ຈີນໄດ້ຮັບໃບສັ່ງຈອງໃຫ້ຜະລິດເຮືອຫຼາຍກວ່າ 70% ໃນທົ່ວໂລກ

2024-07-16 15:18:48 cri


    ວັນທີ 16 ກໍລະກົດນີ້, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດຂອງອຸດສາຫະກຳການຜະລິດເຮືອກຳປັ່ນຂອງຈີນໃນ 6 ເດືອນຜ່ານມາປີນີ້, ໂດຍສະແດງໃຫ້ເຫັນວ່າ: ເຈົ້າຂອງກຳປັ່ນຕ່າງປະເທດນັບມື້ນັບຫຼາຍຂຶ້ນໄດ້ສັ່ງຈອງໃຫ້ຜະລິດເຮືອກຳປັ່ນນຳໂຮງງານເຮືອກຳປັ່ນຈີນ, ໃນໃບສັ່ງຈອງໃຫ້ຜະລິດເຮືອກຳປັ່ນໃໝ່ແຕ່ລະ 10 ໃບໃນທົ່ວໂລກນັ້ນ ກໍມີຫຼາຍກວ່າ 70%ໄດ້ເຂົ້າສູ່ຈີນ. ມູນຄ່າການສົ່ງອອກຂອງການຜະລິດເຮືອກຳປັ່ນຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.