ຈີນຊົມເຊີຍຮົງກາຣີຫຍຸ້ງກັບການໄກ່ເກ່ຍ ແລະ ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອສະແຫວງຫາສັນຕິພາບ

2024-07-18 10:02:06 CRI

    ວັນທີ 17 ກໍລະກົດນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫົວໜ້າທີ່ເປິກສາທາງການເມືອງຂອງນາຍົກລັດຖະມົນຕີຮົງກາຣີໃຫ້ສຳພາດຕໍ່ສື່ມວນຊົນວ່າ: ນາຍົກລັດຖະມົນຕີຮົງກາຣີໄດ້ສະເໜີແຜນແກ້ໄຂບັນຫາອູແກຣນໃຫ້ກັບຜູ້ນຳສະຫະພາບເອີລົບ. ຂໍຖາມວ່າ ຈີນໄດ້ຮັບແຜນທີ່ສະເໜີໂດຍທ່ານໂອບານ ວິກເຕີແລ້ວຫຼືບໍ່?



    ຕໍ່ເລື່ອງນີ້, ທ່ານລີນຈ້ຽນກ່າວວ່າ, ມື້ວານນີ້, ທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂທລະສັບລົມກັບທ່ານຊີຈາໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີ ເພື່ອຮັບຟັງຄວາມເຫັນຂອງຮົງກາຣີກ່ຽວກັບວິກິດການອູແກຣນ ພ້ອມທັງຊຸກຍູ້ໃຫ້ມີສັນຕິພາບທີ່ເປັນຄວາມພະຍາຍາມໂດຍຮົງກາລີໃນຫວ່າງມໍ່ໆມານີ້. ຈີນຊົມເຊີຍຮົງກາຣີທີ່ພະຍາຍາມໄກ່ເກ່ຍ ແລະ ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອສະແຫວງຫາສັນຕິພາບ. ຍິນດີຮ່ວມກັບຮົງກາຣີ ເຕົ້າໂຮມກຳລັງທີ່ສະໜັບສະໜູນສັນຕິພາບຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ສະຖານະການຂະຫຍາຍໄປສູ່ທິດທາງທີ່ແກ້ໄຂໂດຍຜ່ານວິຖີທາງການເມືອງ.