ສະພາການຄ້າຂາເຂົ້າ-ຂາອອກກົນຈັກແລະເຄື່ອງໄຟຟ້າຈີນຮຽກຮ້ອງໃຫ້ອາເມຣິກາດັດແກ້ນະໂຍບາຍອຸດໜູນທີ່ມີລັກສະນະຈຳແນກໃນທັນທີ

2024-07-17 10:40:25 CRI

    ວັນທີ 16 ກໍລະກົດນີ້, ສະພາການຄ້າຂາເຂົ້າ-ຂາອອກຜະລິດຕະພັນກົນຈັກແລະ ເຄື່ອງໄຟຟ້າຈີນແຈ້ງວ່າ,ອາເມຣິກາປະກາດມາດຕະການອຸດໜູນລົດພະລັງງານໃໝ່ຕາມ “ກົດໝາຍວ່າດ້ວຍຫຼຸດໄພເງິນເຟີ້” ໂດຍສະເພາະໄດ້ອອກນະໂຍບາຍທີ່ມີລັກສະນະຈຳແນກທີ່ແນໃສ່ຜະລິດຕະພັນ ແລະ ຕ່ອງໂສ້ອຸດສາຫະກຳຂອງຈີນເປັນພິເສດ ເຊິ່ງມີຈຸດປະສົງ ເພື່ອອູ້ມຊູຍູ້ໜູນຕ່ອງໂສ້ອຸດສາຫະກຳລົດພະລັງງານໃໝ່ຂອງປະເທດຕົນບົນພື້ນຖານຈຳກັດປະເທດເປົ້າໝາຍສະເພາະ. ທີ່ຈິງແລ້ວ, ຫຼັງຈາກປະກາດໃຊ້ກົດໝາຍດັ່ງກ່າວແລ້ວ, ການສະໜອງຕໍ່ຕະຫຼາດຂອງລົດພະລັງງານໄຟຟ້າ ແລະ ຄວາມໝັ້ນໃຈຂອງຜູ້ບໍລິໂພກຊາວອາເມຣິກາລ້ວນແຕ່ໄດ້ຮັບຜົນກະທົບ, ກາຍເປັນສິ່ງຂີດຂວາງໃຫຍ່ທີ່ສຸດທີ່ກົດໜ່ວງຖ່ວງດຶງບັນລຸເປົ້າໝາຍການຫັນເປັນແບບພະລັງງານໄຟຟ້າ.

 

     ສະພາການຄ້າຂາເຂົ້າຂາອອກຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າຈີນລະບຸວ່າ, ເດັດດ່ຽວສະໜັບສະໜູນລັດຖະບານຈີນສະເໜີຕໍ່ອົງການການຄ້າໂລກ ຫຼື WTO ເພື່ອຈັດຕັ້ງໜ່ວຍຊ່ຽວຊານກ່ຽວກັບມາດຕະການທີ່ອຸດໜູນຕໍ່ລົດພະລັງງານໃໝ່ຕາມ “ກົດໝາຍວ່າດ້ວຍຫຼຸດໄພເງິນເຟີ້”, ຊຸກຍູ້ການຮ້ອງຟ້ອງ ເພື່ອຮັກສາສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍກ່ຽວກັບການພັດທະນາອຸດສາຫະກຳລົດພະລັງງານໃໝ່ຂອງຈີນ.


 

     ມາດຕະການອຸດໜູນຕໍ່ລົດພະລັງງານໃໝ່ຕາມ “ກົດໝາຍວ່າດ້ວຍຫຼຸດໄພເງິນເຟີ້”ຂອງອາເມຣິກາ ໄດ້ລະເມີດກົດເກນພື້ນຖານເສດຖະກິດຕະຫຼາດ, ຈຸດປະສົງທີ່ແທ້ຈິງກໍ່ແມ່ນຈຳກັດ ແລະ ສະກັດກັ້ນບໍ່ໃຫ້ອຸດສາຫະກຳລົດພະລັງໃໝ່ຂອງຈີນພັດທະນາ, ໄດ້ທຳລາຍສະພາບແວດລ້ອມການແຂ່ງຂັນດ້ວຍຍຸດຕິທຳຂອງອຸດສາຫະກຳລົດພະລັງງານໃໝ່ທົ່ວໂລກ ພ້ອມທັງຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ທຳລາຍລະບຽບການຄ້າສາກົນ, ເຮັດໃຫ້ຂະບວນການຟື້ນຟູຂອງເສດຖະກິດໂລກເຊື່ອມໂຊມລົງ.


     ສະພາການຄ້າຂາເຂົ້າ-ຂາອອກຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າຈີນເດັດດ່ຽວຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງການພັດທະນາອຸດສາຫະກຳລົດພະລັງງານໃໝ່ຂອງຈີນ. ຮຽກຮ້ອງໃຫ້ອາເມຣິກາ ຈົ່ງປະຕິບັດຕາມກົດລະບຽບ ແລະພັນທະໜ້າທີ່ຂອງອົງການ WTO ຢ່າງເຄັ່ງຄັດ, ປະເຊີນກັບກົດເກນການພັດທະນາຂອງອຸດສາຫະກຳລົດຍົນຢ່າງຖືກຕ້ອງ, ດັດແກ້ນະໂຍບາຍອຸດໜູນທີ່ມີລັກສະນະຈຳແນກໃນທັນທີ, ຢຸດຕິການກະທຳທີ່ເປັນລັດທິຝ່າຍດຽວ ແລະ ເຈົ້າອຳນາດດ້ານການຄ້າ.