ໄທຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບຄະດີຄົນຫວຽດນາມຕາຍຢູ່ໃນໂຮງແຮມ ໂດຍສັນນິຖານເບື້ອງຕົ້ນວ່າເປັນການຄາດຕະກຳ

2024-07-17 14:54:06 cri


    ວັນທີ 16 ກໍລະກົດນີ້, ມີ 6 ຄົນເສຍຊີວິດໃນຫ້ອງພັກຂອງໂຮງແຮມທີ່ມີຊື່ສຽງແຫ່ງໜຶ່ງຢູ່ບາງກອກປະເທດໄທ, ຜູ້ເສຍຊີວິດລວມມີຄົນຫວຽດນາມ 4 ຄົນແລະຊາວອາເມຣິກາເຊື້ອສາຍຫວຽດນາມ 2 ຄົນ.

   ຕອນຄ່ຳວັນທີ 16 ກໍລະກົດນີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທໄດ້ເດີນທາງໄປໂຮງແຮມດັ່ງກ່າວເພື່ອຈັດການຖະແຫຼງຂ່າວກ່ຽວກັບເຫດການນີ້ຂຶ້ນ. ທ່ານເສດຖາ ທະວີສິນເຜີຍໃຫ້ຮູ້າ: ຜ່ານການສືບສວນແລະສັນນິຖານເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດ, 6 ຄົນນີ້ໄດ້ເສຍຊີວິດມາຫຼາຍກວ່າ 24 ຊົ່ວໂມງແລ້ວ.

   ເຈົ້າໜ້າທີ່ຕຳຫຼວດໄດ້ເປີດເຜີຍຢູ່ໃນຖະແຫຼງຂ່າວອີກວ່າ: ຜູ້ເສຍຊີວິດ 6 ຄົນໃນເຫດການນີ້ລວມມີຜູ້ຊາຍ 3 ຄົນແລະຜູ້ຍິງ 3 ຄົນ. ໃນສະຖານທີ່ເກີດເຫດແມ່ນບໍ່ມີຮ່ອງຮອຍການຕໍ່ສູ້ກັນ. ປະຕູຫ້ອງກໍລອກອັດທາງພາຍໃນ, ໃນຫ້ອງ ມີຮ່ອງຮອຍດື່ມນ້ຳຊາຫຼືກາເຟ, ສິ່ງເສດເຫຼືອໃນຈອກໄດ້ສົ່ງໄປພິສູດແລ້ວ. ຕາມການສັນນິຖານເບື້ອງຕົ້ນ ແມ່ນເປັນການຄາດຕະກຳ, ປັດຈຸບັນ ກຳລັງດຳເນີນການສືບສວນສອບສວນຕື່ມອີກ.