ຫຼາຍຕົວເລກດັດສະນີດ້ານການຂົນສົ່ງສິນຄ້າຕາມທາງລົດໄຟຈີນໃນເດືອນມິຖຸນາຜ່ານມາໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2024-07-14 13:43:26 cri

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນໃຫ້ຮູ້ວ່າ: ເດືອນມິຖຸນາປີນີ້, ທາງລົດໄຟແຫ່ງຊາດຈີນໄດ້ຂົນສົ່ງສິນຄ້າ 332 ລ້ານໂຕນ, ຂົນຖ່າຍສິນຄ້າ 266,5 ຕື້ໂຕນ, ຕ່າງໄດ້ເພີ່ມຂຶ້ນ 6,1% ແລະ 5,3% ຕາມລຳດັບ, ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ.


ປັດຈຸບັນນີ້, ການຂົນສົ່ງສິນຄ້າ ແລະ ການຂົນຖ່າຍສິນຄ້າຕາມທາງລົດໄຟຂອງຈີນລ້ວນແຕ່ເປັນອັນດັບໜຶ່ງຂອງໂລກ ທັງໄດ້ຮັກສາການເຄື່ອນໄຫວເປັນຢ່າງດີ. ໃນນັ້ນ, ຍອດປະລິມານການຂົນສົ່ງສິນຄ້າໄດ້ຫຼາຍກວ່າຍອດປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟຂອງອາເມຣິກາ ທີ່ເປັນອັນດັບສອງຂອງໂລກ ບວກກັບຍອດປະລິມານການຂົນສົ່ງສິນຄ້າຂອງຣັດເຊຍ ທີ່ເປັນທີ 3 ຂອງໂລກ.