ຄະນະກຳມາທິການສະຫະພາບເອີຣົບປະຕິເສດສົ່ງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມສະພາມົນຕີສະຫະພາບເອີຣົບທີ່ຮົງກາຣີເປັນປະທານ

2024-07-16 15:15:37 cri


    ວັນທີ 15 ກໍລະກົດນີ້, ໂດຍແນໃສ່ທ່າທີຂອງທ່ານນາງເອີຊູລາ ວົນ ເດີ ເລເຢນ ປະທານຄະນະກຳມາທິການສະພາບເອີຣົບທີ່ຕັດສິນໃຈບໍ່ສົ່ງເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມາທິການໄປເຂົ້າຮ່ວມກອງປະຊຸມສະພາມົນຕີສະຫະພາບເອີຣົບທີ່ຮົງກາຣີເປັນປະທານນັ້ນ, ອົງການວຽງງານສະຫະພາບເອີຣົບຂອງຮົງກາຣີກ່າວວ່າ: ຄະນະກຳມາທິການສະຫະພາບເອີຣົບແມ່ນໜຶ່ງໃນອົງການຂອງສະຫະພາບເອີຣົບ, ການເຂົ້າຮ່ວມກິດຈະກຳຂອງປະເທດປະທານໝູນວຽນມີຈຸດປະສົງເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ, ຄະນະກຳມາທິການສະຫະພາບເອີຣົບບໍ່ຄວນມີແນວຄິດເລືອກອົງການ ແລະ ປະເທດສະມາຊິກທີ່ຕົນເອງຢາກຈະຮ່ວມມືນຳ.

    ກ່ອນໜ້ານີ້ໃນມື້ດຽວກັນ, ໂຄສົກຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ຍ້ອນວ່າມາດຕະການຕ່າງໆທີ່ຮົງກາຣີປະຕິບັດນັບແຕ່ ໄດ້ຮັບຕຳແໜ່ງປະເທດປະທານໝູນວຽນຂອງສະພາມົນຕີສະຫະພາບເອີຣົບເປັນຕົ້ນມາ, ທ່ານນາງເອີຊູລາ ວົນ ເດີ ເລເຢນ ປະທານຄະນະກຳມາທິການສະພາບເອີຣົບໄດ້ຕັດສິນໃຈບໍ່ສົ່ງເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມາທິການໄປເຂົ້າຮ່ວມກອງປະຊຸມສະພາມົນຕີສະຫະພາບເອີຣົບທີ່ຮົງກາຣີເປັນປະທານ, ພຽງແຕ່ຈະສົ່ງເຈົ້າໜ້າທີ່ຂັ້ນສູງໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງສະພາມົນຕີເທົ່ານັ້ນ.