ສານລັດຖະທຳມະນູນໄທຈະຕັດສິນຄະດີກ່ຽວກັບການຍຸບພັກກ້າວໄກໃນວັນທີ 7 ສິງຫາປີນີ້

2024-07-18 09:56:42 CRI

    ວັນທີ 17 ກໍລະກົດນີ້, ສານລັດຖະທຳມະນູນໄທປະກາດວ່າ: ຈະໄຕ່ສວນຄະດີກ່ຽວກັບການຍຸບພັກກ້າວໄກທີ່ສະເໜີໂດຍຄະນະກຳມະການການເລືອກຕັ້ງສູນກາງໄທ ພ້ອມທັງໃຫ້ຜົນຕັດສິນໃນມື້ດຽວກັນ.



     ວັນທີ 12 ມີນາປີ 2024, ຄະນະກຳມະການການເລືອກຕັ້ງສູນກາງໄທໄດ້ຜ່ານມະຕິ, ສະເໜີໃຫ້ສານລັດຖະທຳມະນູນອອກຄຳສັ່ງໃຫ້ຍຸບພັກກ້າວໄກ ແລະ ປົດສິດທາງການເມືອງຂອງກຳມະການໃນຄະນະກຳມະການປະຕິບັດງານຂອງພັກກ້າວໄກ. ຄະນະກຳມະການການເລືອກຕັ້ງສູນກາງໄທກ່າວວ່າ, ໄດ້ມີຫຼັກຖານພຽງພໍທີ່ຈະສາມາດຢືນຢັນ ບາງການກະທຳຂອງພັກກ້າວໄກໄດ້ລະເມີດຂໍ້ກຳນົດທີ່ກ່ຽວຂ້ອງໃນລັດຖະທຳມະນູນ.


    ອີງຕາມການຕັດສິນກ່ອນໜ້ານີ້ຂອງສານລັດຖະທຳມະນູນໄທ, ທ່ານພິທາລິ້ມຈະເລີນຣັດ ອະດີດຜູ້ນຳພັກກ້າວໄກ ພ້ອມພັກກ້າວໄກສະເໜີໃຫ້ປັບປຸງຂໍ້ມາດຕາທີ112 ຂອງ “ກົດໝາຍອາຍາ” ແລະ ຖືມັນເປັນນະໂຍບາຍການແຂ່ງຂັນເລືອກຕັ້ງ, ນີ້ເປັນການກະທຳທີ່ມີເຈດຈຳນົງໂຄ່ນລົ້ມອຳນາດການປົກຄອງແຫ່ງລັດ.