ຣັດເຊຍມີຄວາມສາມາດພໍທີ່ຈະຮັບມືກັບອາເມຣິກາຈັດວາງລູກສອນໄຟນຳວິຖີໄລຍະຍາວຢູ່ເອີຣົບ

2024-07-14 13:30:21 cri

ວັນທີ 13 ກໍລະກົດນີ້, ທ່ານດີມິຕຣີ ເປັສໂກຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ອາເມຣິກາໄດ້ຈັດວາງລູກສອນໄຟນຳວິຖີຢູ່ເອີຣົບທີ່ແນໃສ່ຣັດເຊຍມາໂດຍຕະຫຼອດ, ແຕ່ຣັດເຊຍມີຄວາມສາມາດອັນພຽງພໍເພື່ອຮັບມືກັບລູກສອນໄຟນຳວິຖີຂອງອາເມຣິກາທີ່ຈັດວາງຢູ່ເອີຣົບ. ສະນັ້ນ, ຣັດເຊຍໄດ້ກຳນົດເອົາສະຖານທີ່ຈັດວາງລູກສອນໄຟນຳວິຖີເຫຼົ່ານີ້ເປັນເປົ້າໝາຍເລັງໃສ່ຂອງລູກສອນໄຟນຳວິຖີຂອງຣັດເຊຍ, ສ່ວນປະເທດເອີຣົບເຫຼົ່ານີ້ຈະເປັນຜູ້ໄດ້ຮັບຜົນກະທົບທີ່ບົ່ມຊ້ອນ. ທ່ານດີມິຕຣີ ເປັສໂກຟກ່າວຕື່ມວ່າ: ສະພາບການດັ່ງກ່າວແມ່ນຄືກັນກັບສະພາບການໃນສະໄໝສົງຄາມເຢັນ, ປະຫວັດສາດກຳລັງວົກວຽນມາຊ້ຳ.