ຈີນເພີ່ມດ່ານນຳໃຊ້ນະໂຍບາຍຍົກເວັ້ນວີຊາຜ່ານແດນ ສະແດງໃຫ້ໂລກໄດ້ເຫັນເຖິງປະເທດຈີນທີ່ເປີດປະຕູສູ່ພາຍນອກຢ່າງໝັ້ນໃຈຫຼາຍກວ່າເກົ່າ

2024-07-17 09:11:32 cri

ວັນທີ 15 ກໍລະກົດນີ້, ອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນໄດ້ອອກປະກາດແຈ້ງການວ່າ: ນັບແຕ່ມື້ດັ່ງກ່າວເປັນຕົ້ນໄປ, ເພີ່ມສະໜາມບິນສາກົນຊິ່ນເຈີ້ງນະຄອນເຈີ້ງໂຈ່ວ, ສະໜາມບິນສາກົນຊ່ານຢີ້ນະຄອນລີ້ຈ່ຽງ ແລະ ດ່ານທາງລົດໄຟບໍ່ຫານ ໃຫ້ເປັນດ່ານທີ່ນຳໃຊ້ນະໂຍບາຍຍົກເວັ້ນວິີຊາຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ. ນັບມາຮອດປັດຈຸບັນ, ອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາແກ່ຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງຢູ່ດ່ານ 37 ແຫ່ງທີ່ຢູ່ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນຄຸນໝິງ, ນະຄອນລີ້ຈ່ຽງ,ກິ່ງແຂວງສິບສອງພັ່ນນາຂອງແຂວງຢູນນານ ແລະອື່ນໆ. ອີງຕາມນະໂຍບາຍດັ່ງກ່າວ, ພົນລະເມືອງຂອງ 54 ປະເທດ ເຊັ່ນ ອາເມຣິກາ, ການາດາ, ອັງກິດ ເປັນຕົ້ນ ຜ່ານຈາກດ່ານດັ່ງກ່າວໄປປະເທດ ຫຼື ເຂດແຄວ້ນທີສາມ, ສາມາດຄົງຄ້າງຢູ່ໃນເຂດທີ່ກຳນົດໄວ້ບໍ່ກາຍ 144 ຊົ່ວໂມງໂດຍຍົກເວັ້ນວິຊາຜ່ານແດນ, ໃນໄລຍະຄົງຄ້າງສາມາດດຳເນີນການເຄື່ອນໄຫວໄລຍະສັ້ນ ເຊັ່ນ: ການທ່ອງທ່ຽວ, ທຸລະກິດ, ການຢ້ຽມຢາມ, ການຢາມຍາດພີ່ນ້ອງ ແລະອື່ນໆ.

ນັບແຕ່ວັນທີ 1 ທັນວາ ປີ 2023 ເປັນຕົ້ນມາ, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວິຊາແຕ່ຝ່າຍດຽວຕໍ່ພົນລະເມືອງຂອງເຢຍລະມັນ, ຝຮັ່ງ, ອິຕາລີ, ໂຮນລັງ,ແອັດສະປາຍ ແລະ ມາເລເຊຍ. ພົນລະເມືອງທີ່ຖືພາດສະປອດທົ່ວໄປຂອງປະເທດເຫຼົ່ານີ້ ເຂົ້າເມືອງຈີນເພື່ອທຸລະກິດ, ການທ່ອງທ່ຽວ, ຢ້ຽມຢາມຍາດພີ່ນ້ອງ ແລະ ໝູ່ເພື່ອນ ຫຼື ຜ່ານແດນຈີນ ທີ່ບໍ່ກາຍ 15 ວັນ, ສາມາດເຂົ້າເມືອງຈີນໂດຍຍົກເວັ້ນວິຊາ. ຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ນະໂຍບາຍຍົກເວັ້ນວີຊາດັ່ງກ່າວໄດ້ເສີມຂະຫຍາຍບົດບາດສົ່ງເສີມຢ່າງຫຼວງຫຼາຍໃຫ້ແກ່ຂະແໜງການທ່ອງທ່ຽວຂອງຈີນ, ຈຳນວນຜູ້ເຂົ້າ-ອອກເມືອງຂອງຈີນໃນໄຕມາດທຳອິດປີນີ້ໄດ້ຟື້ນຟູຢ່າງຊັດເຈນ. ໃນລະຫວ່າງເດືອນມັງກອນຫາເດືອນມີນາປີ 2024, ມີຄົນສັນຊາດຕ່າງປະເທດເຂົ້າ-ອອກເມືອງຈີນເກືອບ 13,1 ລ້ານເທື່ອຄົນ. ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອທຽບກັບໄຕມາດທຳອິດຂອງປີ 2023. ສ່ວນຈຳນວນເທື່ອຄົນເຂົ້າ-ອອກເມືອງຂອງຄົນສັນຊາດຕ່າງປະເທດໃນໄຕມາດທຳອິດປີນີ້ກໍໄດ້ມີການຟື້ນຟູຢ່າງຊັດເຈນເມື່ອທຽບກັບໄຕມາດທຳອິດຂອງປີ 2019 ເຊິ່ງເປັນໄລຍະກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19.

ໃນເດືອນມີນາປີນີ້, ຈີນຍັງໄດ້ຈັດໃຫ້ປະເທດສະວິດ ແລະ ອີກ 5 ປະເທດເອີຣົບເຂົ້າໃນຂອບເຂດຍົກເວັ້ນວີຊາ. ໃນເດືອນພຶດສະພາປີນີ້, ຈີນປະກາດວ່າຈະແກ່ຍາວເວລາປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ພົນລະເມືອງຂອງ 12 ປະເທດ ເຊັ່ນ ຝຣັ່ງເປັນຕົ້ນທີ່ມາຈີນເປັນໄລຍະສັ້ນນັ້ນ ໃຫ້ເຖິງທ້າຍປີ 2025. ນະໂຍບາຍຍົກເວັ້ນວີຊາດັ່ງກ່າວໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຕໍ່ການຟື້ນຟູຂະແໜງການທ່ອງທ່ຽວຂອງຈີນ. ໂຄສົກອົງການກວດກາຄົນເຂົ້າເມືອງແຫ່ງຊາດຈີນແຈ້ງໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 5 ກໍລະກົດນີ້ວ່າ: ໃນ 6 ເດືອນທຳອິດປີນີ້, ຈຳນວນຊາວຕ່າງປະເທດທີ່ເຂົ້າເມືອງຈີນຜ່ານດ່ານແຫ່ງຕ່າງໆຢູ່ທົ່ວປະເທດຈີນມີເຖິງ 14.635.000 ເທື່ອຄົນ, ເພີ່ມຂຶ້ນ 152,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຈຳນວນຄົນເຂົ້າເມືອງໂດຍຍົກເວັ້ນວີຊາມີເຖິງ 8.542.000 ເທື່ອຄົນ, ກວມເອົາ 52%, ເພີ່ມຂຶ້ນ 190,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ການເປີດປະຕູສູ່ພາຍນອກຂອງຈີນຈະບໍ່ຢຸດເຊົາ ແລະ ມີແຕ່ຈະເປີດກວ້າງອອກຕື່ມອີກເທົ່ານັ້ນ. ຈີນເປີດກວ້າງນະໂຍບາຍຍົກເວັ້ນວີຊາຕໍ່ຜູ້ໂດຍສານທີ່ຜ່ານແດນບໍ່ກາຍ 144 ຊົ່ວໂມງ ຈະຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນກັບປະຊາຊົນຕ່າງປະເທດຕື່ມອີກ, ຊ່ວຍຊູຍູ້ໜູນການພັດທະນາດ້ວຍຄຸນນະພາບສູງ ແລະ ການເປີດປະຕູສູຸ່ພາຍນອກໃນລະດັບສູງຂອງຈີນ. ໂລກກຳລັງເຫັນປະເທດຈີນທີ່ເປີດປະຕູສູ່ພາຍນອກ ແລະ ມີຄວາມໝັ້ນໃຈຫຼາຍກວ່າເກົ່າ.