ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານກ່າວວ່າ ຄອງຄອຍດຳເນີນການຮ່ວມມືກັບຈີນຢ່າງກວ້າງຂວາງກວ່າເກົ່າ

2024-07-15 12:03:21 CRI

    ຫວ່າງມໍ່ໆມານີ້, ທ່ານມາຊູດ ເປເຈຊີຄຽນ ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍອີຣານກ່າວວ່າ: ອີຣານຖະໜອມມິດຕະພາບກັບຈີນເປັນຢ່າງສູງ, ລັດຖະບານອີຣານຊຸດໃໝ່ພາຍໃຕ້ການນຳພາຂອງທ່ານຄອງຄອຍດຳເນີນການຮ່ວມມືກັບຈີນຢ່າງກວ້າງຂວາງກວ່າເກົ່າ.



    ວັນທີ 12 ກໍລະກົດນີ້, ທ່ານມາຊູດ ເປເຈຊີຄຽນໄດ້ພິມບົດຄວາມລົງໃນ “ໜັງສືພິມເຕເຮຣານທາມ” ໂດຍໄດ້ບັນລະຍາຍນະໂຍບາຍການຕ່າງປະເທດຂອງທ່ານຢ່າງຮອບດ້ານ. ໃນບົດຄວາມ, ທ່ານຊີ້ອອກວ່າ: ໃນໄລຍະທີ່ອີຣານພົບຄວາມຫຍຸ້ງຍາກ, ຈີນໄດ້ຢືນຢູ່ຄຽງຂ້າງອີຣານມາໂດຍຕະຫຼອດ ແລະ ອີຣານກໍ່ໄດ້ຖະໜອມມິດຕະພາບກັບຈີນເປັນຢ່າງສູງ. ປີ 2023, ຈີນໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດເພື່ອຊຸກຍູ້ການພົວພັນລະຫວ່າງອີຣານ ກັບ ອາຣັບບີ ຊາອຸດິດກັບຄືນສູ່ສະພາບປົກກະຕິ ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ມີລັກສະນະສ້າງສັນ ແລະ ທ່າທີແບບເບິ່ງກວ້າງມອງໄກຕໍ່ວຽກງານສາກົນຂອງປະເທດຈີນ.

 

     ທ່ານມາຊູດ ເປເຈຊີຄຽນກ່າວວ່າ: ແຜນການຮ່ວມມືຮອບດ້ານໄລຍະ 25 ປີລະຫວ່າງອີຣານ ກັບ ຈີນເປັນຫຼັກໝາຍທາງປະຫວັດສາດອັນສຳຄັນສຳລັບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ອີຣານຄອງຄອຍດຳເນີນການຮ່ວມມືກັບຈີນຫຼາຍກວ່າເກົ່າ.


    ວັນທີ 6 ກໍລະກົດນີ້, ທ່ານມາຊູດ ເປເຈຊີຄຽນ ອະດີດລັດຖະມົນຕີກະຊວງສາທາລະນະສຸກອີຣານໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອີຣານຄັ້ງທີ 14.