ດ່ານຂອງຈີນທີ່ນຳໃຊ້ນະໂຍບາຍຍົກເວັ້ນວິຊາໃຫ້ຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ ເພີ່ມຂຶ້ນເປັນ 37 ແຫ່ງ

2024-07-15 14:53:04 cri


   ວັນທີ 15 ກໍລະກົດນີ້ ສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນອອກປະກາດແຈ້ງການ ເພື່ອປະກາດໃຫ້ສະໜາມບິນສາກົນຊິ່ນເຈີ້ງນະຄອນເຈີ້ງໂຈ່ວ, ສະໜາມບິນສາກົນຊ່ານຢີ້ນະຄອນລີ້ຈ່ຽງ ແລະ ດ່ານທາງລົດໄຟບໍ່ຫານ ເປັນດ່ານນຳໃຊ້ນະໂຍບາຍສຳລັບຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ, ປັດຈຸບັນນີ້ ດ່ານນຳໃຊ້ນະໂຍບາຍດັ່ງກ່າວຂອງຈີນໄດ້ເພີ່ມຂຶ້ນເປັນ 37 ແຫ່ງ.

   ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນໃຫ້ຮູ້ວ່າ: ການເປີດກວ້າງນຳໃຊ້ນະໂຍບາຍຍົກເວັ້ນວິຊາສຳລັບຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງຢູ່ແຂວງເຮີນານແລະແຂວງຢຸນນານ ໄດ້ສະໜອງທາງເລືອກຫຼາຍກວ່າເກົ່າໃຫ້ແກ່ບຸກຄົນທີ່ເປັນສັນຊາດຕ່າງປະເທດທີ່ມາທ່ອງທ່ຽວຈີນ ຫຼື ທຳທຸລະກິດການຄ້າຢູ່ຈີນ. ຕໍ່ໄປ, ສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນຈະປັບປຸງນະໂຍບາຍຜ່ານແດນທີ່ຍົກເວັ້ນວິຊາໃຫ້ດີຂຶ້ນຕື່ມອີກ, ລົງເລິກຊຸກຍູ້ການເປີດປະຕູລະບຽບການກວດຄົນເຂົ້າເມືອງຢ່າງຕໍ່ເນື່ອງ, ຍີນດີຕ້ອນຮັບຊາວຕ່າງປະເທດມາທ່ຽວຈີນດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ, ສົ່ງເສີມບໍລິການແລະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງແລະການພັດທະນາດ້ວຍຄຸນນະພາບສູງ.