ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວ ກ່ຽວກັບທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກບາດເຈັບໃນການຍິງກັນ.

2024-07-14 16:23:20 cri

ຕອນບ່າຍວັນທີ 13 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກລູກປືນ ໃນເວລາເຂົ້າຮ່ວມການໂຮມຊຸມນຸມແຂ່ງຂັນເລືອກຕັ້ງປະທານາທິບໍດີ.

ຕໍ່ເລື່ອງນີ້, ວັນທີ 14 ກໍລະກົດນີ້, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນເອົາໃຈໃສ່ຕໍ່ເຫດການທີ່ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກລູກປືນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປເຖິງທ່ານໂດໂນ ທຣຳ ເພື່ອສະແດງຄວາມເຫັນໃຈຕໍ່ທ່ານ.