ຖະແຫຼງການກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການ ສູນກາງພັກຄອມມູນິດຈີນ ສະໄໝທີ XX

2024-07-18 20:17:26 cri


(ຮັບຮອງເອົາໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການ
ສູນກາງພັກຄອມມູນິດຈີນ ສະໄໝທີ XX ເມື່ອວັນທີ  18 ກໍລະກົດ 2024)

 

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 15—18  ກໍລະກົດ 2024.

ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ  199   ຄົນ, ກຳມະການສຳ ຮອງສູນກາງພັກ 165  ຄົນ. ກຳມະການປະຈຳຂອງຄະນະກວດກາສູນກາງພັກ ແລະ ສະຫາຍ ຮັບຜິດຊອບຝ່າຍທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມຟັງໃນກອງປະຊຸມ. ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ XX ຂອງ ພັກບາງສະຫາຍທີ່ເຮັດວຽກຢູ່ຂັ້ນຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈຳນວນໜຶ່ງ ກໍໄດ້ເຂົ້າຮ່ວມຟັງໃນກອງປະຊຸມເຊັ່ນດຽວກັນ.

ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ໄຂຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ກ່າວຄຳປາໄສອັນສຳຄັນ.

ກອງປະຊຸມຄົບຄະນະໄດ້ຮັບຟັງ ແລະ ເປິກສາຫາລືບົດລາຍງານວຽກງານ ທີ່ສະເໜີໂດຍສະຫາຍ ສີຈິ້ນຜິງ ເຊິ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ”, ສະຫາຍ ສີຈິ້ນຜິງ ໄດ້ອະທິບາຍກ່ຽວກັບ “ຂໍ້ຕົກລົງ (ສະບັບເປິກສາຫາລື)” ຕໍ່ກອງປະຊຸມຄົບຄະນະ.

ກອງປະຊຸມຄົບຄະນະ ໄດ້ຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງກົມການເມືອງສູນກາງພັກ ນັບແຕ່ ໄຂກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ເປັນຕົ້ນມາ, ໂດຍມີຄວາມເຫັນເປັນເອກະພາບກັນວ່າ: ເມື່ອຜະເຊີນໜ້າກັບສະພາບແວດລ້ອມສາກົນທີ່ສັບສົນຂ້ຽວຂາດ ແລະ ໜ້າທີ່ການປະຕິຮູບ ການພັດທະນາ ແລະ ການປົກປັກຮັກສາຄວາມສະຫງົບພາຍໃນປະເທດທີ່ລຳບາກໜັກໜ່ວງ, ກົມການເມືອງສູນກາງພັກ ໄດ້ຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກອງປະຊຸມຄົບຄະນະ ຄັ້ງທີ 1 ແລະ ຄັ້ງທີ 2 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຢ່າງຕັ້ງໜ້າ, ຈັດຕັ້ງປະຕິບັດທັດສະນະການພັດທະນາອັນໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກທີ່ສະແຫວງຫາຄວາມກ້າວໜ້າໃນຄວາມໝັ້ນທ່ຽງ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ແຜນລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ວາງແຜນເປັນເອກະພາບກັນກ່ຽວກັບພາກສ່ວນລວມທັງພາຍໃນ ແລະ ສາກົນ, ວາງແຜນເປັນເອກະພາບກັນໃນດ້ານການພັດທະນາ ແລະ ການປົກປັກຮັກສາຄວາມໝັ້ນຄົງ, ອອກແຮງຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຊຸກຍູ້ ແລະ ວາງແຜນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຊຸກຍູ້ການສ້າງປະຊາທິປະໄຕ ແລະ ການປົກຄອງປະເທດຕາມກົດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເພີ່ມທະວີວຽກງານໂຄສະນາດ້ານແນວຄິດ-ວັດທະນະທຳຢ່າງບໍ່ຢຸດຢັ້ງ, ກຳແໜ້ນການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດຢ່າງແທ້ຈິງ, ເດັດດ່ຽວປົກປັກຮັກສາຄວາມໝັ້ນຄົງຂອງຊາດ ແລະ ຄວາມສະຫງົບທາງສັງຄົມ, ອອກແຮງຊຸກຍູ້ການສ້າງການປ້ອງກັນຊາດ ແລະ ກອງທັບ, ສືບຕໍ່ຊຸກຍູ້ວຽກງານຮົງກົງ-ມາກາວ ແລະ ວຽກງານກັບໄຕ້ຫວັນ, ລົງເລິກຊຸກຍູ້ວຽກງານການຕ່າງປະເທດ ໃນຖານະເປັນປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຄືດັ່ງທີ່ເຄີຍປະຕິບັດໃນໄລຍະຜ່ານມາ, ເຮັດໃຫ້ເສດຖະກິດບັນລຸການຟື້ນຟູດີຂຶ້ນ, ຢວ່າງບາດກ້າວອັນໜັກແໜ້ນໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

ກອງປະຊຸມຄົບຄະນະ ໄດ້ຕີລາຄາສູງຕໍ່ພຶດຕິກຳທີ່ສຳເລັດຜົນ ແລະ ຜົນງານອັນຍິ່ງໃຫຍ່ຂອງການລົງເລິກການປະຕິຮູບຢ່າງຮອບດ້ານ ນັບແຕ່ຍຸກໃໝ່ເປັນຕົ້ນມາ, ໄດ້ຄົ້ນຄວ້າບັນຫາທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ, ໂດຍເຫັນວ່າ ໃນປັດຈຸບັນ ແລະ ໄລຍະຕໍ່ໜ້າເຊິ່ງແມ່ນໄລຍະທີ່ເປັນຂໍກຸນແຈສຳຄັນ ໃນການຊຸກຍູ້ພາລະກິດອັນຍິ່ງໃຫຍ່ທີ່ສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ. ຄວາມທັນສະໄໝແບບຈີນແມ່ນໄດ້ຮັບການຊຸກຍູ້ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງໃນຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຈະເປີດກວ້າງອະນາຄົດທີ່ສະຫວ່າງສະໄຫວໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງແນ່ນອນ. ເມື່ອຜະເຊີນໜ້າກັບສະພາບການສາກົນ ແລະ ພາຍໃນທີ່ສັບສົນ, ເມື່ອຜະເຊີນໜ້າກັບການປະຕິວັດວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່, ເມື່ອຜະເຊີນໜ້າກັບຄວາມປາດຖະໜາອັນໃໝ່ຂອງປະຊາຊົນ, ຕ້ອງມີສະຕິຕື່ນຕົວຈັດເອົາການປະຕິຮູບໄວ້ຢູ່ໃນຖານະພົ້ນເດັ່ນກວ່າເກົ່າ, ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນນັ້ນຢ່າງແໜ້ນແຟ້ນ.

ກອງປະຊຸມຄົບຄະນະ ໄດ້ເນັ້ນໜັກວ່າ: ໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຕ້ອງຍຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວຄິດໃໝ່ ທັດສະນະໃໝ່ ການຕີລາຄາໃໝ່ຕ່າງໆຂອງສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ, ຈັດຕັ້ງປະຕິບັດທັດສະນະການພັດທະນາອັນໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກທີ່ສະແຫວງຫາຄວາມກ້າວໜ້າໃນຄວາມໝັ້ນທ່ຽງ, ຍຶດໝັ້ນການປົດປ່ອຍແນວຄິດ ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ກ້າວໄປຂ້າງໜ້າພ້ອມກັບຍຸກສະໄໝ ແລະ ເຮັດແທ້ທຳຈິງ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດຂອງສັງຄົມຕື່ມອີກ, ກະຕຸກຊຸກຍູ້ ແລະ ເພີ່ມທະວີພະລັງຊີວິດຂອງສັງຄົມ, ວາງແຜນເປັນເອກະພາບກັນ ໃນພາກສ່ວນລວມທັງພາຍໃນ ແລະ ສາກົນ,  ວາງແຜນເປັນເອກະພາບກັນໃນການຊຸກຍູ້ແຜນລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ຖືເອົາການປະຕິຮູບໂຄງປະກອບເສດຖະກິດເປັນສິ່ງນຳພາ, ຖືເອົາການຊຸກຍູ້ຄວາມຍຸຕິທຳ ຄວາມເປັນທຳທາງສັງຄົມ ແລະ ເພີ່ມພູນຄູນສ້າງຄວາມສຸກຂອງປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ຈຸດຢືນ, ໃຫ້ຄວາມສຳຄັນຕໍ່ຄວາມເປັນລະບົບ ແລະ ລວມສູນຫຼາຍກວ່າເກົ່າ, ເນັ້ນໃສ່ຈຸດສຸມໃຫ້ພົ້ນເດັ່ນຂຶ້ນກວ່າເກົ່າ, ເນັ້ນໃສ່ປະສິດທິຜົນຕົວຈິງແຫ່ງການປະຕິຮູບໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ສາຍພົວພັນການຜະລິດກັບກຳລັງການຜະລິດ ໂຄງບົນກັບໂຄງລ່າງ ແລະ ການປົກຄອງປະເທດກັບການພັດທະນາສັງຄົມນັ້ນ ສອດຄ່ອງກັນເປັນຢ່າງດີກວ່າເກົ່າ, ສະໜອງແຮງຂັບເຄື່ອນທີ່ແຂງແຮງ ແລະ ສິ່ງຮັບປະກັນດ້ານລະບອບລະບຽບການໃຫ້ກັບຄວາມທັນສະໄໝແບບຈີນ.

ກອງປະຊຸມຄົບຄະນະ ໄດ້ຊີ້ອອກວ່າ: ເປົ້າໝາຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກນັ້ນແມ່ນສືບຕໍ່ປັບປຸງ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ. ເມື່ອຮອດປີ 2035, ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ໃຫ້ສຳເລັດຜົນຢ່າງຮອບດ້ານ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີຄວາມສົມບູນກວ່າເກົ່າ, ລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ ຈະຫັນເປັນທັນສະໄໝໂດຍພື້ນຖານ, ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ ເຊິ່ງຈະສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານໃນກາງສະຕະວັດນີ້. ຕ້ອງສຸມໃສ່ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ສຸມໃສ່ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ, ສຸມໃສ່ສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງດ້ານວັດທະນະທຳ, ສຸມໃສ່ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສຸມໃສ່ສ້າງສາປະເທດຈີນທີ່ສວຍງາມ, ສຸມໃສ່ສ້າງສາປະເທດທີ່ມີຄວາມສະຫງົບສຸກໃນລະດັບສູງກວ່າເກົ່າ, ສຸມໃສ່ຍົກລະດັບການນຳພາ ແລະ ຄວາມສາມາດການກຳອຳນາດເປັນໄລຍະຍາວນານຂອງພັກ, ສືບຕໍ່ຊຸກຍູ້ໃຫ້ການປະຕິຮູບກ້າວເດີນໄປຂ້າງໜ້າ. ເມື່ອຮອດປີ 2029 ກົງກັບໂອກາດສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 80 ປີ, ຕ້ອງສຳເລັດໜ້າທີ່ການປະຕິຮູບທີ່ສະເໜີອອກໃນຂໍ້ຕົກລົງສະບັບນີ້.

ກອງປະຊຸມເນັ້ນໜັກວ່າ: ໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ຕ້ອງສະຫຼຸບ ແລະ ນຳໃຊ້ບົດຮຽນອັນລ້ຳຄ່ານັບແຕ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ ໂດຍສະເພາະແມ່ນ ນັບແຕ່ລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່ເປັນຕົ້ນມາ, ຈັດຕັ້ງປະຕິບັດການນຳພາຮອບດ້ານຂອງພັກ ຍຶດໝັ້ນຖືປະຊາຊົນເປັນໃຈກາງ ຍຶດໝັ້ນຮັກສາທາດແທ້ ແລະ ປະດິດສ້າງໃໝ່ ຍຶດໝັ້ນຖືເອົາການສ້າງສາລະບອບລະບຽບການເປັນເສົາຫຼັກ ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ຍຶດໝັ້ນທັດສະນະເປັນລະບົບ ແລະ ຫຼັກການອື່ນໆ.

ກອງປະຊຸມຄົບຄະນະ ໄດ້ວາງແຜນຢ່າງເປັນລະບົບກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍເນັ້ນໜັກເຖິງການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງນັ້ນໃຫ້ຄົບຖ້ວນ, ສ້າງໂຄງປະກອບ ແລະ ກົນໄກສະໜັບສະໜູນການປະດິດສ້າງໃໝ່ຢ່າງຮອບດ້ານ, ປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກໃຫ້ຄົບຖ້ວນ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນນັ້ນໃຫ້ສົມບູນ, ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍ ນອກໃນລະດັບສູງນັ້ນໃຫ້ສົມບູນ, ປັບປຸງລະບົບລະບຽບການປະຊາທິປະໄຕປະຊາຊົນໃນທົ່ວຂະບວນການນັ້ນໃຫ້ຄົບຖ້ວນ, ປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນນັ້ນໃຫ້ສົມບູນ, ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກດ້ານວັດທະນະທຳ, ປັບປຸງລະບົບລະບຽບການທີ່ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັ້ນໃຫ້ຄົບຖ້ວນ, ລົງເລິກປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດ, ຊຸກຍູ້ໃຫ້ລະບົບ ແລະ ຄວາມສາມາດດ້ານການປົກປັກຮັກສາຄວາມໝັ້ນຄົງຂອງຊາດຫັນເປັນທັນສະໄໝ, ລົງເລິກປະຕິຮູບວຽກງານປ້ອງກັນຊາດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກລະດັບການນຳພາຂອງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

ກອງປະຊຸມຄົບຄະນະ ໄດ້ສະເໜີອອກວ່າ: ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ເປັນສິ່ງຮັບປະກັນທີ່ສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງເສີມຂະຫຍາຍບົດບາດຂອງກົນໄກຕະຫຼາດເປັນຢ່າງດີກວ່າເກົ່າ, ສ້າງສະພາບແວດລ້ອມດ້ານຕະຫຼາດທີ່ຍຸຕິທຳ ແລະ ມີພະລັງຊີວິດຫຼາຍກວ່າເກົ່າ, ເຮັດໃຫ້ການຈັດສັນຊັບພະຍາກອນມີປະສິດທິພາບສູງທີ່ສຸດ ແລະ ປະສິດທິຜົນໃຫຍ່ທີ່ສຸດ, ມີ “ຄວາມຄ່ອງຕົວ” ທັງ “ສາມາດຄຸ້ມຄອງ-ຄວບຄຸມໄດ້”, ປົກປັກຮັກສາລະບຽບຂອງຕະຫຼາດໃຫ້ດີກວ່າເກົ່າ, ແກ້ໄຂຂໍ້ຂາດຕົກບົກຜ່ອງຂອງຕະຫຼາດ, ເຮັດໃຫ້ເສດຖະກິດແຫ່ງຊາດເຄື່ອນໄຫວຢ່າງໂລ່ງລ່ຽນ, ກະຕຸກຊຸກຍູ້ແຮງຂັບເຄື່ອນພາຍໃນ ແລະ ພະລັງຊີວິດດ້ານການປະດິດສ້າງໃໝ່ຂອງທົ່ວສັງຄົມ. ຕ້ອງຮັດແໜ້ນ ແລະ ພັດທະນາເສດຖະກິດກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ສົ່ງເສີມ ສະໜັບສະໜູນ ແລະ ຊີ້ນຳນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ ຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ຮັບປະກັນໃຫ້ເສດຖະກິດກຳມະສິດປະເພດຕ່າງໆ ນຳໃຊ້ປັດໄຈການຜະລິດຢ່າງສະເໝີພາບກັນຕາມກົດໝາຍ ເຂົ້າຮ່ວມການແຂ່ງຂັນຢ່າງຍຸຕິທຳ ແລະ ໄດ້ຮັບການປົກປ້ອງຈາກກົດໝາຍຢ່າງເທົ່າທຽມກັນ, ຊຸກຍູ້ໃຫ້ເສດຖະກິດກຳມະສິດປະເພດຕ່າງໆ ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາໄປພ້ອມກັນ. ຕ້ອງສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ປັບປຸງລະບອບພື້ນຖານດ້ານເສດຖະກິດຕະຫຼາດໃຫ້ສົມບູນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການພັດທະນາທີ່ມີຄຸນນະພາບສູງເປັນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕ້ອງນຳພາການປະຕິຮູບດ້ວຍທັດສະນະການພັດທະນາອັນໃໝ່, ຕັ້ງຈຸດຢືນຢູ່ບົນພື້ນຖານຂອງໄລຍະການພັດທະນາອັນໃໝ່, ລົງເລິກການປະຕິຮູບໂຄງປະກອບດ້ານການສະໜອງ, ປັບປຸງກົນໄກຊຸກຍູ້ສົ່ງເສີມ ແລະ ຜູກມັດກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງນັ້ນໃຫ້ສົມບູນ, ສ້າງແຮງຂັບເຄື່ອນໃໝ່ ແລະ ທ່າແຮງໃໝ່ເຂົ້າໃນການພັດທະນາ. ຕ້ອງປັບປຸງໂຄງປະກອບ ແລະ ກົນໄກພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບເງື່ອນໄຂຕົວຈິງນັ້ນໃຫ້ຄົບຖ້ວນ, ປັບປຸງລະບຽບການທີ່ຊຸກຍູ້ການເຊື່ອມໂຍງລະຫວ່າງເສດຖະກິດຮູບປະທຳ ແລະ ເສດຖະກິດດີຈີຕອນຢ່າງເລິກເຊິ່ງນັ້ນໃຫ້ຄົບຖ້ວນ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຂະແໜງການບໍລິການໃຫ້ສົມບູນ, ປັບປຸງໂຄງປະກອບ ແລະ ກົນໄກສ້າງພື້ນຖານໂຄງລ່າງແບບທັນສະໄໝນັ້ນໃຫ້ຄົບຖ້ວນ, ປັບປຸງລະບຽບການຍົກລະດັບຄວາມທົນທານ ແລະ ຄວາມປອດໄພຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງນັ້ນໃຫ້ຄົບຖ້ວນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດ ເປັນສິ່ງຄ້ຳປະກັນທີ່ມີລັກສະນະພື້ນຖານ ແລະ ລັກສະນະຍຸດທະສາດຕໍ່ຄວາມທັນສະໄໝແບບຈີນ. ຕ້ອງລົງເລິກປະຕິບັດຍຸດທະສາດທີ່ສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ ດ້ວຍວິທະຍາສາດເຕັກໂນໂລຊີ ຍຸດທະສາດທີ່ສ້າງສາປະເທດໃຫ້ເຂັ້ມແຂງ ດ້ວຍຜູ້ມີຄວາມຮູ້ຄວາມສາມາດ ແລະ ຍຸດທະສາດທີ່ຂັບເຄື່ອນການພັດທະນາ ດ້ວຍການປະດິດສ້າງ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການປະຕິຮູບໂຄງປະກອບ ແລະ ກົນໄກດ້ານການສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດ ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວ, ປັບປຸງໂຄງປະກອບທີ່ລວມສູນກຳລັງແຮງທົ່ວປະເທດແບບໃໝ່ນັ້ນໃຫ້ຄົບຖ້ວນ, ຍົກສູງສະມັດຖະພາບໂດຍລວມຂອງລະບົບປະດິດສ້າງໃໝ່ຂອງຊາດ. ຕ້ອງລົງເລິກປະຕິຮູບແບບສັງລວມໃນວຽກງານການສຶກສາ, ລົງເລິກປະຕິຮູບໂຄງປະກອບວິທະຍາສາດເຕັກໂນໂລຊີ, ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກພັດທະນາຜູ້ມີຄວາມຮູ້ ຄວາມສາມາດ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການດັດສົມຄວບຄຸມມະຫາພາກຕາມຫຼັກວິທະຍາສາດ ແລະ ການປົກຄອງທີ່ມີປະສິດທິຜົນຂອງລັດຖະບານ ເປັນຄວາມຮຽກຮ້ອງພາຍໃນທີ່ເສີມຂະຫຍາຍທ່າແຮງຂອງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ. ຕ້ອງປັບປຸງລະບົບລະບຽບການດ້ານການດັດສົມຄວບຄຸມມະຫາພາກນັ້ນໃຫ້ສົມບູນ, ວາງແຜນເປັນເອກະພາບກັນ ໃນການຊຸກຍູ້ການປະຕິຮູບໃນຂົງເຂດສຳຄັນຕ່າງໆ ເຊັ່ນ: ການເງິນ-ສ່ວຍສາອາກອນ ການທະນາຄານ ແລະອື່ນໆ, ເພີ່ມທະວີຄວາມເປັນເອກະພາບກັນ ໃນດ້ານທິດທາງນະໂຍບາຍມະຫາພາກ. ຕ້ອງປັບປຸງລະບົບວາງແຜນຍຸດທະສາດຂອງຊາດ ແລະ ກົນໄກປະສານສົມທົບໃນການວາງນະໂຍບາຍຢ່າງເປັນເອກະພາບກັນນັ້ນໃຫ້ສົມບູນ, ລົງເລິກປະຕິຮູບໂຄງປະກອບການເງິນ-ສ່ວຍສາອາກອນ, ລົງເລິກປະຕິຮູບໂຄງປະກອບການທະນາຄານ, ປັບປຸງກົນໄກປະຕິບັດຍຸດທະສາດການພັດທະນາເຂດແຄວ້ນແບບປະສານສົມທົບ ກັນໃຫ້ສົມບູນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນ ເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຄວາມທັນສະໄໝແບບຈີນ. ຕ້ອງວາງແຜນເປັນເອກະພາບກັນໃນການຫັນເປັນອຸດສາຫະກຳແບບໃໝ່ ຫັນເປັນຕົວເມືອງແບບໃໝ່ ແລະ ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ຍົກລະດັບການເຊື່ອມໂຍງເຂົ້າກັນ ໃນການວາງແຜນສ້າງ ແລະ ຄຸ້ມຄອງຕົວເມືອງ-ຊົນນະບົດຢ່າງຮອບດ້ານ, ຊຸກຍູ້ການແລກປ່ຽນຢ່າງສະເໝີພາບກັນ ແລະ ການເຄື່ອນຍ້າຍໄປມາຂອງປັດໄຈສຳຄັນລະຫວ່າງຕົວເມືອງກັບຊົນນະບົດ, ຫຼຸດຜ່ອນຄວາມແຕກໂຕນກັນລະຫວ່າງຕົວເມືອງກັບຊົນນະບົດ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາໄປພ້ອມກັນຂອງຕົວເມືອງກັບຊົນນະບົດ. ຕ້ອງປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ຄົບຖ້ວນ, ຮັດແໜ້ນ ແລະ ປັບປຸງລະບຽບການທຸລະກິດພື້ນຖານຂອງຊົນນະບົດໃຫ້ສົມບູນ, ປັບປຸງລະບຽບການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ກະສິກຳ ສ້າງຜົນປະໂຫຍດໃຫ້ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນນັ້ນໃຫ້ສົມບູນ, ລົງເລິກປະຕິຮູບລະບຽບການດ້ານທີ່ດິນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການເປີດປະຕູສູ່ພາຍນອກ ເປັນຂີດໝາຍອັນຈະແຈ້ງຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກທີ່ເປັນນະໂຍບາຍພື້ນຖານແຫ່ງຊາດ, ຍຶດໝັ້ນຊຸກຍູ້ການປະຕິຮູບດ້ວຍການເປີດປະຕູສູ່ພາຍນອກ, ອີງຕາມທ່າແຮງທີ່ມີຕະຫຼາດຂະໜາດໃຫຍ່ພິເສດຂອງປະເທດເຮົາ, ຍົກສູງຄວາມສາມາດເປີດປະຕູສູ່ພາຍນອກ ໃນການເປີດ ກວ້າງການຮ່ວມມືກັບສາກົນ, ສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ. ຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການນັ້ນຢ່າງໝັ້ນທ່ຽງ, ລົງເລິກປະຕິຮູບໂຄງປະກອບດ້ານການຄ້າກັບຕ່າງປະເທດ, ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງການລົງທຶນຂອງຕ່າງປະເທດ ແລະ ການລົງທຶນຢູ່ຕ່າງປະເທດ, ປັບປຸງສະພາບການແບ່ງເຂດດ້ານ ການເປີດປະຕູສູ່ພາຍນອກໃຫ້ດີຂຶ້ນ, ປັບປຸງກົນໄກຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງນັ້ນໃຫ້ສົມບູນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ເປັນຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ. ຕ້ອງເດີນຕາມເສັ້ນທາງພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢ່າງເດັດດ່ຽວບໍ່ຫວັ່ນໄຫວຄອນແຄນ, ຍຶດໝັ້ນ ແລະ ປັບປຸງລະບອບການເມືອງຂັ້ນກົກຮາກ ລະບອບການເມືອງພື້ນຖານ ແລະ ລະບອບການເມືອງທີ່ສຳຄັນຂອງປະເທດເຮົາໃຫ້ສົມບູນ, ເພີ່ມທະວີຮູບການປະຊາທິປະໄຕທຸກຂັ້ນໃຫ້ສົມບູນຂຶ້ນ, ສ່ອງແສງໃຫ້ເຫັນເຖິງປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງເປັນຮູບປະທຳ ແລະ ແທ້ຈິງໃນດ້ານຕ່າງໆໃນຊີວິດການເມືອງ ແລະ ຊີວິດສັງຄົມຂອງຊາດ. ຕ້ອງເພີ່ມທະວີການສ້າງລະບອບທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ, ປັບປຸງກົນໄກປະຊາທິປະໄຕແບບເປິກສາຫາລືໃຫ້ຄົບຖ້ວນ, ປັບປຸງລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ, ປັບປຸງສະພາບການເຮັດວຽກແນວໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການປົກຄອງປະເທດຕາມກົດໝາຍເປັນສິ່ງຮັບປະກັນທີ່ສຳຄັນຕໍ່ຄວາມທັນສະໄໝແບບຈີນ. ຕ້ອງຈັດຕັ້ງປະຕິບັດລັດຖະທຳມະນູນຢ່າງຮອບດ້ານ, ປົກປັກຮັກສາຄວາມສັກສິດຂອງລັດຖະທຳມະນູນ, ປະສານສົມທົບກັນຊຸກຍູ້ການປະຕິຮູບໃນຂອດຕ່າງໆ ຄື: ການສ້າງກົດໝາຍ ປະຕິບັດກົດໝາຍ ຕຸລາການ ແລະ ເຄົາລົບກົດໝາຍ, ປັບປຸງກົນໄກຮັບປະກັນຄວາມສະເໝີພາບຂອງທຸກຄົນຢູ່ຕໍ່ໜ້າກົດໝາຍນັ້ນໃຫ້ຄົບຖ້ວນ, ສົ່ງເສີມຈິດໃຈປົກຄອງປະເທດຕາມກົດໝາຍສັງຄົມນິຍົມ, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ຊຸກຍູ້ໃຫ້ວຽກງານດ້ານຕ່າງໆຂອງລັດ ດຳເນີນໄປຕາມກົດໝາຍຢ່າງຮອບດ້ານ. ຕ້ອງລົງເລິກປະຕິຮູບຂົງເຂດນິຕິບັນຍັດ, ລົງເລິກຊຸກຍູ້ການບໍລິຫານຕາມກົດໝາຍ, ປັບປຸງໂຄງປະກອບ ແລະ ກົນໄກຕຸລາການໃນການປະຕິບັດກົດໝາຍຢ່າງຍຸຕິທຳນັ້ນໃຫ້ຄົບຖ້ວນ, ປັບປຸງກົນໄກຊຸກຍູ້ການສ້າງສັງຄົມທີ່ຄຸ້ມຄອງຕາມກົດໝາຍນັ້ນໃຫ້ສົມບູນ, ເພີ່ມທະວີການສ້າງລະບຽບກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ຄວາມທັນສະໄໝແບບຈີນ ເປັນຄວາມທັນສະໄໝທີ່ມີຄວາມກົມກຽວລະຫວ່າງຄວາມສີວິໄລດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈ. ຕ້ອງເພີ່ມທະວີຄວາມໝັ້ນໃຈຕົນເອງໃນດ້ານວັດທະນະທຳ, ພັດທະນາວັດທະນະທຳສັງຄົມນິຍົມທີ່ກ້າວໜ້າ, ສົ່ງເສີມວັດທະນະທຳປະຕິວັດ, ສືບທອດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ເລັ່ງລັດ ໃຫ້ສອດຄ່ອງກັບສະພາບການໃໝ່ແຫ່ງການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີຂໍ້ມູນຂ່າວສານ,  ບຳລຸງສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດດີເດັ່ນດ້ານວັດທະນະທຳ ທີ່ມີຂະໜາດມະຫາສານ, ກະຕຸກຊຸກຍູ້ພະລັງຊີວິດແຫ່ງການປະດິດສ້າງໃໝ່ດ້ານວັດທະນະທຳຂອງທົ່ວຊົນຊາດ. ຕ້ອງປັບປຸງລະບຽບການຄວາມຮັບຜິດຊອບດ້ານວຽກງານຮູບຖານຈິດສຳນຶກໃຫ້ສົມບູນ, ປັບປຸງກົນໄກສະໜອງການບໍລິການ ແລະ ຜະລິດຕະພັນດ້ານວັດທະນະທຳໃຫ້ດີຂຶ້ນ, ປັບປຸງລະບົບຄຸ້ມຄອງອິນເຕີເນັດແບບສັງລວມໃຫ້ຄົບຖ້ວນ, ສ້າງລະບົບໂຄສະນາຕໍ່ສາກົນທີ່ມີປະສິດທິຜົນກວ່າເກົ່າ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ່າມກາງການພັດທະນາ ເປັນໜ້າທີ່ສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນຫຼັກການເຮັດວຽກຕາມຄວາມສາມາດ ແລະ ເຮັດຢ່າງສຸດຄວາມສາມາດ, ປັບປຸງລະບົບລະບຽບການດ້ານການບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນ, ເພີ່ມທະວີການສ້າງຊີວິດການເປັນຢູ່ຂອງປະຊາຊົນທີ່ມີລັກສະນະສ້າງຜົນປະໂຫຍດຢ່າງທົ່ວເຖິງ ລັກສະນະພື້ນຖານ ແລະ ຮັບປະກັນລະດັບຄຸນນະພາບຊີວິດຕ່ຳສຸດ, ແກ້ໄຂບັນຫາດ້ານຜົນປະໂຫຍດທີ່ປະຊາຊົນເອົາໃຈໃສ່ຫຼາຍທີ່ສຸດ ມີລັກສະນະໂດຍກົງທີ່ສຸດ ແລະ ຕິດແທດຕົວຈິງທີ່ສຸດ, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມຢ່າງບໍ່ຢຸດຢັ້ງ. ຕ້ອງປັບປຸງລະບຽບການແບ່ງປັນລາຍໄດ້ໃຫ້ສົມບູນ, ປັບປຸງນະໂຍບາຍທີ່ຖືເອົາການປະກອບອາຊີບເປັນບຸລິມະສິດນັ້ນໃຫ້ສົມບູນ, ປັບປຸງລະບົບປະກັນສັງຄົມໃຫ້ຄົບຖ້ວນ, ລົງເລິກປະຕິຮູບໂຄງປະກອບສາທາລະນະສຸກ, ປັບປຸງລະບົບສະໜັບສະໜູບ ແລະ ບໍລິການດ້ານການພັດທະນາປະຊາກອນນັ້ນໃຫ້ຄົບຖ້ວນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ຄວາມທັນສະໄໝແບບຈີນ ເປັນຄວາມທັນສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ຕ້ອງປັບປຸງລະບົບລະບຽບການຂອງຄວາມສີວິໄລດ້ານນິເວດ, ປະສານສົມທົບກັນຊຸກຍູ້ການຫຼຸດຜ່ອນການລະບາຍກາກບອນ ຫຼຸດຜ່ອນມົນລະພິດ ຂະຫຍາຍ ພື້ນທີ່ສີຂຽວ ແລະ ການເຕີບໂຕດ້ານເສດຖະກິດ, ຕັ້ງໜ້າຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເລັ່ງລັດປັບປຸງໂຄງປະກອບ ແລະ ກົນໄກຈັດຕັ້ງປະຕິບັດແນວຄິດພູຂຽວນ້ຳໃສກໍແມ່ນພູເງິນພູຄຳນັ້ນໃຫ້ສົມບູນ. ຕ້ອງປັບປຸງໂຄງປະກອບພື້ນຖານແຫ່ງຄວາມສີວິໄລດ້ານນິເວດໃຫ້ສົມບູນ, ປັບປຸງລະບົບຄຸ້ມຄອງສິ່ງແວດລ້ອມທຳມະຊາດໃຫ້ຄົບຖ້ວນ, ປັບປຸງກົນໄກພັດທະນາແບບສີຂຽວ ແລະ ກາກບອນຕ່ຳນັ້ນໃຫ້ຄົບຖ້ວນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ຄວາມໝັ້ນຄົງຂອງຊາດ ເປັນພື້ນຖານສຳຄັນທີ່ເຮັດໃຫ້ຄວາມທັນສະໄໝແບບຈີນກ້າວເດີນໄປໄກຢ່າງໜັກແໜ້ນ. ຕ້ອງຈັດຕັ້ງປະຕິບັດທັດສະນະຄວາມໝັ້ນຄົງຂອງຊາດໂດຍລວມຢ່າງຮອບດ້ານ, ປັບປຸງໂຄງປະກອບ ແລະ ກົນໄກປົກປັກຮັກສາຄວາມໝັ້ນຄົງຂອງຊາດນັ້ນໃຫ້ສົມບູນ, ບັນລຸການຊ່ວຍຊູຍູ້ໜູນກັນລະຫວ່າງການພັດທະນາທີ່ມີຄຸນນະພາບສູງກັບຄວາມໝັ້ນຄົງໃນລະດັບສູງ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມສະຫງົບຖາວອນຂອງຊາດ. ຕ້ອງປັບປຸງລະບົບຄວາມໝັ້ນຄົງຂອງຊາດໃຫ້ຄົບຖ້ວນ, ປັບປຸງກົນໄກຄຸ້ມຄອງຄວາມສະຫງົບສາທາລະນະໃຫ້ສົມບູນ, ປັບປຸງລະບົບຄຸ້ມຄອງສັງຄົມໃຫ້ຄົບຖ້ວນ, ປັບປຸງກົນໄກຄວາມໝັ້ນຄົງຂອງຊາດທີ່ກ່ຽວຂ້ອງກັບຕ່າງປະເທດນັ້ນໃຫ້ສົມບູນ.

ກອງປະຊຸມຄົບຄະນະ ສະເໜີອອກວ່າ: ຄວາມທັນສະໄໝດ້ານການປ້ອງກັນຊາດ ແລະ ກອງທັບເປັນພາກສ່ວນສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນການນຳພາເດັດຖານຂອງພັກຕໍ່ກອງທັບປະຊາຊົນ, ລົງເລິກປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງດ້ວຍການປະຕິຮູບ, ສະໜອງສິ່ງຮັບປະກັນທີ່ແຂງແຮງ ໃຫ້ແກ່ການບັນລຸເປົ້າໝາຍສູ້ຊົນ ໃນໂອກາດທີ່ສ້າງຕັ້ງກອງທັບຄົບຮອບ 100 ປີ ພ້ອມດ້ວຍການບັນລຸຄວາມທັນສະໄໝດ້ານການປ້ອງກັນຊາດ ແລະ ກອງທັບໂດຍພື້ນຖານ. ຕ້ອງປັບປຸງໂຄງປະກອບ ແລະ ກົນໄກນຳພາ-ຄຸ້ມຄອງກອງທັບປະຊາຊົນນັ້ນໃຫ້ສົມບູນ, ລົງເລິກປະຕິຮູບລະບົບສູ້ຮົບຮ່ວມກັນ, ລົງເລິກປະຕິຮູບທີ່ກວມເອົາກອງທັບ-ທ້ອງຖິ່ນ.

ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການນຳພາຂອງພັກ ເປັນສິ່ງຮັບປະກັນຂັ້ນພື້ນຖານທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ຕ້ອງເຊື່ອມຊຶມຄວາມໝາຍຕັດສິນຊີ້ຂາດຂອງ “2 ກຳນົດ” ຢ່າງເລິກເຊິ່ງ, ເພີ່ມທະວີ “4 ສະຕິ”, ມີຄວາມເດັດດ່ຽວໃນ “4 ໝັ້ນໃຈຕົນເອງ”, ເຮັດໃຫ້ໄດ້ “2 ປົກປັກຮັກສາ”, ຮັກສາສະຕິຕື່ນຕົວໃນລະດັບສູງ ທີ່ນຳພາການປະຕິຮູບທາງສັງຄົມດ້ວຍການປະຕິວັດຕົນເອງຂອງພັກ, ຍຶດໝັ້ນການຄຸ້ມຄອງພັກດ້ວຍນ້ຳໃຈປະຕິຮູບ, ປັບປຸງລະບົບລະບຽບການແຫ່ງການປະຕິວັດຕົນເອງຂອງພັກນັ້ນໃຫ້ສົມບູນ, ຊຸກຍູ້ການສ້າງຕົນເອງໃຫ້ປອດໃສ ປັບປຸງຕົນເອງໃຫ້ສົມບູນ ປ່ຽນແປງຕົນເອງ ແລະ ຍົກລະດັບຕົນເອງຂອງພັກຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ພັກກາຍເປັນແກນນຳທີ່ແຂງແກ່ນຂອງພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສະເໝີຕົ້ນສະເໝີປາຍ. ຕ້ອງຍຶດໝັ້ນການນຳພາລວມສູນເປັນເອກະພາບຂອງສູນກາງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ລົງເລິກປະຕິຮູບລະບຽບການກໍ່ສ້າງພັກ, ລົງເລິກຊຸກຍູ້ການສ້າງແບບແຜນຂອງພັກ ການບໍລິຫານແບບປອດໃສຂາວສະອາດຂອງລັດ ແລະ ການຕ້ານການສໍ້ລາດບັງຫຼວງ, ກຳແໜ້ນການຈັດຕັ້ງປະຕິບັດດ້ວຍນ້ຳໃຈຕອກຕະປູ.

ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ຄວາມທັນສະໄໝແບບຈີນ ເປັນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ. ຕ້ອງຍຶດໝັ້ນປະຕິບັດຕາມນະໂຍບາຍການຕ່າງປະເທດໂດຍສັນຕິທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ປະຕິບັດຄ່ານິຍົມຮ່ວມຂອງມວນມະນຸດ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ລິເລີ່ມການຫັນເປັນຫຼາຍຂົ້ວຂອງໂລກຢ່າງສະເໝີພາບ ແລະ ເປັນລະບຽບ ພ້ອມດ້ວຍເສດຖະກິດໂລກາພິວັດແບບມີຜົນປະໂຫຍດທົ່ວເຖິງ ແລະ ກວມລວມ, ລົງເລິກປະຕິຮູບກົນໄກເຮັດວຽກການຕ່າງປະເທດ, ເຂົ້າຮ່ວມການນຳພາໃນການປະຕິຮູບ ແລະ ການສ້າງລະບົບຄຸ້ມຄອງໂລກ, ປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດຢ່າງເດັດດ່ຽວໜຽວແໜ້ນ.

ກອງປະຊຸມຄົບຄະນະ ຊີ້ແຈງວ່າ: ການເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະໃຫ້ດີ ເປັນໜ້າທີ່ການເມືອງອັນສຳຄັນຢ່າງໜຶ່ງຂອງທົ່ວພັກ ແລະ ທົ່ວປະເທດໃນປັດຈຸບັນ ກໍຄືໄລຍະຕໍ່ໜ້າ. ຕ້ອງລົງເລິກເຊື່ອມຊຶມຈິດໃຈກອງປະຊຸມຄົບຄະນະ, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງຕໍ່ຫົວຂໍ້ຫຼັກ ຫຼັກການສຳຄັນ ມາດຕະການສຳຄັນ ແລະ ສິ່ງຮັບປະກັນພື້ນຖານຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ທົ່ວພັກຕ້ອງເສີມຂະຫຍາຍນ້ຳໃຈຕອກຕະປູ, ຮ່ວມແຮງຮ່ວມໃຈກັນກຳແໜ້ນການຈັດຕັ້ງປະຕິບັດ “ຂໍ້ຕົກລົງ” ໃຫ້ດີ, ຫັນປ່ຽນແຜນຍຸດທະສາດທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໃຫ້ກາຍເປັນກຳລັງແຮງທີ່ເຂັ້ມແຂງ ໃນການຊຸກຍູ້ຄວາມທັນສະໄໝແບບຈີນ.

ກອງປະຊຸມຄົບຄະນະ ໄດ້ຄົ້ນຄວ້າຕີລາຄາສະພາບການ ແລະ ໜ້າທີ່ໃນປັດຈຸບັນ, ໂດຍເນັ້ນໜັກເຖິງການບັນລຸເປົ້າໝາຍພັດທະນາເສດຖະກິດ-ສັງຄົມໃນຕະຫຼອດປີ ຢ່າງເດັດດ່ຽວບໍ່ຫວັ່ນໄຫວຄອນແຄນ. ຕ້ອງອີງຕາມແຜນນະໂຍບາຍຂອງສູນກາງພັກກ່ຽວກັບວຽກງານເສດຖະກິດ, ຈັດຕັ້ງປະຕິບັດນະໂຍບາຍມະຫາພາກໃຫ້ດີ, ຕັ້ງໜ້າເປີດກວ້າງຄວາມຕ້ອງການພາຍໃນປະເທດ, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ຕາມສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ເລັ່ງລັດບຳລຸງສ້າງແຮງຂັບເຄື່ອນໃໝ່ດ້ານການຄ້າກັບຕ່າງປະເທດ, ຊຸກຍູ້ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳຢ່າງໜັກແໜ້ນ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ຮັດແໜ້ນ ແລະ ເປີດກວ້າງຜົນງານແຫ່ງການລຶບລ້າງຄວາມທຸກຍາກ. ຕ້ອງສະຫຼຸບ ແລະ ປະເມີນຜົນສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14, ດຳເນີນວຽກງານໄລຍະຕົ້ນຂອງການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໃຫ້ດີຢ່າງແທ້ຈິງ.

ກອງປະຊຸມຄົບຄະນະ ຊີ້ແຈງວ່າ: ຕ້ອງວາງແຜນເປັນເອກະພາບກັນ ໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງ, ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ປ້ອງກັນ ແລະ ແກ້ໄຂຄວາມສ່ຽງໃນຂົງເຂດສຳຄັນຕ່າງໆໃຫ້ດີ ເຊັ່ນ: ເຮືອນຢູ່-ທີ່ດິນ ໜີ້ສິນຂອງອົງການປົກຄອງທ້ອງຖິ່ນ ອົງການທະນາຄານຂະໜາດກາງ-ນ້ອຍ ແລະອື່ນໆ, ຈັດຕັ້ງປະຕິບັດຄວາມຮັບຜິດຊອບດ້ານການຜະລິດທີ່ປອດໄພຢ່າງເຂັ້ມງວດ, ປັບປຸງມາດຕະການຕິດຕາມວັດແທກ ປ້ອງກັນ ແລະ ຄວບຄຸມໄພທຳມະຊາດ ໂດຍສະເພາະແມ່ນໄພນ້ຳຖ້ວມນັ້ນໃຫ້ສົມບູນ, ສ້າງເຄືອຂ່າຍປ້ອງກັນ-ຄວບຄຸມຄວາມສ່ຽງດ້ານຄວາມສະຫງົບທາງສັງຄົມນັ້ນໃຫ້ແໜ້ນໜາ, ປົກປັກຮັກສາຄວາມສະຫງົບທາງສັງຄົມຢ່າງແທ້ຈິງ. ຕ້ອງເພີ່ມທະວີການຊີ້ນຳນຳພາດ້ານຫາງສຽງ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງດ້ານຮູບຖານຈິດສຳນຶກຢ່າງມີປະສິດທິຜົນ. ຕ້ອງຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍພາຍນອກຢ່າງມີປະສິດທິຜົນ, ນຳພາໃນການຄຸ້ມຄອງໂລກ, ເປັນເຈົ້າການສ້າງສະພາບແວດລ້ອມພາຍນອກທີ່ມີເງື່ອນໄຂເອື້ອອຳນວຍ.

ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ຕ້ອງປະສານສົມທົບລະຫວ່າງການເຊື່ອມຊຶມ ໂຄສະນາ ແລະ ຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະ, ກຳແໜ້ນການປະກອບອາວຸດດ້ວຍທິດສະດີທີ່ປະດິດສ້າງໃໝ່ຂອງພັກໃຫ້ດີ, ຍົກລະດັບລັດທິມາກ ແລະ ຄວາມສາມາດດ້ານການສ້າງຄວາມທັນສະໄໝຂອງທົ່ວພັກໃຫ້ສູງຂຶ້ນ. ຕ້ອງປັບປຸງລະບົບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານນັ້ນໃຫ້ຄົບຖ້ວນ, ປັບປຸງແບບແຜນວິທີເຮັດວຽກຢ່າງແທ້ຈິງ, ແກ້ໄຂບັນຫາຄົງຄ້າງຂອງລັດທິຮູບການ ແລະ ລັດທິອາຍາສິດ, ຫຼຸດຜ່ອນພາລະຂອງຮາກຖານຢ່າງຕໍ່ເນື່ອງ, ລົງເລິກຊຸກຍູ້ການສ້າງແບບແຜນຂອງພັກ ການບໍລິຫານແບບປອດໃສຂາວສະອາດຂອງລັດ ແລະ ການຕ້ານການສໍ້ລາດບັງຫຼວງ, ປະຕິບັດວຽກງານລາດຕະເວນກວດກາຢ່າງໜັກແໜ້ນ. ຕ້ອງຮັດແໜ້ນ ແລະ ເປີດກວ້າງຜົນງານຂອງບັ້ນສຶກສາອົບຮົມທີ່ມີຫົວຂໍ້ຫຼັກ, ລົງເລິກການຮ່ຳຮຽນ ແລະ ສຶກສາອົບຮົມດ້ານລະບຽບວິໄນຂອງພັກ, ປົກປັກຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນຂອງພັກ, ເພີ່ມທະວີກຳລັງປະດິດສ້າງ ກຳລັງແຮງດຶງດູດ ແລະ ກຳລັງສູ້ຮົບຂອງພັກຢ່າງບໍ່ຢຸດຢັ້ງ.

ໂດຍອີງຕາມຂໍ້ກຳນົດໃນກົດລະບຽບຂອງພັກ, ກອງປະຊຸມຄົບຄະນະ ໄດ້ຕົກລົງເລື່ອນຊັ້ນຂອງສະຫາຍ ຕິ່ງຊ້ຽງຊວິນ ສະຫາຍ ຢວີລີ້ຈວິ່ນ ແລະ ສະຫາຍ ຢວີຈີຮົງ ກຳມະການສຳຮອງຄະນະກຳມະການສູນກາງພັກ ຂຶ້ນເປັນກຳມະການຂອງຄະນະກຳມະການສູນກາງພັກ.

ກອງປະຊຸມຄົບຄະນະ ຕົກລົງຮັບເອົາຄຳຮ້ອງຂໍລາອອກຈາກຄະນະກຳມະການສູນກາງພັກຂອງສະຫາຍ ຊິນກ່າງ ໂດຍປົດອອກຈາກຄະນະກຳມະການດັ່ງກ່າວ.

ກອງປະຊຸມຄົບຄະນະ ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສືບສວນສອບສວນຂອງຄະນະກຳມະການການທະຫານສູນກາງພັກຄອມມູນິດຈີນ ກ່ຽວກັບບັນຫາລະເມີດວິໄນ ແລະ ຜິດກົດໝາຍຂອງ ຫຼີຊ້າງຟູ ຫຼີຢວີ້ຊ່າວ ແລະ ຊຸ່ນຈິ່ນມິງ ໂດຍຢືນຢັນຕາມມາດຕະການລົງໂທດຂອງກົມການເມືອງສູນກາງພັກທີ່ໄດ້ປະຕິບັດໄປກ່ອນໜ້ານີ້ ໂດຍຂັບ ຫຼີຊ້າງຟູ ຫຼີຢວີ້ຊ່າວ ແລະ ຊຸ່ນຈິ່ນມິງ ອອກຈາກພັກ.

ກອງປະຊຸມຄົບຄະນະ ຮຽກຮ້ອງໃຫ້ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ຈົ່ງສາມັກຄີກັນຢູ່ອ້ອມຂ້າງສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງຢ່າງແໜ້ນແຟ້ນກວ່າເກົ່າ, ເຊີດຊູຄັນທຸງແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຮ່ວມແຮງຮ່ວມໃຈກັນ ບຸກບືນກ້າວໄປຂ້າງໜ້າ, ພະຍາຍາມບຸກບືນສູ້ຊົນ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 2, ຊຸກຍູ້ພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ.