ງານໂຮມຊຸມນຸມປາຖະກະຖາຂອງທ່ານໂດໂນ ທຣຳເກີດເຫດການຍິງກັນ

2024-07-14 13:32:54 cri

ອົງການ USSS ຂອງອາເມຣິກາແຈ້ງໃຫ້ຮູ້ໃນວັນທີ 13 ກໍລະກົດນີ້ວ່າ: ມືປືນຄົນໜຶ່ງໄດ້ຍິງປືນຫຼາຍນັດໃສ່ເວທີປາຖະກະຖາຂອງທ່ານໂດໂນ ທຣຳ. ມືປືນຄົນນີ້ໄດ້ຖືກຍິງຕາຍແລ້ວ, ຜູ້ຊົມໃນງານ 1 ຄົນໄດ້ເສຍຊີວິດ ແລະ 2 ຄົນໄດ້ຮັບບາດເຈັບ. ປັດຈຸບັນ ກຳລັງດຳເນີນການສືບສວນ-ສອບສວນຕໍ່ເຫດການດັ່ງກ່າວ.

ເຈົ້າໜ້າທີ່ໄອຍະການຂອງທ້ອງຖິ່ນດັ່ງກ່າວກ່າວວ່າ: ມືປືນຄົນນີ້ໄດ້ນຳໃຊ້ປືນຍາວ AR ຍິງລູກປືນ 8 ນັດຈາກຕຶກແຫ່ງໜຶ່ງທີ່ຢູ່ທາງຂ້າງສະຖານທີ່ຈັດງານ ເຊິ່ງຫ່າງຈາກທ່ານໂດໂນ ທຣຳປະມານ 180 ແມັດຫາ 275 ແມັດ.

ຕອນບ່າຍວັນທີ 13 ກໍລະກົດນີ້, ໃນເວລາທ່ານໂດໂນ ທຣຳກ່າວປາຖະກະຖາໃນງານໂຮມຊຸມນຸມແຂ່ງຂັນເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນຢູ່ລັດເປນຊິນວາເນຍຂອງອາເມຣິກາ, ຢູ່ສະຖານທີ່ຈັດງານໄດ້ມີສຽງປືນດັງຂຶ້ນ. ທີມງານເລືອກຕັ້ງຂອງທ່ານໂດໂນ ທຣຳແຈ້ງໃຫ້ຮູ້ວ່າ: ພາຍຫຼັງກວດກາຢູ່ໃນໂຮງໝໍທ້ອງຖິ່ນດັ່ງກ່າວ, ທ່ານໂດໂນ ທຣຳມີສະພາບທີ່ໝັ້ນທ່ຽງ ແລະ ປອດໄພ. ພາບວີດີໂອໄລຟສົດສະແດງໃຫ້ເຫັນວ່າ: ຫູເບື້ອງຂວາຂອງທ່ານໂດໂນ ທຣຳມີຮອຍເລືອດ.