ການສຳຫຼວດຂອງສະຫະພັນລອຍນ້ຳໂລກທີ່ມີຕໍ່ນັກກິລາລອຍນ້ຳຈີນບໍ່ພົບກໍລະນີລະເມີດລະບຽບການ, ການຊຳລະບໍ່ເໝາະສົມ ຫຼື ປິດບັງ

2024-07-16 17:38:53 cri

 

    ວັນທີ 15 ກໍລະກົດນີ້, ຄະນະກຳມະການກວດກາເພື່ອຕ້ານການນຳໃຊ້ສານກະຕຸ້ນທີ່ສ້າງຕັ້ງໂດຍສະຫະພັນລອຍນ້ຳໂລກໄດ້ສົ່ງສານເຖິງບັນດາສະຫະພັນສະມາຊິກ, ເນື້ອໃນສານລະບຸວ່າ: ໃນຂະບວນການສຳຫຼວດກໍລະນີອາຫານຂອງນັກກິລາລອຍນ້ຳຈີນມີສານຢາຕ້ອງຫ້າມ, ສະຫະພັນລອຍນ້ຳໂລກກວດແລ້ວບໍ່ພົບກໍລະນີລະເມີດລະບຽບການ, ການຊຳລະບໍ່ເໝາະສົມ ຫຼື ປິດບັງ. 

    ກ່ອນໜ້ານີ້, ທ່ານເອຣິກ ໂຄດີເອີ ເຈົ້າໜ້າທີ່ໄອຍະການເອກະລາດຂອງສະວິດໄດ້ຍື່ນບົດລາຍງານການສຳຫຼວດ, ໂດຍລະບຸວ່າ: ການຊຳລະຂອງອົງການຕ້ານການນຳໃຊ້ສານກະຕຸ້ນໂລກ ຫຼື WADA ທີ່ມີຕໍ່ເຫດການຜົນກວດຂອງນັກກິລາລອຍນ້ຳຈີນເປັນບວກຍ້ອນວ່າອາຫານມີສານຢາຕ້ອງຫ້າມແມ່ນບໍ່ມີຄວາມລຳອຽງ, ການຕັດສິນທີ່ບໍ່ກ່າວຟ້ອງອົງການຕ້ານການນຳໃຊ້ສານກະຕຸ້ນຈີນໃນເວລານັ້ນແມ່ນສົມເຫດສົມຜົນໂດຍບໍ່ຕ້ອງສົງໄສ.

    WADA ເຄີຍໄດ້ຢືນຢັນວ່າ: ກ່ອນໜຶ່ງເດືອນທີ່ຈະຈັດງານກິລາໂອລິມປິກໂຕກຽວປີ2021, ໄດ້ປາກົດວ່າຜົນການກວດສານກະຕຸ້ນຂອງນັກກິລາລອຍນ້ຳຈີນ 23 ຄົນເປັນບວກ, ແຕ່ບໍ່ໄດ້ມີການລົງໂທດໃດໆ, ທັງໄດ້ອະນຸຍາດໃຫ້ນັກກິລາກ່ຽວຂ້ອງເຂົ້າຮ່ວມການແຂ່ງຂັນ. ໃນເວລານັ້ນ, WADA ຊີ້ໃຫ້ເຫັນວ່າ: ອົງການຕ້ານການນຳໃຊ້ສານກະຕຸ້ນຈີນໄດ້ລາຍງານ WADA ວ່າ: ນັກກິລາ 23 ຄົນດັ່ງກ່າວໄດ້ພັກອາໄສຢູ່ໂຮງແຮມແຫ່ງດຽວກັນ, ໃນຫ້ອງຄົວ ແລະ ໃນລະບົບປ່ຽນຖ່າຍອາກາດ ແລະ ທໍ່ລະບາຍນ້ຳຂອງຫ້ອງໂຖຂອງໂຮງແຮມດັ່ງກ່າວລ້ວນແຕ່ກວດພົບເສດຢາຕຣີເມຕາຈີດິນ ເຊິ່ງເປັນຢາຕ້ອງຫ້າມ. ພາກສ່ວນວິທະຍາສາດຂອງ WADA ເຫັນວ່ານີ້ເປັນກໍລະນີໂດຍສະເພາະ ແລະ ກບໍ່ມີຂໍ້ຕ້ອງສົງໄສ, ສະນັ້ນ, ບໍ່ຈຳເປັນຕ້ອງສຳຫຼວດຕໍ່ໄປອີກ.