ຄະນະກຳມະການຄັງສຳຮອງສະຫະລັດອາເມຣິກາຢາກຮູ້ແນ່ວ່າ ອັດຕາເງິນເຟີ້ແມ່ນກຳລັງຫຼຸດລົງແທ້

2024-07-16 17:20:11 cri


   ວັນທີ 15 ກໍລະກົດນີ້, ທ່ານເຈິໂຣມ ພາວເວວລ໊ ປະທານຄະນະກຳມະການຄັງສຳຮອງສະຫະລັດອາເມຣິກາ ຫຼື FED ໄດ້ໃຫ້ສຳພາດໃນກິດຈະກຳຂອງສະໂມສອນເສດຖະກິດວໍຊິງຕັນ ໂດຍໄດ້ໃຫ້ຄວາມເຫັນກ່ຽວກັບສະຖິຕິອັດຕາເງິນເຟີ້ແລະສະພາບການເສດຖະກິດໃນປັດຈຸບັນເປັນຕົ້ນ.

   ທ່ານພາວເວວລ໊ກ່າວວ່າ: ຕົວເລກໃນຫວ່າງມໍ່ໆມານີ້ໄດ້ເພີ່ມຄວາມໝັ້ນໃຈໃຫ້ຄົນທັງຫຼາຍກ່ຽວກັບອັດຕາເງິນເຟີ້ທີ່ເລີ່ມຫຼຸດລົງ, ຖ້າວ່າ FED ລໍຖ້າໃຫ້ອັດຕາເງິນເຟີ້ຫຼຸດລົງເປັນ 2% ຈຶ່ງປັບຫຼຸດອັດຕາດອກເບ້ຍ, ກໍຈະໃຊ້ເວລາລໍຖ້າອີກດົນເຕີບ, ດຽວນີ້ FED ກຳລັງລໍຖ້າໃຫ້ມີຕົວເລກທີ່ດີຫຼາຍກວ່າເກົ່າເພື່ອຢືນຢັນວ່າອັດຕາເງິນເຟີ້ກຳລັງຫຼຸດລົງແທ້.

   ທ່ານພາວເວວລ໊ປະຕິເສດທີ່ຈະໃຫ້ຄວາມເຫັນໃດໆຕໍ່ໂອກາດການປັບຫຼຸດອັດຕາດອກເບ້ຍ. ທ່ານກ່າວຕື່ມວ່າ: ທ່ານຈະບໍ່ໃຫ້ສັນຍານໃດໆກ່ຽວກັບອັດຕາດອກເບ້ຍ, ຜູ້ວາງນະໂຍບາຍຈະປະຊຸມໄປເທື່ອລະກ້າວ ແລະຈະທຳການຕົກລົງໂດຍອີງຕາມຕົວເລກແລະສະພາບອະນາຄົດທີ່ປ່ຽນແປງເລື້ອຍໆ.