ຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຢູ່ນະຄອນຫຼວງປັກກິ່ງ

2024-07-15 16:58:57 CRI

    ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 15 ກໍລະກົດນີ້.

 

    ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຕາງໜ້າກົມການເມືອງສູນກາງພັກຂຶ້ນກ່າວບົດລາຍງານວຽກງານຕໍ່ກອງປະຊຸມ ແລະ ອະທິບາຍຕໍ່ກອງປະຊຸມສຳລັບ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ຊຸກຍູ້ຄວາມທັນສະໄໝແບບຈີນ(ສະບັບເປິກສາຫາລື)”.

 

    ກອງປະຊຸມຈະສຸມໃສ່ຄົ້ນຄວ້າບັນຫາກ່ຽວກັບລົງເລິກການປະຕິຮູບຕື່ມອີກ ແລະຊຸກຍູ້ຄວາມທັນສະໄໝແບບຈີນ,ວາງແຜນລວມເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍປິ່ນອ້ອມຄວາມທັນສະໄໝແບບຈີນ.