ວັນທີ 14 ກໍລະກົດນີ້,ເຈົ້າໜ້າທີ່ອົງການສືບສວນກາງຂອງສະຫະລັດອາເມຣິກາຫຼື FBIກ່າວວ່າ, ຜົນການສືບສວນ-ສອບສວນທີ່ໄດ້ຮັບໃນປັດຈຸບັນໄດ້ສະແດງໃຫ້ເຫັນວ່າ: ມືປືນທີ່ຫຼອນຍິງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາເປັນ ຄົນພັກຣີພັນບຼີກັນ ປັດຈຸບັນຍັງບໍ່ທັນຮູ້ເຈຕະນາຂອງຜູ້ກໍ່ເຫດເທື່ອ ແມ່ນກໍ່ເຫດຂຶ້ນໂດຍຄົນດຽວ .

ມືປືນທີ່ FBI ໄດ້ປະກາດກ່ອນໜ້ານີ້ແມ່ນທ້າວໂທມາສ ມາຊູ ແມັດທິວ ຄຣຸກສ໌ເປັນຜູ້ຊາຍອາຍຸ 20 ປີທີ່ມາຈາກລັດເພນຊີນວາເນຍ, ລາວໄດ້ຖືກຍິງຕາຍຄາທີ່, ປັດຈຸບັນຄອບຄົວຂອງລາວກຳລັງຖືກເຈົ້າໜ້າທີ່ສືບສວນຢູ່.
ວັນທີ 14 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສໂດຍອອກອາກາດຜ່ານທາງໂທລະພາບຢູ່ທຳນຽບຂາວເພື່ອອອກຄຳເຕືອນຕໍ່ບັນຫາການໃຊ້ຄວາມຮຸນແຮງທາງການເມືອງຂອງອາເມຣິກາ, ໂດຍກ່າວວ່າ “ຮອດເວລາທີ່ຈະຕ້ອງໃຈເຢັນໆແລ້ວ”.ທ່ານໂຈ ໄບເດັນຮຽກຮ້ອງໃຫ້ປະຊາຊົນຄວນແກ້ໄຂຂໍ້ຂັດແຍ້ງໂດຍຜ່ານບັດລົງຄະແນນສຽງຈາກການເລືອກຕັ້ງ ຫາກບໍ່ແມ່ນດ້ວຍລູກປືນ.