ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່(5)

2024-07-17 11:54:51 cri



ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນໄດ້ສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ພາຍໃຕ້ການເປັນປະທານຂອງທ່ານເຕີ້ງສ້ຽວຜິງເມື່ອປີ 1978, ແລະໄດ້ຮັບການລົງເລິກຢ່າງຮອບດ້ານຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງເມື່ອປີ 2013. ເນື່ອງໃນໂອກາດທີ່ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫຼວງປັກກິ່ງປະເທດຈີນ, ພວກເຮົາຈະນຳສະເໜີໃຫ້ທ່ານຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່.

 

ຕອນທີ 5: ປະຊາຊົນເປັນພື້ນຖານຂອງຊາດ, ເມື່ອພື້ນຖານໝັ້ນຄົງ ແລ້ວຊາດຈະມີຄວາມສະຫງົບ”

 

ໃນໄລຍະມື້ໃກ້ທ້າຍໆປີຂອງປີ 2012 ເຊິ່ງເປັນຕອນທ້າຍລະດູໜາວຢູ່ພາກເໜືອຂອງຈີນ, ທ່າມກາງອຸນຫະພູມທີ່ໜາວຕິດລົບ10ກວ່າອົງສາ, ທ່ານສີຈິ້ນຜິງ ໄດ້ເດີນທາງຜ່ານຫິມະທີ່ຕົກຢ່າງໜັກໄປຫາເມືອງຟູ້ຜິງ ເຊິ່ງເປັນເມືອງນ້ອຍແຫ່ງໜຶ່ງຂອງແຂວງເຫີເປີຍ, ເພິ່ນໄດ້ຍ່າງເຂົ້າໄປໃນເຮືອນຂອງຊາວກະສິກອນບ້ານທຸກຍາກຫຼາຍຫຼັງ ເພື່ອນັ່ງໂອ້ລົມສົນທະນາກັບພໍ່ແມ່ປະຊາຊົນຊາວບ້ານຢ່າງເລິກເຊິ່ງຈິງໃຈ. ເພິ່ນໄດ້ເດີນທາງຫຼາຍກວ່າ 700 ກິໂລແມັດເພື່ອຢ້ຽມຢາມບັນດາຄອບຄົວບ້ານທຸກຍາກສອງບ້ານ.

 

 



ວັນທີ 29 ທັນວາ 2012, ທ່ານສີຈິ້ນຜິງ ເດີນທາງໄປບ້ານໂລ້ໂຖວ່ານເມືອງຟູ້ຜິງແຂວງເຫີເປີຍເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ

 

ເດືອນເມສາປີ 2019, ທ່ານສີຈິ້ນຜິງ ໄດ້ເດີນທາງຜ່ານພາຫະນະຫຼາຍຕໍ່ ເລີ່ມຈາກຂີ່ເຮືອບິນ ແລ້ວຕໍ່ລົດໄຟ ທັງຂີ່ລົດຕາມເສັ້ນທາງ ເພື່ອໃຫ້ໄປຮອດບ້ານຮົວຊີ່ຕາແສງຈົ່ງຢີ້ ເມືອງສືຈູ້ ກຳແພງນະຄອນຈຸ່ງກິ່ງ ເຊິ່ງເປັນບ້ານນ້ອຍທີ່ຕັ້ງຢູ່ສ່ວນເລິກເຂດພູດອຍ. ບ່ອນນີ້ເປັນເຂດທຸກຍາກທີ່ສຸດທີ່ຕິດຈອດກັນເປັນບໍລິເວນກວ້າງ, ເປັນ “ບ່ອນທຸກຍາກທີ່ສຸດ” ທີ່ ທ່ານສີຈີ້ນຜິງມີຄວາມຫ່ວງໃຍຫຼາຍທີ່ສຸດ.

 

ໃນຖານະເປັນຜູ້ນຳສູງສຸດຂອງຈີນ, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວຈາກນະຄອນຫຼວງປັກກິ່ງໄປຮອດຂັ້ນຮາກຖານທ້ອງຖິ່ນຕ່າງໆຢູ່ເລື້ອຍໆ, ຈຸດປະສົງກໍເພື່ອກຳແໜ້ນສະພາບລວມ, ທັງຄົ້ນຄວ້າໃນສິ່ງທີ່ມີລັກສະນະຕົວແບບ, ຈາກນັ້ນຈຶ່ງຈະສາມາດກຳໄດ້ຂໍກຸນແຈສຳຄັນເພື່ອແກ້ໄຂບັນຫາການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະຜ່ານຜ່າຂອດຍາກທີ່ສຸດໃນຂະບວນການປະຕິຮູບແລະການພັດທະນາ.

 

ໃນໂອກາດລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ທ້ອງຖິ່ນ, ເພິ່ນໄດ້ຊີ້ນຳໃຫ້ພະນັກງານຕ້ອງມີຄວາມຮັບຜິດຊອບ ແລະມີສະຕິແກ້ໄຂບັນຫາຢ່າງເລັ່ງດ່ວນ, ຕ້ອງເຮັດວຽກດ້ວຍຄວາມມີນ້ຳໃຈ; ເພິ່ນຍັງໄດ້ບອກກັບພີ່ນ້ອງປະຊາຊົນວ່າ: ການພັດທະນາຕ້ອງອາໄສແຮງຂັບເຄື່ອນທີ່ເກີດຂຶ້ນຈາກພາຍໃນ, ອາໄສແຕ່ການຊ່ວຍເຫຼືອ ບໍ່ແມ່ນວິທີແກ້ໄຂແບບຍືນຍົງ. ທ້ອງຖິ່ນໃດໜຶ່ງຕ້ອງມີອຸດສາຫະກຳ, ມີແຮງງານ, ກຳລັງທັງພາຍໃນແລະພາຍນອກປະສານສົມທົບກັນຈຶ່ງຈະມີການພັດທະນາໄດ້.

 

ພາຍຫຼັງໄດ້ຮັບເລືອກຕັ້ງເປັນຜູ້ນຳສູງສຸດຂອງຈີນແລ້ວ, ທ່ານສີຈິ້ນຜິງໄດ້ໃຊ້ເວລາ 8 ປີ, ນຳພາປະຊາຊົນທົ່ວປະເທດຈີນປະຕິບັດໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະຈັກຕາຕໍ່ຊາວໂລກຄື: ລຶບລ້າງຄວາມທຸກຍາກ. ຈາກການຊ່ວຍເຫຼືອແບບ“ການໃຫ້ເລືອດ” ຮອດ ການຊ່ວຍເຫຼືອແບບ “ການຜະລິດເລືອດ”, ເຊິ່ງເຮັດໃຫ້ປະຊາກອນຜູ້ທຸກຍາກຢູ່ເຂດຊົນນະບົດຈີນເກືອບ100 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດສາດເສດຖະກິດໂລກ, ທັງໄດ້ເຮັດໃຫ້ຄຳໝັ້ນສັນຍາຂອງພັກຄອມມູນິດຈີນທີ່ນຳພາປະຊາຊົນລຶບລ້າງຄວາມທຸກຍາກ ແລະ ກ້າວໄປສູ່ຄວາມອິ່ມໜຳສຳລານບັນລຸຜົນເປັນຈິງ.

 

ທຸກສິ່ງຢ່າງທີ່ກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນລ້ວນແຕ່ເປັນເລື່ອງທີ່ສຳຄັນ. ທ່ານສີຈິ້ນຜີງມັກເວົ້າຢູ່ເລື້ອຍໆວ່າ: “ປະຊາຊົນເປັນພື້ນຖານຂອງຊາດ, ເມື່ອພື້ນຖານໝັ້ນຄົງ ແລ້ວຊາດຈະມີຄວາມສະຫງົບ. ຊີວິດການເປັນຢູ່ຂອງປະຊາຊົນເປັນພື້ນຖານແຫ່ງຄວາມສຸກຂອງປະຊາຊົນ ແລະ ເປັນພື້ນຖານແຫ່ງຄວາມກົມກຽວຂອງສັງຄົມ.”

 

 

 

ທິວທັດຂອງບ້ານຮົວຊີ່ຕາແສງຈົ່ງຢີ້ເມືອງສືຈູ້ກຳແພງນະຄອນຈຸ່ງກິ່ງ. ປັດຈຸບັນ, ບ້ານຮົວຊີ່ມີອຸດສາຫະກຳເສົາຄ້ຳຕ່າງໆເຊັ່ນ: ຢາພື້ນເມືອງຈີນ, ພືດຜັກ ແລະ ໝາກໄມ້ທີ່ມີເອກະລັກພິເສດ ແລະ ອື່ນໆ.

 

 



ຢູ່ນະຄອນຊວີ່ຈິ້ງແຂວງຢຸນນານ, ເມື່ອເດືອນຕຸລາ, ສວນໝາກເຜັດທີ່ກວມເນື້ອທີ່ປະມານ 6 ເຮັກຕາຂອງບ້ານໂຖ່ເຄີ້ໄດ້ຮັບຜົນເກັບກ່ຽວອັນອຸດົມສົມບູນ. ຍຸດທະສາດ“ລຶບລ້າງຄວາມທຸກຍາກຢ່າງຖືກເປົ້າໝາຍ” ໄດ້ຜ່ານຈາກນະໂຍບາຍຊ່ວຍເຫຼືອຕ່າງໆເຊັ່ນ: ພັດທະນາກະສິກຳດ້ວຍອຸດສາຫະກຳເປັນຕົ້ນ ເຮັດໃຫ້ຊາວກະສິກອນກ້າວຂຶ້ນສູ່ເສັ້ນທາງສ້າງຄວາມຮັ່ງມີ.

 

ຄ່ານິຍົມການປະຕິຮູບທີ່ປະຊາຊົນເປັນພື້ນຖານຂອງຊາດ ຮອດ ການຖືປະຊາຊົນເປັນໃຈກາງ

 

ຄຳວ່າ “ປະຊາຊົນເປັນພື້ນຖານຂອງຊາດ” ເຊິ່ງໄດ້ບັນທຶກຢູ່ໃນປຶ້ມ “ຊ້າງຊູ່” ທີ່ເປັນຕຳລາບູຮານຈີນກ່ອນໜ້ານີ້ 5.000 ກວ່າປີ. ສາມາດເວົ້າໄດ້ວ່າແນວຄິດ “ ປະຊາຊົນເປັນພື້ນຖານຂອງຊາດ” ໄດ້ໂຮມສູນສິ່ງຍອດຍິ່ງຂອງແນວຄິດການເມືອງສະໄໝບູຮານຂອງຈີນ, ທັງໄດ້ສະແດງໃຫ້ເຫັນເຖິງແນວຄິດການເມືອງຂອງຜູ້ມີຄວາມຮູ້ຄວາມສາມາດແລະຄຸນສົມບັດຂອງແຕ່ລະຍຸກແຕ່ລະສະໄໝໃນປະຫວັດສາດຈີນ, ນີ້ຄືເຄົ້າກຳເນີດຂອງ ອຸດົມການແຕ່ຫົວທິແລະພາລະກຳຂອງຊາວຄອມມູນິດຈີນທີ່ຍຶດໝັ້ນສະແຫວງຫາຄວາມສຸກໃຫ້ກັບປະຊາຊົນ ແລະສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ນເຮືອງໃຫ້ກັບປະຊາຊາດ.

 

ໂດຍຍຶດໝັ້ນອຸດົມການແຕ່ຫົວທີດັ່ງກ່າວນີ້, ທ່ານສີຈິ້ນຜິງ ໄດ້ສະເໜີແນວຄິດການພັດທະນາທີ່ “ຖືປະຊາຊົນເປັນໃຈກາງ”, ກາຍເປັນຄວາມຮຽກຮ້ອງດ້ານຄຸນຄ່າສຳລັບພັກຄອມມູນິດຈີນໃນການອອກແບບຈາກຂັ້ນເທິງສູງສຸດຕໍ່ສະພາບລວມແຫ່ງການພັດທະນາເສດຖະກິດ-ສັງຄົມ, ທັງເປັນຄ່ານິຍົມດ້ານການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນໃນຍຸກໃໝ່. ທ່ານສີຈິ້ນຜິງ ໄດ້ຊີ້ແຈງແນວຄິດດັ່ງກ່າວດ້ວຍຄຳເວົ້າທີ່ເຂົ້າໃຈງ່າຍວ່າ: “ຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ ກໍຄືເປົ້າໝາຍສູ້ຊົນຂອງພວກເຮົາ.” “ການລົງເລິກການປະຕິຮູບຢ່າງຮອບດ້ານຕ້ອງຖືເອົາການສົ່ງເສີມຄວາມຍຸຕິທຳແລະຄວາມເປັນທຳຂອງສັງຄົມ, ເພີ່ມຄວາມສຸກໃຫ້ກັບປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ຈຸດໝາຍ.”

 

ຈາກຈຸດເລີ່ມຕົ້ນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ນຳພາຈີນໃນຍຸກໃໝ່ດຳເນີນການປະຕິຮູບຢ່າງເລິກເຊິ່ງແລະຮອບດ້ານໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນຄື:

 

ລົງເລິກການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ: ຍົກສູງລະດັບການປະກັນສຸຂະພາບຂັ້ນພື້ນຖານແລະການປະກັນໄພດ້ານພະຍາດຮ້າຍແຮງຢ່າງຕໍ່ເນື່ອງ, ຈັດເອົາຢາປິ່ນປົວທີ່ປະຊາຊົນຕ້ອງການຢ່າງຮີບດ່ວນເຂົ້າໃນຂອບເຂດການຊຳລະດ້ວຍລະບົບປະກັນສຸຂະພາບໃຫ້ຫຼາຍຂຶ້ນກວ່າເກົ່າ, ການຊຳລະຄ່າກວດພະຍາດແລະຄ່ານອນປິ່ນປົວຢູ່ໂຮງໝໍແບບຂ້າມແຂວງໂດຍກົງ. ດຳເນີນການປະຕິຮູບໂດຍສັງລວມຢູ່ໂຮງໝໍລັດຢ່າງຮອບດ້ານ, ຍົກສູງຄວາມສາມາດການບໍລິການຮັກສາສຸຂະພາບແລະສາທາລະນະສຸກຂອງຂັ້ນເມືອງຢ່າງຕໍ່ເນື່ອງ, ປັບປຸງລະບົບການກວດພະຍາດແລະການປິ່ນປົວໂດຍແບ່ງລະດັບຊັ້ນ.

 

ການລົງເລິກການປະຕິຮູບໂຄງປະກອບແລະກົນໄກການສຶກສາ: ຊຸກຍູ້ການສຶກສາພາກບັງຄັບຂອງຕົວເມືອງແລະຊົນນະບົດໃຫ້ພັດທະນາແບບເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ປັບປຸງລະບົບອາຊີວະສຶກສາແລະການອົບຮົບວິຊາຊີບ, ລົງເລິກການເຊື່ອມໂຍງອຸດສາຫະກຳແລະການສຶກສາ, ການຮ່ວມມືລະຫວ່າງໂຮງຮຽນກັບວິສາຫະກິດ, ສົ່ງເສີມຄວາມຍຸຕິທຳດ້ານການສຶກສາແລະການຍົກສູງຄຸນນະພາບການສຶກສາຕື່ມອີກ.

 

ການລົງເລິກການປະຕິຮູບລະບຽບການສຳມະໂນຄົວ: ສ້າງຕັ້ງລະບຽບການຈົດທະບຽນສຳມະໂນຄົວຕົວເມືອງແລະຊົນນະບົດໃຫ້ເປັນເອກະພາບກັນຢ່າງຮອບດ້ານ, ຍົກເລີກຫຼືຜ່ອນຄາຍຂໍ້ຈຳກັດດ້ານນະໂຍບາຍຍົກຍ້າຍສຳມະໂນຄົວ, ເຊິ່ງໄດ້ທັບມ້າງອຸປະສັກດ້ານສຳມະໂນຄົວລະຫວ່າງຕົວເມືອງກັບຊົນນະບົດ, ຊ່ວຍຊຸກຍູ້ຂະບວນການຫັນເປັນຕົວເມືອງແບບໃໝ່, ກະຕຸ້ນພະລັງຊີວິດຊີວາຂອງຜູ້ຄົນໃຫ້ເສີມຂະຫຍາຍອອກມາຢ່ງເຕັມສ່ວນ.

 

ນອກນີ້, ການປະຕິຮູບອາກອນລາຍໄດ້ສ່ວນບຸກຄົນໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ250ລ້ານຄົນ; ປະມວນກົດໝາຍແພ່ງ ເຊິ່ງເປັນກົດໝາຍທີ່ຕັ້ງຊື່ດ້ວຍປະມວນກົດໝາຍສະບັບທຳອິດຂອງ ສປ ຈີນໄດ້ຖືກປະກາດໃຊ້; ຈາກ “ການປະຕິວັດຫ້ອງນ້ຳ” ຂອງຊົນນະບົດ ຮອດ ການຄັດແຍກປະເພດຂີ້ເຫຍື້ອ ແລະອື່ນໆ. ໃນໄລຍະ10ກວ່າປີຜ່ານມານີ້, ແຜນການປະຕິຮູບຈຳນວນ2000ກວ່າສະບັບໄດ້ກວມເຖິງຂອດຕ່າງໆເຊັ່ນ: ການນຸ່ງຫົ່ມ, ການກິນ,ການຢູ່ແລະການເດີນທາງເປັນຕົ້ນ, ເຊິ່ງໄດ້ປົກຄຸມຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມນິເວດແລະອື່ນໆ, ທັງໝົດນີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄ່ານິຍົມທີ່ຖືປະຊາຊົນເປັນໃຈກາງ.

 

 

ວັນທີ26ມິຖຸນາ2024, ຢູ່ສູນເບິ່ງແຍງຜູ້ອາຍຸສູງແຫ່ງໜຶ່ງຂອງນະຄອນສາງຊຸ່ນ ແຂວງຈີຫຼິນ ທາງພາກຕາເວັນອອກສຽງເໜືອປະເທດຈີນ, ແມ່ຕູ້ ຫຼວນຊິ້ວຊຸ່ນ ທີ່ມີອາຍຸ91ປີ ພ້ອມກັບພໍ່ຕູ້ຈ້າວກວ່າງ ຜູ້ເປັນສາມີທີ່ມີອາຍຸ93ປີ ພວມໄລສົດເພື່ອແນະນຳຊີວິດໃນຍາມໄວຊະລາຂອງຕົນໃຫ້ຊ່າວໜຸ່ມຮັບຮູ້. ລະບົບປະກັນສຸຂະພາບແລະປະກັນສັງຄົມສຳລັບຜູ້ເຖົ້າຂອງຈີນທີ່ນັບມື້ນັບສົມບູນຂຶ້ນໄດ້ເຮັດໃຫ້ຜູ້ເຖົ້າທັງຫຼາຍສາມາດຊົມໃຊ້ຊີວິດໃນໄວຊະລາຢ່າງມີຄວາມສຸກ.

 

ເສັ້ນທາງການປະຕິຮູບເພື່ອປະຊາຊົນຮອດການອາໄສປະຊາຊົນ

 

ໃນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງຂອງທ່ານສີຈິ້ນຜິງ, ມີຈຸດປະດິດສ້າງສຳຄັນຢ່າງໜຶ່ງຄື ບໍ່ພຽງແຕ່ໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບວ່າ ການພັດທະນາແລະການປະຕິຮູບເພື່ອໃຜ? ຍັງໄດ້ຕອບຄຳຖາມທີ່ວ່າ ການປະຕິຮູບແລະການພັດທະນາແມ່ນອາໄສໃຜ? ເພິ່ນເວົ້າວ່າ: “ປະຕິຮູບເພື່ອປະຊາຊົນ, ການປະຕິຮູບຈຶ່ງຈະມີຄຸນປະໂຫຍດ, ປະຕິຮູບໂດຍອາໄສປະຊາຊົນ, ການປະຕິຮູບຈຶ່ງຈະມີແຮງຂັບເຄື່ອນ. ”

 

ພາຍຫຼັງເຂົ້າສູ່ຍຸກໃໝ່ແລ້ວ, ຂໍ້ຂັດແຍ້ງຕົ້ນຕໍຂອງສັງຄົມຈີນໄດ້ເກີດການປ່ຽນແປງຄື ຫັນຈາກຂໍ້ຂັດແຍ້ງລະຫວ່າງຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ ວັດຖຸແລະວັດທະນະທຳທີ່ນັບມື້ນັບເພີ່ມຫຼາຍຂຶ້ນກັບການຜະລິດຂອງສັງຄົມທີ່ຫຼ້າຫຼັງໃນເມື່ອກ່ອນ  ກາຍມາເປັນຂໍ້ຂັດແຍ້ງລະຫວ່າງຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມກວ່າເກົ່າທີ່ນັບມື້ນັບເພີ່ມຂຶ້ນກັບການພັດທະນາ ທີ່ບໍ່ດຸນດ່ຽງ ແລະບໍ່ເຕັມສ່ວນ. ດ້ານໜຶ່ງ, ຄວາມຕ້ອງການຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໃນຍຸກໃໝ່ຍິ່ງກວ້າງຂວາງກວ່າເກົ່າ ແລະມີຄວາມຮຽກຮ້ອງສູງກວ່າເກົ່າ ເຊິ່ງບໍ່ພຽງແຕ່ຕ້ອງການມີຊີວິດດ້ານວັດຖຸແລະວັດທະນະທຳທີ່ມີລະດັບສູງກວ່າເກົ່າເທົ່ານັ້ນ, ອີກດ້ານໜຶ່ງຍັງຕ້ອງການໃຫ້ປະຊາທິປະໄຕ, ການປົກຄອງຕາມກົດໝາຍ, ຄວາມຍຸຕິທຳ, ຄວາມເປັນທຳ, ຄວາມປອດໄພ, ສິ່ງແວດລ້ອມແລະດ້ານອື່ນໆໄດ້ຮັບການປັບປຸງໃຫ້ມີລະດັບສູງຂຶ້ນແລະສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ສະນັ້ນ,ທ່ານ ສີຈິ້ນຜິງ ໄດ້ນຳພາພັກຄອມມູນິດຈີນຊອກຮູ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະຂໍຄຳຄິດຄຳເຫັນຈາກປະຊາຊົນ

 

ເພິ່ນເວົ້າວ່າ: “ເສັ້ນທາງທີ່ຖືກຕ້ອງມາຈາກໃສ? ມາຈາກປະຊາຊົນ. ພວກເຮົາຕ້ອງເບິ່ງລົງລຸ່ມ, ຖືເອົາການອອກແບບຈາກຂັ້ນເທິງສູງສຸດໃຫ້ເປັນເອກະພາບກັນກັບການຂໍຄຳຄິດຄຳເຫັນຈາກປະຊາຊົນ.” “ເຮັດໃຫ້ທຸກຄົນຕ່າງກໍມີໂອກາດພັດທະນາຕົນເອງແລະອຸທິດຕົນເພື່ອສັງຄົມ, ຮ່ວມກັນຊົມໃຊ້ໂອກາດການສ້າງຊີວິດໃຫ້ມີຄຸນຄ່າ, ຮ່ວມກັນຊົມໃຊ້ໂອກາດທີ່ເຮັດໃຫ້ຄວາມໃຝ່ຝັນບັນລຸຜົນເປັນຈິງ, ຮັບປະກັນສິດຂອງປະຊາຊົນໃນການມີສ່ວນຮ່ວມຢ່າງສະເໝີພາບແລະພັດທະນາຢ່າງສະເໝີພາບ,ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳຂອງສັງຄົມ.”

 

ຕົວຢ່າງ:  ເພື່ອຮ່າງຂໍ້ສະເໜີວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ14, ລະຫວ່າງເດືອນກໍລະກົດຫາເດືອນກັນຍາປີ2020, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບເລຂາໜ່ວຍພັກບ້ານ, ຄູສອນເຂດຊົນນະບົດ, ພະນັກງານຫຼຸດຜ່ອນຄວາມທຸກຍາກ, ແຮງງານຊົນນະບົດເຄື່ອນຍ້າຍ, ຄອບຄົວຜູ້ປູກພືດພັນທັນຍາຫານຢ່າງຫຼວງຫຼາຍ, ຜູ້ຂັບລົດບັນທຸກສິນຄ້າ, ອ້າຍບ່າວສົ່ງເຄື່ອງດ່ວນ, ເຈົ້າຂອງຮ້ານອາຫານ, ຜູ້ເຮັດວຽກກົດໝາຍແລະອື່ນໆ, ເພິ່ນຍັງໄດ້ເປັນປະທານກອງປະຊຸມສົນທະນາກັບຜູ້ແທນຂັ້ນຮາກຖານ7ຄັ້ງ.

 

ອີກຕົວຢ່າງໜຶ່ງຄື: ລະຫວ່າງເດືອນເມສາຫາເດືອນພຶດສະພາປີ2022, ພັກຄອມມູນິດຈີນໄດ້ຈັດກິດຈະກຳຂໍຄຳຄິດຄຳເຫັນຜ່ານທາງອິນເຕີເນັດກ່ຽວກັບວຽກງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນ, ນີ້ເປັນເທື່ອທຳອິດໃນປະຫວັດສາດຂອງພັກຄອມມູນິດຈີນທີ່ຂໍຄຳຄິດຄຳເຫັນຢ່າງເປີດເຜີຍຕໍ່ທົ່ວພັກແລະທົ່ວສັງຄົມກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ. ໃນກິດຈະກຳຄັ້ງນີ້, ຍອດຈຳນວນການເຂົ້າອ່ານໜ້າເພຈ ຂໍຄວາມເຫັນຜ່ານເວທີຕ່າງໆໄດ້ບັນລຸເຖິງ 660 ລ້ານເທື່ອ ໂດຍໄດ້ເກັບກຳຄຳຄິດຄຳເຫັນແລະຄຳສະເໜີປະເພດຕ່າງໆຈາກການຄອມເມັ້ນຫຼາຍກວ່າ8.542.000 ຂໍ້, ໃນນີ້, ຜູ້ຄອມເມັ້ນທີ່ໃຊ້ຊື່ແທ້ກວມຫຼາຍກວ່າ97%.

 

ນອກນີ້, ຮູບແບບບໍລິການແຂວງເຈີ້ຈ່ຽງ ທີ່ເຮັດໃຫ້ວິສາຫະກິດແລະປະຊາຊົນໃຊ້ບໍລິການຢູ່ອົງການປົກຄອງສາມາດບັນລຸເປົ້າໝາຍທີ່ “ແລ່ນເອກະສານຫຼາຍສຸດພຽງເທື່ອດຽວເທົ່ານັ້ນ”; ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກໂດຍສັງລວມຢູ່ນະຄອນສ່ານໝິງແຂວງຟູຈ້ຽນ ໄດ້ເຮັດໃຫ້ລາຄາຢາປິ່ນປົວຫຼຸດລົງ,ເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນຍົກສູງຂຶ້ນ ແລະອື່ນໆ. ການເພິ່ງພາອາໄສປະຊາຊົນດຳເນີນການປະດິດສ້າງດ້ານການຄຸ້ມຄອງຮາກຖານໃນສັງຄົມ, ມາດຕະການປະຕິຮູບຕ່າງໆທີ່ຕິດແທດຕົວຈິງແລະມີປະສິດທິຜົນໄດ້ຫັນຈາກການທາບທາມຢູ່ທ້ອງຖິ່ນ ແລ້ວຄ່ອຍໆເຜີຍແຜ່ນຳໃຊ້ໄປໃນທົ່ວປະເທດ.

 



ຢູ່ນະຄອນຫຼົ້ງໜານແຂວງກ່ານຊູ້ ທີ່ເຂດພາກຕາເວັນຕົກສຽງເໜືອຂອງຈີນ, ແຫຼ່ງທ່ອງທ່ຽວຊົນນະບົດທີ່ມີຊື່ວ່າ “ເມືອງນ້ອຍນິຍາຍເດັກ” ທີ່ຕັ້ງຢູ່ເຂດພູດອຍໄດ້ເປີດບໍລິການຢ່າງເປັນທາງການ. ການລົງເລິກການປະຕິຮູບຢ່າງຮອບດ້ານເຮັດໃຫ້ເຂດຊົນນະບົດພັດທະນາຢ່າງມີຊີວິດຊີວາຂຶ້ນ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ພັກຊຸກຍູ້ການລົງເລິກການປະຕິຮູບຢ່າງຮອບດ້ານ, ຈຸດປະສົງພື້ນຖານກໍເພື່ອສົ່ງເສີມຄວາມຍຸຕິທຳແລະຄວາມເປັນທຳຂອງສັງຄົມ, ເຮັດໃຫ້ໝາກຜົນຂອງການປະຕິຮູບແລະການພັດທະນາສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນທຸກຖ້ວນໜ້າຢ່າງຍຸຕິທຳກວ່າເກົ່າ”. ນີ້ຄືອຸດົມການແຕ່ຫົວທີຂອງຊາວຄອມມູນິດຈີນ, ຍັງເປັນຈຸດເລີ່ມຕົ້ນແລະແຮງຂັບເຄື່ອນ ໃນການຊຸກຍູ້ການລົງເລິກການປະຕິຮູບຢ່າງຮອບດ້ານ ອອກເດີນທາງຄັ້ງໃໝ່ໃນຂະບວນການໃໝ່.

 

   ໃນປັດຈຸບັນ, ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20ພວມດຳເນີນຢູ່, ກອງປະຊຸມຈະສົ່ງສັນຍານດ້ານນະໂຍບາຍແລະມີແຜນມາດຕະການຄືແນວໃດ? ເພື່ອຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ, ການລົງເລິກການປະຕິຮູບຢ່າງຮອບດ້ານທີ່ນຳພາໂດຍທ່ານສີຈິ້ນຜິງຈະເຂົ້າສູ່ໄລຍະໃໝ່ແບບໃດ? ໃນບົດຕໍ່ໄປ, ພວກເຮົາຈະນຳສະເໜີສູ່ທ່ານຮັບຮູ້, ເຊີນທ່ານຕິດຕາມຕໍ່ໄປ.