ຈຳນວນຜູ້ໂດຍສານຂອງຖ້ຽວບິນລະຫວ່າງຈີນ-ສິງກະໂປຂອງສະໜາມບິນຊາງກີສິງກະໂປບັນລຸເຖິງ 3,7 ລ້ານເທື່ອຄົນໃນ 6 ເດືອນຜ່ານມາປີນີ້

2024-07-17 15:05:30 cri

 

    ວັນທີ 16 ກໍລະກົດນີ້, ສະໜາມບິນຊາງກີສິງກະໂປແຈ້ງໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາປີນີ້, ຈຳນວນຜູ້ໂດຍສານຂອງຖ້ຽວບິນລະຫວ່າງຈີນ-ສິງກະໂປຂອງສະໜາມບິນຊາງກີສິງກະໂປໄດ້ບັນລຸເຖິງ 3,7 ລ້ານເທື່ອຄົນ, ກວມປະມານ 11% ຂອງຍອດຈຳນວນຜູ້ໂດຍສານຂອງສະໜາມບິນດັ່ງກ່າວ. ໃນນັ້ນ, ນະຄອນຊຽງໄຮ້, ເຊ້ຍເມີນ ແລະ ຄຸນມິງກາຍເປັນ 3 ນະຄອນທີ່ຈຳນວນຜູ້ໂດຍສານເພີ່ມຂຶ້ນຫຼາຍທີ່ສຸດ.

    ຕາມຂ່າວລາຍງານວ່າ: ນະໂຍບາຍຍົກເວັ້ນວິຊາກັນພາຍໃນເວລາ 30 ວັນ ລະຫວ່າງຈີນ-ສິງກະໂປ ແລະ ຈຳນວນຖ້ຽວບິນເພີ່ມຂຶ້ນໄດ້ກະຕຸກຊຸກຍູ້ໃຫ້ຈຳນວນຜູ້ໂດຍສານຂອງຖ້ຽວບິນລະຫວ່າງສອງປະເທດເພີ່ມຂຶ້ນ.