ນາຍົກຮົງກາຣີສະເໜີຂໍ້ສະເໜີກ່ຽວກັບການແກ້ໄຂການປະທະກັນລະຫວ່າງຣັດເຊຍກັບ ອູແກຣນໃຫ້ກັບສະຫະພາບເອີລົບ

2024-07-17 10:55:11 CRI

    ວັນທີ 15 ກໍລະກົດນີ້, ສື່ມວນຊົນຮົງກາຣີລາຍງານວ່າ: ທ່ານໂອບານ ວິກເຕີ ນາຍົກລັດຖະມົນຕີຮົງກາຣີໄດ້ສະເໜີກ່ຽວກັບການແກ້ໄຂການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນໃຫ້ກັບຜູ້ນຳສະຫະພາບເອີລົບແລ້ວ.



    ໃນບົດລາຍງານໄດ້ນຳເອົາຄວາມເວົ້າຂອງທ່ານໂອບານ ບາລາສ ຫົວໜ້ານະໂຍບາຍການເມືອງຂອງນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ຢູ່ໃນສະຫະພາບເອີລົບມີອິດທິພົນທາງການເມືອງທີ່ “ສະໜັບສະໜູນສົງຄາມ”,ສະຫະພາບເອີລົບພວມເດີນຕາມອາເມຣິກາ, ສ່ວນອາເມຣິກາຫວັງໃຫ້ການປະທະກັນສືບຕໍ່. ທ່ານໂອບານ ບາລາສກ່າວອີກວ່າ, ຖ້າເອີລົບຫວັງຢາກໃຫ້ມີສັນຕິພາບ, ແລະມີສິດປະກອບຄຳເຫັນທີ່ມີລັກສະນະຕັດສິນຕໍ່ບັນຫາກ່ຽວກັບການແກ້ໄຂການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ປັດຈຸບັນແມ່ນຕ້ອງວາງແຜນປ່ຽນເສັ້ນທາງ ແລະ ຈັດຕັ້ງປະຕິບັດຢ່າງແທ້ຈິງ.