ທ່ານໂດໂນ ທຣຳກ່າວວ່າຈະເດີນທາງໄປລັດວິສຄອນຊິນຕາມແຜນການ

2024-07-15 16:49:25 CRI

    ວັນທີ 14 ກໍລະກົດນີ້, ຫຼັງຈາກໄດ້ປະສົບກັບເຫດການຫຼອນຍິງ, ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາກ່າວວ່າ ທ່ານຈະສືບຕໍ່ເດີນທາງໄປນະຄອນມິວວໍກີ ລັດວິສຄອນຊິນໃນມື້ດຽວກັນ, ແຜນການດັ່ງກ່າວບໍ່ໄດ້ຖືກປ່ຽນແປງເຖິງວ່າທ່ານເຄີຍໄດ້ພິຈາລະນາເລື່ອນເວລາການອອກເດີນທາງແຕ່ຫົວທີ.



    ທ່ານໂດໂນ ທຣຳກ່າວໃນສື່ສັງຄົມອອນລາຍວ່າ: “ຍ້ອນເຫດການເປັນຕາຢ້ານທີ່ໄດ້ເກີດຂຶ້ນໃນມື້ວານນີ້”, ຕົນເຄີຍມີແຜນຈະເລື່ອນເວລາການອອກເດີນທາງແລະກອງປະຊຸມຜູ້ແທນທົ່ວປະເທດຂອງພັກຣີພັນບຼີກັນ, ແຕ່ຫາກໍ່ໄດ້ຕົກລົງໃໝ່ວ່າ “ບໍ່ຄວນບັງຄັບໃຫ້ປ່ຽນແປງແຜນການ ຫຼື ເລື່ອງອື່ນໆຍ້ອນມີມືປືນ ຫຼື ຜູ້ລອບສັງຫານ”, ສະນັ້ນ, ຕົນຈະເດີນທາງໄປນະຄອນມີວວໍກີໃນມື້ດຽວກັນຕາມແຜນການ.