ເລີ່ມສົ່ງຕໍ່ທວນໄຟສັກສິດງານໂອລິມປິກປາຣີປີ 2024 ຢູ່ນະຄອນຫຼວງປາຣີ

2024-07-15 14:42:23 cri


    ວັນທີ 14 ກໍລະກົດນີ້,  ກິດຈະກຳສົ່ງຕໍ່ທວນໄຟສັກສິດງານມະຫາກຳກິລາໂອລິມປິກປາຣີປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງ.

   ຫຼັງຈາກໄດ້ສົ່ງຕໍ່ທວນໄຟສັກສິດງານກິລາໂອລິມປິກປາຣີມາເປັນເວລາສອງເດືອນປາຍ 68 ໄລຍະ, ທວນໄຟສັກສິດກໍໄດ້ຖືກສົ່ງໄປຮອດນະຄອນຫຼວງປາຣີ ແລະເປີດເສີມໜ້າໃນພິທີສວນສະໜາມເພືຶ່ອສະຫຼອງວັນຊາດຝຣັ່ງໃນວັນທີ 14 ກໍລະກົດນີ້ ແລະເລີ່ມສົ່ງຕໍ່ທວນໄຟສັກສິດໄປຍັງຈຸດໝາຍສຸດທ້າຍ.

   ການສົ່ງຕໍ່ທວນໄຟສັກສິດງານກິລາໂອລິມປິກຢູ່ປາຣີຈະດຳເນີນເປັນເວລາສອງວັນ, ໄລຍະທາງ ຍາວປະມານ 58,5 ກິໂລແມັດ.

   ພ້ອມກັນນັ້ນ, ຢູ່ສະໜາມຫຼວງສຳນັກງານປົກຄອງນະຄອນຫຼວງປາຣີກໍໄດ້ຈັດກິດຈະກຳສະຫຼອງຢ່າງມະໂຫລານຂຶ້ນນັບແຕ່ວັນທີ 14 ກໍລະກົດນີ້ເປັນຕົ້ນໄປ ເພື່ອຕ້ອນຮັບທວນໄຟສັກສິດມາເຖິງປາຣີ. ຈາກນັ້ນ ກໍຈະມີການສະແດງບັ້ງໄຟດອກທີ່ສວຍງາມຢູ່ຫໍເອເຟວ.