ໄພທຳມະຊາດຢູ່ແຂວງໂກໂຣນຕາໂລຂອງອິນໂດເນເຊຍເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ

2024-07-16 15:11:34 cri

 

    ຕາມການລາຍງານຂ່າວຂອງອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍໃຫ້ຮູ້ໃນວັນທີ 15 ກໍລະກົດນີ້ວ່າ: ແຂວງໂກໂຣນຕາໂລຂອງອິນໂດເນເຊຍໄດ້ເກີດໄພນ້ຳຖ້ວມ ແລະ ດິນພູເຈື່ອນໃນຫວ່າງມໍ່ໆມານີ້, ເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ, ໃນນັ້ນ, ດິນພູເຈື່ອນທີ່ເກີດຢູ່ພູເຂດບໍ່ຄຳທີ່ຂຸດຄົ້ນຢ່າງຜິດກົດໝາຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ.

    ຕາມຂ່າວລາຍງານວ່າ: ໄພທຳມະຊາດຄັ້ງນີ້ຍັງໄດ້ເຮັດໃຫ້ມີຜູ້ຫາຍສາບສູນ 14 ຄົນ, ປະຊາຊົນເກືອບ 22.000 ຄົນໄດ້ຮັບຜົນກະທົບຈາກໄພ, ມີເຮືອນຊານປະມານ 4.500 ຫຼັງຖືກນ້ຳຖ້ວມ.