ແອັດສະປາຍຄວ້າແຊັມໃນການແຂ່ງຂັນບານເຕະຊີງແຊັມເອີຣົບ

2024-07-15 15:28:08 cri


    ວັນທີ 14 ກໍລະກົດນີ້, ໃນການແຂ່ງຂັນຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະຊີງແຊັມເອີຣົບປີ 2024 ທີ່ຈັດຂຶ້ນຢູ່ນະຄອນຫຼວງແບັກແລັງຂອງເຢຍລະມັນ, ທິມແອັດສະປາຍຊະນະທິມອັງກິດດ້ວຍຄະແນນ 2 ປະຕູ ຕໍ່ 1, ໄດ້ເປັນແຊັມໃນການແຂ່ງຂັນບານເຕະຊີງແຊັມເອີຣົບ.

    ກ່ອນໜ້ານີ້, ທິມແອັດສະປາຍໄດ້ເປັນແຊັມໃນການ ແຂ່ງຂັນບານເຕະຊີງແຊັມເອີຣົບ 3 ຄັ້ງມາແລ້ວ ຄື: ປີ 1964, 2008 ແລະ 2012. ສ່ວນທິມອັງກິດຍັງບໍ່ທັນໄດ້ເປັນແຊັມໃນການແຂ່ງຂັນບານເຕະຊີງແຊັມເອີຣົບຈັກເທື່ອ, ປີນີ້, ທິມແອັດສະປາຍໄດ້ເປັນແຊັມຄັ້ງທີ 4 ເຊິ່ງໄດ້ທຳລາຍຄວາມຫວັງຂອງອັງກິດທີ່ຫວັງຢາກໄດ້ແຊັມໃນການແຂ່ງຂັນບານເຕະຊີງແຊັມເອີຣົບມາຄອງເປັນຄັ້ງທຳອິດ.