ທະນາຄານພັດທະນາອາຊີປັບເພີ່ມຄາດໝາຍຕໍ່ການພັດທະນາເສດຖະກິດພາກພື້ນອາຊີປາຊິຟິກ

2024-07-17 14:42:52 cri


   ວັນທີ 17 ກໍລະກົດນີ້, ທະນາຄານພັດທະນາອາຊີປະກາດ “ບົດລາຍງານການຄາດຄະເນການພັດທະນາອາຊີປີ2024(ສະບັບເດືອນກໍລະກົດ)” ໂດຍໄດ້ປັບອັດຕາການເຕີບໂຕທາງເສດຖະກິດຂອງກຸ່ມເສດຖະກິດພວມພັດທະນາໃນອາຊີ ຈາກ 4.9% ທີ່ຄາດໝາຍໄວ້ໃນເມື່ອກ່ອນ ໃຫ້ເພີ່ມຂຶ້ນເປັນ 5%. ສ່ວນການຄາດໝາຍຕໍ່ອັດຕາການເຕີບໂຕທາງເສດຖະກິດໃນປີ2025 ແມ່ນຈະຮັກສາຢູ່ໃນລະດັບ 4.9% ຄືເກົ່າ.

   ໃນນັ້ນ,ທະນາຄານພັດທະນາອາຊີໄດ້ຮັກສາຕົວເລກຄາດໝາຍຕໍ່ການເຕີບໂຕທາງເສດຖະກິດຂອງຈີນບໍ່ໄດ້ປ່ຽນແປງ,ປີ2024 ຄາດວ່າຈະເຕີບໂຕ 4.8% ແລະປີ2025 ແມ່ນ 4.5%.

   ບົດລາຍງານຍັງຄາດຄະເນອີກວ່າ: ກຸ່ມເສດຖະກິດພວມພັດທະນາໃນອາຊີ ສຳລັບອັດຕາເງິນເຟີ້ໃນປີ2024 ຈາກ 3.2% ທີ່ຄາດຄະເນໃນເດືອນເມສາ ໄດ້ຫຼຸດລົງເປັນ 2.9%, ປີ2025ແມ່ນຮັກສາໃນລະດັບ 3% ຄືເກົ່າ.

   ທະນາຄານພັດທະນາອາຊີແມ່ນທະນາຄານພັດທະນາຫຼາຍຝ່າຍທີ່ສຸມໃສ່ການພັດທະນາຂອງພາກພື້ນອາຊີປາຊິຟິກ, ສ້າງຕັ້ງຂຶ້ນເມື່ອປີ1966, ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງມານີລາຂອງຟິລິບປິນ.