ຜົນງານດ້ານເສດຖະກິດຂອງຈີນໄດ້ສ້າງໂອກາດໃໝ່ໃຫ້ແກ່ວິສາຫະກິດຕ່າງປະເທດ

2024-07-16 15:36:20 cri

ຕາມການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນຫົກເດືອນຕົ້ນປີນີ້ໄດ້ບັນລຸເຖິງ 61.683,6 ຕື້ຢວນ, ຖ້າຄິດໄລ່ຕາມລາຄາບໍ່ປ່ຽນແປງ, ໄດ້ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ: ຫົກເດືອນຕົ້ນປີນີ້, ຈັງຫວະການເຕີບໂຕຂອງເສດຖະກິດຈີນຍັງນຳໜ້າການເຕີບໂຕຂອງກຸ່ມເສດຖະກິດສຳຄັນຕ່າງໆໃນໂລກ, ຈີນຍັງຄົງແມ່ນຫົວຈັກສຳຄັນ ແລະ ກຳລັງທີ່ໝັ້ນຄົງໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ.


ເມື່ອສັງເກດຜົນງານອັນໂດດເດັ່ນໃນສະບັບນີ້, ໂລກຈະສາມາດຄົ້ນຫາໂອກາດໃໝ່ແນວໃດ? ກ່ອນອື່ນ, ຈະແມ່ນຕະຫຼາດໃຫຍ່ຂອງຈີນ. ຫົກເດືອນຕົ້ນປີນີ້, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນ ແລະ ຍອດມູນຄ່າຂາຍຍ່ອຍຜ່ານທາງອິນເຕີເນັດຂອງຈີນຕ່າງໄດ້ເພີ່ມຂຶ້ນ 3,7% ແລະ 9,8% ຕາມລຳດັບ.


ໃນຂະນະດຽວກັນ, ເສດຖະກິດຈີນໄດ້ພັດທະນາດ້ວຍຄຸນນະພາບສູງ ເຊິ່ງກໍໄດ້ສ້າງໂອກາດໃໝ່ໃຫ້ແກ່ວິສາຫະກິດຂ້າມຊາດຕ່າງໆ. ປັດຈຸບັນ, ຈີນພວມສຸມໃສ່ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ລົງເລິກຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ກຳລັງຂັບເຄື່ອນໃໝ່ພວມເປັນຮູບເປັນຮ່າງຂຶ້ນຢ່າງວ່ອງໄວ.

ນອກຈາກນີ້ແລ້ວ, ຈີນໄດ້ປະຕິບັດນະໂຍບາຍຕ່າງໆຢ່າງໝັ້ນທ່ຽງ ແລະ ມີຄວາມຕໍ່ເນື່ອງ ເຊິ່ງໄດ້ສ້າງພື້ນທີ່ການພັດທະນາອັນກວ້າງຂວາງໃຫ້ແກ່ວິສາຫະກິດທຶນຕ່າງປະເທດ. ບໍ່ວ່າແມ່ນຈີນເປີດກວ້າງຂອບເຂດຍົກເວັ້ນວີຊາ ຫຼືວ່າສືບຕໍ່ຫຼຸດບັນຊີດ້ານລົບການອະນຸຍາດໃຫ້ເຂົ້າເຖິງຕະຫຼາດຂອງທຶນຕ່າງປະເທດ ແລະ ເພີ່ມທະວີການບໍລິການແລະຮັບປະກັນໃຫ້ແກ່ການລົງທຶນຂອງວິສາຫະກິດທຶນຕ່າງປະເທດ, ລ້ວນແຕ່ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ວິສາຫະກິດຕ່າງປະເທດທີ່ດຳເນີນທຸລະກິດຢູ່ຈີນ. ຫົກເດືອນຕົ້ນປີນີ້, ຈຳນວນວິສາຫະກິດທຶນຕ່າງປະເທດທີ່ສ້າງຕັ້ງຂຶ້ນໃໝ່ຢູ່ຈີນໄດ້ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ວັນທີ 15 ກໍລະກົດນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຈະມີການຈັດວາງທາງຍຸດທະສາດຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ. ປະຊາຄົມໂລກຫວັງວ່າ: ຈີນຈະສືບຕໍ່ສ້າງອະນາຄົດແຫ່ງການເຕີບໂຕທີ່ດີເລີດໃຫ້ແກ່ໂລກ ເພື່ອສ້າງໂອກາດໃໝ່ໃຫ້ແກ່ວິສາຫະກິດຂ້າມຊາດ.