ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່(4)

2024-07-16 10:05:38 CRI



ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນໄດ້ສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ພາຍໃຕ້ການເປັນປະທານຂອງທ່ານເຕີ້ງສ້ຽວຜິງເມື່ອປີ 1978, ແລະໄດ້ຮັບການລົງເລິກຢ່າງຮອບດ້ານຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງເມື່ອປີ 2013. ເນື່ອງໃນໂອກາດທີ່ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫຼວງປັກກິ່ງປະເທດຈີນ, ພວກເຮົາຈະນຳສະເໜີໃຫ້ທ່ານຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່.

ຕອນທີ4  ຄວາມກວມລວມຮອບທຸກສິ່ງ


    ນະຄອນໄຫໂຂ້ວ ແຂວງໄຫຫຼຳທີ່ຕັ້ງຢູ່ແຄມຝັ່ງທະເລຈີນໃຕ້, ເມືອງທີ່ແຊມຊໍ່ໄປດ້ວຍບັນດາຕົ້ນພ້າວທີ່ຕັ້ງຍອດຊູຊັນຂຽວງາມ ກິ່ງກ້ານໃບທີ່ເອນໄຫວໄປມາເມື່ອສາຍລົມພັດ, ເມືອງທີ່ຄື້ນຟອງທະເລພັດເຂົ້າຝັ່ງເປັນຫຼົດລັ່ນໄລ່ຕາມກັນ, ໜ້ານໍ້າທະເລເຕັມໄປດ້ວຍກຸ່ມເຮືອແລະກຳປັ່ນຈຳນວນນັບພັນລຳແຂ່ງຂັນກັນອອກເດີນທາງ…


ເດືອນເມສາປີ2018, ພິທີສະເຫຼີມສະຫຼອງການສ້າງຕັ້ງແຂວງໄຫຫຼຳແລະສ້າງເຂດເສດຖະກິດພິເສດຄົບຮອບ30ປີໄດ້ຈັດຂຶ້ນຢູ່ນະຄອນໄຫໂຂ້ວແຂວງໄຫຫຼຳ. ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ກ່າວປະກາດຢ່າງໜັກແໜ້ນວ່າ:


“ສູນກາງພັກຕົກລົງສະໜັບສະໜູນທົ່ວເກາະໄຫຫຼຳສ້າງເຂດທົດລອງການຄ້າເສລີ, ສະໜັບສະໜູນໄຫຫຼຳຄົ້ນຄວ້າເທື່ອລະກ້າວແລະຊຸກຍູ້ການສ້າງທ່າການຄ້າເສລີທີ່ມີສີສັນພິເສດຂອງຈີນຢ່າງໜັກແໜ້ນ, ສ້າງລະບົບນະໂຍບາຍແລະລະບຽບການທ່າການຄ້າເສລີ ເຊິ່ງປະຕິບັດໂດຍແບ່ງເປັນຫຼາຍບາດກ້າວແລະໄລຍະ”.


ຈາກນີ້, ແຂວງໄຫຫຼຳທີ່ສ້າງຕັ້ງມາເປັນເວລາ30ປີ ໄດ້ກາຍເປັນຕົວແບບອັນໃໝ່ແຫ່ງການ “ປະສົມປະສານການປະຕິຮູບເຂົ້າໃນການເປີດປະຕູສູ່ພາຍນອກ.”


ການເປີດປະຕູສູ່ພາຍນອກແລະການປະຕິຮູບເວລາໃດກໍເປັນຂອງຄູ່ກັນແລະຊ່ວຍຊູຍູ້ໜູນກັນ. ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ການຊຸກຍູ້ການປະຕິຮູບແລະການພັດທະນາດ້ວຍການເປີດປະຕູສູ່ພາຍນອກເປັນເຄັດລັບອັນສຳຄັນທີ່ເຮັດໃຫ້ການພັດທະນາຂອງຈີນໄດ້ຮັບຜົນສຳເລັດໃໝ່ຢ່າງບໍ່ຢຸດຢັ້ງ.” ເພິ່ນໄດ້ເນັ້ນໜັກຢູ່ເລື້ອຍໆວ່າ: “ການເປີດປະຕູພາໃຫ້ມີຄວາມກ້າວໜ້າ, ການປິດປະຕູຍ່ອມຈະຫຼ້າຫຼັງແນ່ນອນ”



ວັນທີ11ເມສາ2022, ເນື່ອງໃນໂອກາດການປະກາດໃຊ້ກົດໝາຍວ່າດ້ວຍທ່າການຄ້າເສລີໄຫຫຼຳຄົບຮອບ1ປີ, ທ່ານສີຈິ້ນຜິງໄດ້ເດີນທາງໄປເມືອງປອດພາສີສາກົນຊ່ານຢ້າແຂວງໄຫຫຼຳເພື່ອຮັບຮູ້ສະພາບການປະຕິບັດ ນະໂຍບາຍຍົກເວັ້ນພາສີນອກຊາຍຝັ່ງ. ເພິ່ນຊີ້ອອກວ່າ: ຕ້ອງເສີມຂະຫຍາຍບົດບາດຂັ້ນພື້ນຖານຂອງການບໍລິໂພກທີ່ມີຕໍ່ການພັດທະນາເສດຖະກິດໃຫ້ດີກວ່າເກົ່າ, ອີງໃສ່ທ່າແຮງຕະຫຼາດຂະໜາດໃຫຍ່ທີ່ສຸດຂອງພາຍໃນປະເທດ, ສ້າງສະພາບແວດລ້ອມທີ່ດີທາງດ້ານຕະຫຼາດແລະກົດໝາຍ.

 

ຈາກການກວມລວມຮອບທຸກສິ່ງຮອດການເປີດປະຕູສູ່ພາຍນອກຢ່າງຮອບດ້ານ


ໃນຖານະເປັນອະລິຍະທຳທີ່ຂະຫຍາຍຕົວດ້ວຍຮູບຖານປະເທດຈົນມາເຖິງປັດຈຸບັນພຽງໜຶ່ງດຽວຢູ່ໃນໂລກ, ອະລິຍະທຳຈີນໄດ້ກວມລວມຮັບເອົາສິ່ງທີ່ດີທຸກຢ່າງຈາກອະລິຍະທຳຕ່າງໆຢູ່ໃນໂລກ ເຊິ່ງເປັນສາເຫດສຳຄັນອັນໜຶ່ງທີ່ເຮັດໃຫ້ອະລິຍະທຳຈີນສາມາດພັດທະນາແບບຍືນຍົງ.  ທ່ານສີຈິ້ນຜິງເຄີຍໄດ້ຊີ້ແຈງເຖິງລັກສະນະເປີດກວ້າງແລະກວມລວມແບບນີ້ຂອງອະລິຍະທຳຈີນຄື: “ອະລິຍະທຳຈີນແມ່ນໄດ້ຈໍ່ຕົວໃຫ້ເປັນລະບົບເປີດກວ້າງຜ່ານຈາກການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນກັບອະລິຍະທຳອື່ນໆຢ່າງບໍ່ຢຸດຢັ້ງ. ຈາກສາສະໜາພຸດຖືກເຜີຍແຜ່ສູ່ປະເທດຕາເວັນອອກ, ການແລກປ່ຽນເຊື່ອມໂຍງເຂົ້າກັນລະຫວ່າງສາສະໜາອິດສະລາມແລະປັດຊະຍາຂົງຈື້ໃນສະໄໝບູຮານ, ຈົນຮອດ ‘ແນວຄິດວິຊາການປະເທດຕາເວັນຕົກເຜີຍແຜ່ສູ່ຈີນ’, ຂະບວນການວັດທະນະທຳໃໝ່, ລັດທິມາກແລະແນວຄິດສັງຄົມນິຍົມເຜີຍແຜ່ເຂົ້າສູ່ຈີນໃນສະໄໝໃໝ່ນັບແຕ່ປີ1840ເປັນຕົ້ນມາ, ຕະຫຼອດຮອດການເປີດປະຕູສູ່ພາຍນອກຢ່າງຮອບດ້ານນັບຕັ້ງແຕ່ດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ອະລິຍະທຳຈີນໄດ້ຜ່ານຈາກກວມລວມແລະຮັບເອົາສິ່ງທີ່ດີທຸກຢ່າງຈາກອະລິຍະທຳອື່ນໆໂດຍສາມາດຂະຫຍາຍຕົວໃຫ້ອຸດົມສົມບູນແລະມີຄຸນຄ່າຫຼາຍຍິ່ງຂຶ້ນຢ່າງສະເໝີຕົ້ນສະເໝີປາຍ. ”

 

“ຄວາມກວມລວມຮອບທຸກສິ່ງ” ເປັນສະຕິປັນຍາຈີນຢ່າງໜຶ່ງທີ່ສອດຫ້ອຍເຂົ້າໃນຕະຫຼອດຂະບວນການປະຫວັດສາດແຕ່ສະໄໝບູຮານຈົນມາເຖິງປັດຈຸບັນ. ບົດຄວາມບົດໜຶ່ງທີ່ປະພັນໂດຍ ທ່ານຫານຢວີ້ ນັກວັນນະຄະດີສະໄໝລາຊະວົງຖັງເມື່ອ1000ກວ່າປີກ່ອນໄດ້ລະບຸວ່າ: “ນາຍໝໍຜູ້ເກັ່ງແລະສະຫຼາດຈະຮູ້ເກັບຮັກສາສິ່ງຕ່າງໆໄວ້ເພື່ອນຳໃຊ້ໃນເວລາທີ່ມີຄວາມຕ້ອງການ.” ສະຕິປັນຍາອັນເກົ່າແກ່ແບບນີ້ໄດ້ພາໃຫ້ຄົນຈີນມີຈິດໃຈເປີດກວ້າງ. ຈາກການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ເລີ່ມປະຕິບັດເມື່ອປີ1978 ຈົນຮອດ ການເປີດປະຕູສູ່ພາຍນອກຢ່າງຮອບດ້ານຂອງຈີນໃນຍຸກໃໝ່ ເຊິ່ງລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງອັນຍິ່ງໃຫຍ່ແຫ່ງການປະຕິບັດຕົວຈິງແບບກວມລວມຮອບທຸກສິ່ງດ້ວຍຈິດໃຈເປີດກວ້າງ.


ຊາວຄອມມູນິດຈີນທີ່ມີທ່ານເຕີ້ງສ້ຽວຜິງເປັນຕົວແທນໄດ້ຫັນເອົາຈິດໃຈເປີດກວ້າງໃຫ້ເປັນ ທິດສະດີບໍລິຫານປະເທດຄື “ເປີດປະຕູສູ່ພາຍນອກ” ພ້ອມທັງກຳນົດໃຫ້ເປັນນະໂຍບາຍພື້ນຖານແຫ່ງຊາດ ຂອງຈີນ. ຜ່ານຈາກການປະຕິບັດຕົວຈິງມາເປັນເວລາ30ກວ່າປີ, ການເປີດປະຕູສູ່ພາຍນອກຂອງຈີນໄດ້ຮັບຜົນສຳເລັດທີ່ປະຈັກຕາຕໍ່ຊາວໂລກ.

ນັບແຕ່ປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຍຶດໝັ້ນຈິດໃຈເປີດກວ້າງແບບກວມລວມຮອບທຸກສິ່ງ ໂດຍໄດ້ສະເໜີແນວຄິດປະດິດສ້າງຄື “ການພັດທະນາແບບເປີດປະຕູສູ່ພາຍນອກ”. ເພິ່ນຊີ້ໃຫ້ເຫັນວ່າ: “ການເປີດປະຕູສູ່ພາຍນອກຂອງຈີນແມ່ນເປັນແບບຮອບດ້ານແລະກວມເຖິງທົ່ວຂົງເຂດ, ຕ້ອງຊຸກຍູ້ການສ້າງໃຫ້ເປັນສະພາບການໃໝ່ແຫ່ງການເປີດປະຕູສູູ່ພາຍນອກຢ່າງຮອບດ້ານ”. ເຊິ່ງສະພາບການໃໝ່ແບບນີ້ທີ່ເພິ່ນນຳພາສ້າງຕັ້ງຂຶ້ນນັ້ນມີເນື້ອໃນອັນອຸດົມສົມບູນທີ່ສຸດ, ເຊິ່ງບໍ່ພຽງແຕ່ກວມເຖິງການປັບປຸງແຜນການເປີດປະຕູສູ່ພາຍນອກຂອງເຂດແຄວ້ນ, ແຜນການການຄ້າກັບຕ່າງປະເທດແລະແຜນການລົງທຶນໃຫ້ສົມບູນຂຶ້ນ ເພື່ອສ້າງໃຫ້ເປັນໂຄງປະກອບໃໝ່ດ້ານການເປີດປະຕູສູ່ພາຍນອກເທົ່ານັ້ນ, ຍັງກວມເຖິງການປະດິດສ້າງຮູບແບບການເປີດປະຕູສູ່ພາຍນອກ, ປັບປຸງແຜນການໃຫ້ມີປະສິດທິຜົນດີຂຶ້ນ, ຍົກສູງຄຸນນະພາບ, ນຳພາການປະດິດສ້າງ, ຊຸກຍູ້ການປະຕິຮູບແລະການພັດທະນາດ້ວຍການເປີດກວ້າງການເປີດປະຕູສູ່ພາຍນອກ.

ການສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກເປັນພຶດຕິກຳຕົວຈິງທີ່ມີລັກສະນະປະດິດສ້າງຂອງການປະຕິບັດແນວຄິດສີຈິ້ນຜິງກ່ຽວກັບ“ການພັດທະນາແບບເປີດປະຕູສູ່ພາຍນອກ”. ທ່ານສີຈິ້ນຜິງໄດ້ສຸມໃສ່ທັບມ້າງອຸປະສັກດ້ານໂຄງປະກອບແລະກົນໄກ, ຜ່ານຈາກການເລັ່ງກໍ່ສ້າງຈຸດສູງແຫ່ງການເປີດປະຕູສູ່ພາຍນອກຕ່າງໆເຊັ່ນ: ເຂດທົດລອງການຄ້າເສລີ, ທ່າການຄ້າເສລີເປັນຕົ້ນ, ຊຸກຍູ້ການປະດິດສ້າງດ້ານລະບົບລະບຽບການ. ນັບແຕ່ປີ2013ເປັນຕົ້ນມາ, ຈີນໄດ້ສ້າງຕັ້ງເຂດທົດລອງການຄ້າເສລີຈຳນວນ22ແຫ່ງໂດຍແບ່ງເປັນ6ຊຸດ, ເຊິ່ງໄດ້ກາຍເປັນສະພາບການປະດິດສ້າງດ້ານການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ປົກຄຸມທົ່ວປະເທດ,ປະສານສົມທົບກັນຊຸກຍູ້ເຂດແຄມຝັ່ງທະເລ, ເຂດໃນ ແລະເຂດຊາຍແດນໃຫ້ພັດທະນາໄປຄຽງຄູ່ກັນ.



ເຂດຫຼິນກາງເຂດທົດລອງການຄ້າເສລີຊຽງໄຮ້ທີ່ມີການປ່ຽນແປງສູ່ໂສມໜ້າໃໝ່ໃນທຸກມື້ ມີຕຶກສູງສຽດຟ້າຜຸດຂຶ້ນໃໝ່ນັບມື້ນັບຫຼາຍ, ເປັນເມືອງທີ່ພວມເລັ່ງພັດທະນາໃຫ້ຫຍັບເຂົ້າໃກ້ຄໍາວ່າ ຕົວເມືອງທັນສະໄໝແຫ່ງຍຸກອະນາຄົດ.

 

ການສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກ ມີສ່ວນປະກອບທີ່ສຳຄັນ ຄື: ເປັນການເປີດກວ້າງດ້ານລະບຽບການ ເຊັ່ນ ຫຼັກການ, ກົດລະບຽບ, ການຄຸ້ມຄອງແລະມາດຕະຖານເປັນຕົ້ນ. ໃນ 10 ກວ່າປີຜ່ານມານີ້, ພາຍໃຕ້ການຊີ້ນຳນຳພາຂອງທ່ານສີຈິ້ນຜິງ, ຈີນໄດ້ປັບປຸງກົດໝາຍກ່ຽວກັບການຄ້າຕໍ່ຕ່າງປະເທດແລະການລົງທຶນຂອງຕ່າງປະເທດໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ຜ່ານການສ້າງກົດໝາຍແນ່ໃສ່ເພີ່ມທະວີການສົ່ງເສີມແລະການປົກປັກຮັກສາການລົງທຶນຂອງຕ່າງປະເທດ, ເພື່ອຮັດແໜ້ນພື້ນຖານການປົກຄອງຕາມກົດໝາຍຂອງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງບໍ່ຢຸດຢັ້ງ.

ການປັບປຸງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກຂອງຈີນໃຫ້ສົມບູນຢ່າງບໍ່ຢຸດຄັ້ງ ບໍ່ພຽງແຕ່ໄດ້ຍົກສູງລະດັບການສ້າງລະບຽບການແລະການປົກຄອງຕາມກົດໝາຍດ້ານການເປີດປະຕູສູ່ພາຍນອກເທົ່ານັ້ນ, ຍັງໄດ້ຊຸກຍູ້ການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງຢ່າງແຂງແຮງນຳອີກ ເຊິ່ງໄດ້ສ້າງຊ່ອງທາງການພັດທະນາທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ປະເທດຈີນ ແລະ ສ້າງໂອກາດພັດທະນາໃໝ່ໃຫ້ແກ່ທົ່ວໂລກ.

        

ຈາກ “ດອກໄມ້ບານພຽງຊະນິດດຽວ” ຮອດ “ດອກໄມ້ນານາຊະນິດເບັ່ງບານພ້ອມກັນເຕັມສວນ”

 

ຈິດໃຈເປີດກວ້າງຂອງທ່ານສີຈິ້ນຜິງຍັງສະແດງໃຫ້ເຫັນໃນການນຳພາປະເທດຈີນເປີດປະຕູສູ່ພາຍນອກໄປສູ່ການຊຸກຍູ້ໃຫ້ປະເທດຕ່າງໆໃນໂລກຮ່ວມກັນເປີດປະຕູສູ່ພາຍນອກ. ເພິ່ນເວົ້າວ່າ: “ການພັດທະນາຂອງຈີນປັດສະຈາກໂລກບໍ່ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກກໍຕ້ອງການປະເທດຈີນເຊັ່ນດຽວກັນ.” ເພິ່ນໄດ້ພັນລະນາດ້ວຍຄຳປຽບທຽບທີ່ມີຊີວິດຊີວາວ່າ: “ດອກໄມ້ບານພຽງຊະນິດດຽວບໍ່ສົມວ່າເປັນລະດູບານໃໝ່, ດອກໄມ້ນານາຊະນິດເບັ່ງບານພ້ອມກັນຈຶ່ງຈະສ້າງຄວາມສວຍງາມເຕັມສວນ.” ເພິ່ນໃຫ້ຄຳໝັ້ນສັນຍາວ່າ: “ຈີນຈະຍຶດໝັ້ນປະຕິບັດຍຸດທະສາດການເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງໝັ້ນໜຽວບໍ່ປ່ຽນແປງ ເພື່ອໃຫ້ປະເທດຈີນຮັບເອົາແຮງຂັບເຄື່ອນການພັດທະນາຈາກໂລກ ແລະໃຫ້ການພັດທະນາຂອງຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ.”

 

ທ່ານສີຈິ້ນຜິງໄດ້ປະຕິບັດຕາມຄຳໝັ້ນສັນຍາດັ່ງກ່າວດ້ວຍການກະທຳຕົວຈິງ ຄື:

ນັບແຕ່ປີ 2012 ຄືສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ເຂົ້າສູ່ຍຸກໃໝ່ເປັນຕົ້ນມາ, ຈີນໄດ້ຕັ້ງໜ້າເຂົ້າຮ່ວມການບໍລິຫານເສດຖະກິດໂລກ, ຊຸກຍູ້ການສ້າງໃຫ້ເປັນກຳລັງແຮງສັງລວມຂອງໂລກທີ່ເປີດກວ້າງພ້ອມກັນ ເປັນຕົ້ນ: ຍຶດໝັ້ນປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍ, ຊຸກຍູ້ໃຫ້ການຄ້າແລະການລົງທຶນຫັນເປັນສີລີແລະມີຄວາມສະດວກຫຼາຍຂຶ້ນ, ເດັດດ່ຽວຄັດຄ້ານລັດທິຝ່າຍດຽວແລະລັດທິປົກປ້ອງການຄ້າ; ເພີ່ມທະວີການປະສານງານກັບກົນໄກສາກົນແລະກົນໄກຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ, ກຸ່ມ G20, ອົງການບຣິກສ ແລະອື່ນໆ, ຍຶດໝັ້ນປົກປັກຮັກສາຖານະແກນກາງແລະບົດບາດຂອງອົງການສະຫະປະຊາຊາດໃນວຽກງານສາກົນ; ລົງເລິກການຮ່ວມມືຢູ່ໃນພາກພື້ນແລະອະນຸພາກພື້ນ, ເຂົ້າຮ່ວມອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ, ອົງການຮ່ວມມືຊຽງໄຮ ແລະກົນໄກການຮ່ວມມືພາກພື້ນອື່ນໆຢ່າງມີລັກສະນະສ້າງສັນ, ຊຸກຍູ້ໃຫ້ການຮ່ວມມືໃນອະນຸພາກພື້ນ ເປັນຕົ້ນ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ພັດທະນາເຂົ້າສູ່ລວງເລິກແລະລວງກວ້າງຢ່າງບໍ່ຢຸດຢັ້ງ; ເພີ່ມທະວີການຮ່ວມມືສາກົນໃນຂົງເຂດເສດຖະກິດີຈີຕອນ ເຊິ່ງໄດ້ປ່ຽນແປງສະພາບການທີ່ປະເທດພວມພັດທະນາຂາດລັກສະນະຕົວແທນໃນລະບົບບໍລິຫານການເງິນທົ່ວໂລກຢ່າງເດັ່ນຊັດ.

ນັບແຕ່ປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ເປີດກວ້າງຂົງເຂດທີ່ຈີນກັບປະເທດຕ່າງໆໃນໂລກມີຜົນປະໂຫຍດຮ່ວມກັນ ເປັນຕົ້ນ: 150 ກວ່າປະເທດ, 30 ກວ່າອົງການຈັດຕັ້ງສາກົນກັບຈີນໄດ້ລົງນາມໃນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ໂຄງການໃຫຍ່ທີ່ເປັນສັນຍາລັກແລະໂຄງການກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທີ່ລົງທຶນໜ້ອຍແຕ່ມີປະສິດທິຜົນຫຼາຍ ໄດ້ຊ່ວຍເຫຼືອປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼຸດຜ່ອນຄວາມທຸກຍາກຢ່າງກວ້າງຂວາງ ແລະ ເພີ່ມຄວາມສຸກໃຫ້ກັບປະຊາຊົນ, ໄດ້ຊຸກຍູ້ການລົງທຶນເກືອບ 1,000 ຕື້ໂດລາສະຫະລັດ ແລະສ້າງເປັນ 3.000 ກວ່າໂຄງການຮ່ວມມື ເຊິ່ງໄດ້ສ້າງວຽກເຮັດງານທຳ 420.000 ຕຳແໜ່ງ ແລະ ພາໃຫ້ເກືອບ 40.000.000 ຄົນຫຼຸດພົ້ນອອກຈາກຄວາມທຸກຍາກ; ສ້າງເວທີການຄ້າແລະການລົງທຶນແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງຕໍ່ເນື່ອງ, ຈັດງານວາງສະແດງສິນຄ້າລະດັບພາກພື້ນຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດສິນຄ້ານຳເຂົ້າສົ່ງອອກຂອງຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານຕະຫຼາດນັດການຄ້າແລະການລົງທຶນສາກົນຈີນ ແລະ ງານວາງສະແດງເຄື່ອງບໍລິໂພກສາກົນຈີນເປັນຕົ້ນ ເຊິ່ງໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ເລັ່ງຈັດຕັ້ງປະຕິບັດຍຸດທະສາດເຂດການຄ້າເສລີ ເຊິ່ງເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງທີ່ຕັ້ງພື້ນຖານຢູ່ປະເທດໃກ້ຄຽງ, ເປີດກວ້າງໄປສູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ ແລະມຸ່ງໜ້າສູ່ທົ່ວໂລກໄດ້ສ້າງຂຶ້ນໃນເບື້ອງຕົ້ນ.”



ປີ2022, ການທົດລອງປູກແນວພັນເຂົ້າທີ່ປະຢັດນ້ຳແລະຕ້ານທານຄວາມແຫ້ງແລ້ງຂອງຈີນຢູ່ປະເທດໂບສວານາໄດ້ປະສົບຜົນສຳເລັດ. ຈີນໄດ້ຮ່ວມກັບ140ກວ່າປະເທດແລະເຂດແຄວ້ນຢູ່ໃນໂລກດຳເນີນການແລກປ່ຽນດ້ານວິທະຍາສາດເຕັກນິກກະສິກຳ ແລະໄດ້ເຜີຍແຜ່ເຕັກນິກກະສິກຳ1000ກວ່າເຕັກນິກ.



ວັນທີ3ທັນວາ2021, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ, ເຊິ່ງໄດ້ປ່ຽນແປງປະຫວັດສາດຂອງລາວທີ່ບໍ່ມີທາງລົດໄຟລາງມາດຕະຖານ ທັງໄດ້ປ່ຽນແປງປະຫວັດສາດຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາຈີນທີ່ບໍ່ມີທາງລົດໄຟເຂົ້າເຖິງ.


ທ່ານສີຈິ້ນຜິງກ່າວວ່າ: “ການເປີດປະຕູສູ່ພາຍນອກແມ່ນແຮງຂັບເຄື່ອນອັນສຳຄັນທີ່ຊຸກຍູ້ຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ, ແມ່ນເສັ້ນທາງທີ່ຕ້ອງເດີນຜ່ານຂອງການພັດທະນາໂລກໃຫ້ມີຄວາມຈະເລີນຮຸ່ງເຮືອງ.” ມີບົດວິເຄາະເຫັນວ່າ: ທ່ານສີຈິ້ນຜິງໄດ້ນຳພາບຸກເບີກສະພາບການໃໝ່ຂອງໂລກທີ່ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງໄດ້ບັນລຸການປ່ຽນແປງຄັ້ງປະຫວັດສາດຈາກການທີ່ພັກຄອມມູນິດຈີນນຳພາຈີນເປີດປະຕູສູ່ພາຍນອກໄປສູ່ການທີ່ຊຸກຍູ້ໃຫ້ປະເທດຕ່າງໆໃນໂລກຮ່ວມກັນເປີດປະຕູສູ່ພາຍນອກ ເຊິ່ງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ກັບການພັດທະນາທົ່ວໂລກ.