
ວັນທີ 14 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສຢູ່ທຳນຽບຂາວຂອງອາເມຣິກາ ໂດຍໄດ້ກ່າວປະນາມຕໍ່ເຈຕະນາທີ່ຢາກສັງຫານທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາ, ທັງໄດ້ກ່າວວ່າທ່ານເອງໄດ້ອອກຄຳສັ່ງໃຫ້ສືບສວນເປັນການສະເພາະຕໍ່ງານໂຮມຊຸມນຸມຫາສຽງແຂ່ງຂັນເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນຢູ່ລັດເພັນຊິນວາເນຍ ເພື່ອຊອກຫາເຫດຜົນວ່າໄດ້ເກີດເລື່ອງຫຍັງກັນແທ້.
ທ່ານໂຈ ໄບເດັນກ່າວຢ້ຳອີກວ່າ “ການໃຊ້ຄວາມຮຸນແຮງແບບນີ້ແມ່ນບໍ່ມີຈຸດຈັ້ງຕີນຢູ່ອາເມຣິກາ”, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີອີກຄັ້ງໜຶ່ງ, ທັງໄດ້ຮຽກຮ້ອງໃຫ້ປະຊາຊົນຢ່າສູ່ວິນິດໄສໂດຍຄາດຄະເນເອງຕໍ່ຄວາມເຈຈະນາ ແລະ ຄວາມສັງກັດຂອງມືປືນ.
ທ່ານໂຈ ໄບເດັນຍັງກ່າວຕື່ມວ່າ: ຕົນໄດ້ໂອ້ລົມກັບທ່ານໂດໂນ ທຣຳເປັນເວລາສັ້ນແຕ່ເປັນມິດຜ່ານທາງໂທລະສັບໃນຄືນວັນທີ 13 ກໍລະກົດນີ້ ແລະຮູ້ສຶກດີໃຈຕໍ່ທ່ານໂດໂນ ທຣຳມີສະພາບທີ່ດີ. ທ່ານໂຈ ໄບເດັນກ່າວຕື່ມວ່າ: ຕົນໄດ້ຊີ້ນຳໃຫ້ກວດກາມາດຕະການປ້ອງກັນຄວາມປອດໄພທັງໝົດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກລີພັບບລີກັນທີ່ຈະຈັດຂຶ້ນຢູ່ນະຄອນມິນວາວກີລັດວິສຄອນຊິນ.