ຜູ້ຕ້ອງສົງໄສ 3 ຄົນໃນຄະດີລັກພາຕົວພົນລະເມືອງຈີນຖືກສົ່ງກັບຈີນ

2024-07-14 15:14:57 CRI

 

ວັນທີ 13 ກໍລະກົດນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ ແລະ ຟິລິບປິນໄດ້ຮ່ວມມືກັນ ໂດຍຜູ້ຕ້ອງສົງໄສ 3 ຄົນໃນຄະດີລັກພາຕົວພົນລະເມືອງຈີນທີ່ເກີດຂຶ້ນຢູ່ຟິລິບປິນຖືກສົ່ງກັບຈີນ. ການເຄື່ອນໄຫວເທື່ອນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງສອງປະເທດ ໃນການຮ່ວມກັນປາບປາມຜູ້ກະທຳຄວາມຜິດທີ່ລີ້ຕົວຢູ່ໃນການພະນັນຜ່ານທາງອິນເຕີເນັດຢູ່ຟິລິບປິນ.


ກົດໝາຍຂອງຈີນໄດ້ເກືອດຫ້າມການຫຼິ້ນພະນັນທຸກຮູບແບບ ເຊິ່ງລວມທັງການພະນັນຜ່ານທາງອິນເຕີເນັດ, ພົນລະເມືອງຈີນອອກໄປຫຼິ້ນພະນັນຢູ່ຕ່າງປະເທດ, ສ້າງສະຖານທີ່ຫຼິ້ນພະນັນຢູ່ຕ່າງປະເທດ ແລະຊັກຊວນພົນລະເມືອງຈີນໄປຫຼິ້ນພະນັນເປັນຕົ້ນ, ການກະທຳເຫຼົ່ານີ້ລ້ວນແຕ່ເປັນການລະເມີດກົດໝາຍ. ລັດຖະບານຈີນປາບປາມການຫຼິ້ນພະນັນ ພ້ອມດ້ວຍການລັກພາຕົວເປັນຕົ້ນມາໂດຍຕະຫຼອດ. ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືກັບຟິລິບປິນດ້ານການບັງຄັບໃຊ້ກົດໝາຍ ທັງຮຽກຮ້ອງໃຫ້ຟິລິບປິນຍົກເລີກຂະແໜງການຫຼິ້ນພະນັນຜ່ານທາງອິນເຕີເນັດໂດຍໄວ ເພື່ອກຳຈັດບັນຫາຈາກກົກຮາກ.