ໄພນ້ຳຖ້ວມພາກໃຕ້ຟິລິບປິນໄດ້ເຮັດໃຫ້ 5 ຄົນເສຍຊີວິດ ແລະ ອີກ 5 ຄົນຍັງຫາຍສາບສູນ

2024-07-15 16:41:15 CRI

    ຕົວເລກຫ້ອງການປ້ອງກັນໄພເຂດປົກຄອງຕົນເອງມຸສລີມບາງຊາໂມໂຣ ທາງພາກໃຕ້ຟິລິບປິນສະແດງໃຫ້ເຫັນວ່າ, ໄພນ້ຳຖ້ວມຢູ່ທ້ອງຖິ່ນດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍມີ 5 ຄົນເສຍຊີວິດ ແລະ ອີກ 5 ຄົນຍັງຫາຍສາບສູນ.



    ນ້ຳຖ້ວມຄັ້ງນີ້ໄດ້ເຮັດໃຫ້ 7 ໝື່ນກວ່າຄອບຄົວຢູ່ເຂດດັ່ງກ່າວກຳລັງປະສົບກັບໄພນ້ຳຖ້ວມຢ່າງໜັກໜ່ວງ, ນັບລວມແລ້ວມີ 336 ບ້ານໄດ້ຮັບຜົນເສຍຫາຍຈາກນ້ຳຖ້ວມ.