການກໍ່ສ້າງທາງລົດໄຟຈີນ-ໄທກໍມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ໄທຕັ້ງຢູ່ດິນແດນປະເທດໄທ, ເປັນໂຄງການສຳຄັນຂອງຈີນ ແລະ ໄທໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມທັງເປັນທາງລົດໄຟມາດຕະຖານຄວາມໄວສູງສາຍທຳອິດຂອງປະເທດໄທ.

ທາງລົດໄຟລາວ-ໄທເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ ຈະສ້າງຜົນປະໂຫຍດໃໝ່ໃຫ້ແກ່ປະເທດພາຍໃນພາກພື້ນ. ຈີນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງໄທ. ອີງຕາມຂໍ້ມູນຈາກລັດຖະບານໄທສະແດງໃຫ້ເຫັນວ່າ: ໃນເດືອນມັງກອນຫາເດືອນພະຈິກປີ 2023 ທີ່ຜ່ານມາ, ມູນຄ່າການສົ່ງອອກຕໍ່ຈີນຂອງໄທໄດ້ບັນລຸຫຼາຍກວ່າ 30 ຕື້ໂດລາ. ທາງລົດໄຟລາວ-ໄທຈະຊ່ວຍໃຫ້ຜະລິດຕະພັນຂອງໄທສົ່ງອອກສູ່ຈີນໂດຍຜ່ານທາງລົດໄຟຈີນ-ລາວ ເຊິ່ງເປັນທາງເລືອກອີກເສັ້ນໜຶ່ງສຳລັບສິນຄ້າໄທທີ່ສົ່ງອອກສູ່ຈີນ, ປັບປຸງສະພາບການຂົນສົ່ງສິນຄ້າລະຫວ່າງຈີນ, ລາວ ແລະ ໄທໃຫ້ດີກວ່າເກົ່າ, ຫຼຸດເວລາການຂົນສົ່ງສິນຄ້າລະຫວ່າງສາມປະເທດດັ່ງກ່າວຕື່ມອີກ, ຫຼຸດຕົ້ນທຶນການຂົນສົ່ງ ແລະ ເພີ່ມທະວີການໄປມາຫາສູ່ກັນດ້ານການຄ້າພາຍໃນພາກພື້ນ.

ຈີນ ແລະ ບັນດາປະເທດສະມາຊິກອາຊຽນຍັງໄດ້ເພີ່ມທະວີການຮ່ວມມືໃນຂົງເຂດການທ່ອງທ່ຽວ. ການຍົກເວັ້ນວີຊາຖາວອນລະຫວ່າງຈີນ ແລະ ໄທໄດ້ເລີ່ມມິຜົນບັງຄັບໃຊ້ໃນວັນທີ 1 ມີນາປີນີ້, ປະເທດລາວກໍໄດ້ອອກນະໂຍບາຍຍົກເວັ້ນວີຊາສຳລັບນັກທ່ອງທ່ຽວຈີນ. ທາງລົດໄຟລາວ-ໄທກຽມຈະເປີດນຳໃຊ້ ກໍຖືວ່າຖືກກັບໄລຍະເວລາ. ທາງລົດໄຟລາວ-ໄທສາມາດເຊື່ອມຕໍ່ກັບຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟຈີນ-ລາວ, ເຮັດໃຫ້ນະຄອນຄຸນໝິງ, ສິບສອງພັ່ນນາ, ນະຄອນຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ຕົວເມືອງອື່ນໆເຊື່ອມຕໍ່ກັນ, ນັກທ່ອງທ່ຽວອອກເດີນທາງແຕ່ຕອນເຊົ້າ ກໍສາມາດໄປຮອດຈຸດໝາຍປາຍທາງໃນຕອນແລງ, ເຮັດໃຫ້ບູຮານສະຖານ ແລະ ແຫຼ່ງທ່ອງທ່ຽວທຳມະຊາດແຫ່ງຕ່າງໆທີ່ຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫຼາຍກວ່າເກົ່າ, ຊຸກຍູ້ການພັດທະນາຊັບພະຍາກອນການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ.

ຫຼັງຈາກທາງລົດໄຟລາວ-ໄທເຊື່ອມຕໍ່ກັບທາງລົດໄຟຈີນ-ລາວແລ້ວ, ຈະຊຸກຍູ້ການສ້າງເຄືອຂ່າຍທາງລົດໄຟຄວາມໄວສູງຂ້າມຊາຍແດນຈີນ-ລາວ-ໄທ ແລະ ສ້າງພະລັງຂັບເຄື່ອນອັນແຂງແຮງໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດພາກພື້ນ. ການເຊື່ອມໂຍງເຊື່ອມຈອດກັນຂອງເຄືອຂ່າຍຄົມມະນາຄົມທາງລົດໄຟຄວາມໄວສູງຈີນ-ລາວ-ໄທ ສາມາດຮັບໃຊ້ປະເທດສະມາຊິກອາຊຽນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມດ້ວຍຕົວເມືອງສຳຄັນໃນ 31 ແຂວງ (ເຂດປົກຄອງຕົນເອງ, ກຳແພງນະຄອນ)ຂອງຈີນ ໃນການເປີດກວ້າງການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ ເພື່ອສ້າງພະລັງຊີວິດອັນໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ.