ຈີນຍິນດີຮ່ວມກັບລັດຖະບານຊຸດໃໝ່ອີຣານ ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຣານໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍາວນານ

2024-07-16 12:01:20 CRI

    ວັນທີ 15 ກໍລະກົດນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 13 ກໍລະກົດນີ້, ທ່ານມາຊູດ ເປເຈສະຄຽນ ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານກ່າວວ່າ,

ອີຣານຖະໜອມມິດຕະພາບອັນເປັນມູນເຊື້ອລະຫວ່າງອີຣານ ກັບ ຈີນ, ຄອງຄອຍລົງເລິກການຮ່ວມມືກັບຈີນ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?



    ທ່ານລີນຈ້ຽນກ່າວວ່າ: ຈີນຊົມເຊີຍທ່ານປະທານາທິບໍດີເປເຈສະຄຽນທີ່ຈິງໃຈສະແດງທ່າທີຕໍ່ການພົວພັນຈີນ-ອີຣານ. ໂດຍຜະເຊີນໜ້າກັບສະຖານະການພາກພື້ນແລະ ສາກົນທີ່ສັບສົນ, ຈີນ-ອີຣານສະໜັບສະໜູນກັນ ແລະ ຮ່ວມຈິດຮ່ວມໃຈກັນມາໂດຍຕະຫຼອດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດໃຫ້ໝັ້ນຄົງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆໃຫ້ມີຄວາມຄີບໜ້າຢ່າງໜັກແໜ້ນ, ຮັກສາການແລກປ່ຽນ ແລະ ການປະສານງານທີ່ດີໃນວຽກງານພາກພື້ນ ແລະ ສາກົນ ເຊິ່ງບໍ່ພຽງແຕ່ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນຈີນ ແລະອີຣານເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ກໍ່ຄືຂອງໂລກ. ຈີນເອົາໃຈໃສ່ຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ອີຣານໃນລະດັບສູງ, ຍິນດີຮ່ວມກັບລັດຖະບານຊຸດໃໝ່ອີຣານ ທຳຄວາມພະຍາຍາມຮ່ວມກັນເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຣານໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍາວນານ.