ການຊ້ອມຮົບຮ່ວມໃນຫົວຂໍ້ “ການຮ່ວມມືທາງທະເລ-2024” ລະຫວ່າງຈີນ-ຣັດເຊຍໄຂຂຶ້ນ

2024-07-15 11:26:24 cri

 

    ວັນທີ 14 ກໍລະກົດນີ້, ພິທີເປີດການຊ້ອມຮົບຮ່ວມໃນຫົວຂໍ້ “ການຮ່ວມມືທາງທະເລ-2024” ລະຫວ່າງຈີນ-ຣັດເຊຍໄດ້ໄຂຂຶ້ນຢູ່ທ່າກຳປັ່ນການທະຫານແຫ່ງໜຶ່ງຢູ່ນະຄອນຈ້ານຈ່ຽງແຂວງກວາງຕຸ້ງປະເທດຈີນ. ການຊ້ອມຮົບຮ່ວມຄັ້ງນີ້ໄດ້ສ້າງຕັ້ງກອງບັນຊາການຮ່ວມ, ປະກອບດ້ວຍກອງທັບເຮືອສອງປະເທດຈີນ-ຣັດເຊຍ.

    ໃນພິທີໄຂ, ຜູ້ບັນຊາການໃຫຍ່ການຊ້ອມຮົບຮ່ວມຝ່າຍຈີນກ່າວວ່າ: ສອງຝ່າຍມີການແລກປ່ຽນໃນຂົງເຂດວິຊາການຢ່າງກວ້າງຂວາງ, ກົນໄກການຊ້ອມຮົບຮ່ວມທາງທະເລນັບມື້ນັບສົມບູນຂຶ້ນ, ຄວາມສາມາດດ້ານການຈັດຕັ້ງປະຕິບັດການເຄື່ອນໄຫວການທະຫານຮ່ວມທາງທະເລຂອງກອງທັບເຮືອສອງປະເທດໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຜູ້ບັນຊາການໃຫຍ່ການຊ້ອມຮົບຮ່ວມຝ່າຍຣັດເຊຍກ່າວວ່າ: ການຈັດການຊ້ອມຮົບຮ່ວມທາງທະເລສາມາດຍົກສູງລະດັບການປະສານສົມທົບຮ່ວມ ແລະ ເຕັກນິກວິຊາການຂອງກອງທັບຮ່ວມລະຫວ່າງສອງຝ່າຍຢ່າງບັງເກີດຜົນ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງທະເລ ແລະ ພາກພື້ນ.