ທ່ານສີຈິ້ນຜິງ: ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເຄັດລັບສຳຄັນຂອງພັກແລະປະຊາຊົນເພື່ອກ້າວໄປທ່ວງທັນຍຸກສະໄໝຢ່າງວ່ອງໄວ

2024-07-18 18:53:21 cri



ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກຄອມມູນິດຈີນໄດ້ກ່າວ ຄຳປາໄສສຳຄັນ ແລະ ຂຽນບົດຄວາມສຳຄັນ ຕ່າງໆ ເຊິ່ງມີເອກະລັກທີ່ໂດດເດັ່ນ, ມີທັດສະນະຄະຕິອັນເລິກແລບ ແລະ ມີເນື້ອໃນອັນເລິກເຊິ່ງ, ຖືປະຫວັດສາດ ເປັນແວ່ນແຍງ, ສ່ອງເຫັນສະພາບຄວາມ ເປັນຈິງໃນປັດຈຸບັນແລະຈ້ອງມອງ ເບິ່ງອະນາຄົດ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສັດຈະທຳຂອງລັດທິມາກ. ຄຳປາໄສ ແລະ ບົດຄວາມສຳຄັນເຫຼົ່ານີ້ລ້ວນແຕ່ເຕັມໄປດ້ວຍພາສາທີ່ມີມົນ ສະເໜ່ ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງແທ້ຈິງເຖິງແນວຄິດການ ບໍລິຫານປະເທດ ຂອງທ່ານສີຈິ້ນຜິງ, ທັງເປັນການສ່ອງແສງໃຫ້ເຫັນຢ່າງມີຊີວິຊີວາເຖິງມົນສະເໜ່ ທາງບຸກຄະລິກກະພາບ. ຕໍ່ໄປພວກເຮົາຈະພາທ່ານໄປສຳຜັດກັບ ມົນສະເໜ່ດ້ານສັບສຳນວນຂອງ ທ່ານສີຈິ້ນຜິງຜ່ານຈາກແງ່ມູມດ້ານຕ່າງໆ ເພື່ອຮັບຮູ້ທັດສະນະຂອງເພິ່ນກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກ.

ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ທີ່ຈັດຂຶ້ນເມື່ອປີ 1978 ໄດ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ຈີນໄດ້ເປີດຂະບວນການປະຫວັດສາດແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ.

 

ຈາກ “ລະບຽບການວ່າດ້ວຍການມອບເໝົາການຜະລິດກະສິກຳຕາມຂໍ້ຜູກພັນໃຫ້ຫົວໜ່ວຍຄອບຄົວ”ຮອດການກ້າທັບມ້າງແນວຄິດການແບ່ງປັນຜົນເທົ່າທຽມແບບ “ຕັກເຂົ້າໝໍ້ລວມ”, ຈາກການ “ຢັ່ງຫີນຂ້າມນ້ຳ” ຮອດ ການ “ບາກບັ່ນສູ້ຊົນໂດຍສາມາດບຸກເບີກເສັ້ນທາງທີ່ສະຫງ່າລາສີ”, ຈາກການ “ພົບພູກໍ່ສ້າງທາງຂ້າມຜ່ານ ພົບນ້ຳກ່ໍສ້າງຂົວຂ້າມ” ຮອດການ “ກ້າແກ້ໄຂຂອດຍາກ, ກ້າເຮັດໃນສິ່ງທີ່ມີຄວາມສ່ຽງຕ່າງໆ”… ການຫັນປ່ຽນແນວຄິດຕ່າງໆ ການປະຕິຮູບລະບຽບການ, ການເຄື່ອນໄຫວແບບປະສານສົມທົບເພື່ອໃຫ້ເປັນກຳລັງແຮງສັງລວມຄືແບບນີ້, ໄດ້ເຮັດໃຫ້ຈີນຫຍັບເຂົ້າໃກ້ກັບໃຈກາງເວທີສາກົນເທື່ອລະກ້າວ.

 

ປີ2018, ໃນພິທີສະເຫຼີມສະຫຼອງຄົບຮອບ 40 ປີ ແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຊີ້ໃຫ້ເຫັນວ່າ: “ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເຄັດລັບສຳຄັນຂອງພັກແລະປະຊາຊົນເພື່ອກ້າວໄປທ່ວງທັນຍຸກສະໄໝຢ່າງວ່ອງໄວ”. ທ່ານສີຈິ້ນຜິງໄດ້ໃຊ້ຄຳວ່າ “ເຄັດລັບ” ເພື່ອຢືນຢັນຢ່າງເຕັມສ່ວນເຖິງບົດບາດສຳຄັນແລະປະສິດທິຜົນອັນເຂັ້ມແຂງຂອງການປະຕິຮູບແລະເປີດປະຕູສູ່ພາຍນອກໃນການຊຸກຍູ້ຂະບວນການພັດທະສາເສດຖະກິດ-ສັງຄົມຈີນ.

 

   ການປະຕິຮູບແລະເປີດປະຕູສູ່ພາຍນອກໄດ້ກາຍເປັນເຄັດລັບສຳຄັນຂອງພັກແລະປະຊາຊົນຈີນເພື່ອກ້າວໄປທ່ວງທັນຍຸກສະໄໝຢ່າງວ່ອງໄວ, ສາເຫດສຳຄັນອັນໜຶ່ງກໍແມ່ນຍ້ອນການປະດິດສ້າງ.

 

   ດັ່ງທີ່ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ ການປະດິດສ້າງຄືຫົວໃຈຂອງການປະຕິຮູບແລະເປີດປະຕູສູ່ພາຍນອກ. ໃນນີ້, ຂົງເຂດວິທະຍາສາດເຕັກນິກເປັນຂົງເຂດທີ່ຕ້ອງການປະຕິຮູບຢ່າງບໍ່ຢຸດຢັ້ງທີ່ສຸດ.ເພິ່ນເນັ້ນໜັກວ່າ: “ການຊຸກຍູ້ການປະດິດສ້າງດ້ວຍຕົນເອງ, ສິ່ງທີ່ເລັ່ງດ່ວນທີ່ສຸດກໍແມ່ນຕ້ອງທັບມ້າງອຸປະສັກດ້ານໂຄງປະກອບແລະກົນໄກ, ປົດປ່ອຍແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງວິທະຍາສາດເຕັກນິກໃນຖານະເປັນກຳລັງການຜະລິດອັນດັບໜຶ່ງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.”

 

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກຄອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໄປຄຽງຄູ່ກັບນະໂຍບາຍແລະມາດຕະການຕ່າງໆເຊັ່ນ ແຜນປະຕິບັດການລົງເລິກການປະຕິຮູບໂຄງປະກອບວິທະຍາສາດເຕັກນິກເປັນຕົ້ນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ຈີນໄດ້ມີການບຸກທະລຸຕົວຈິງດ້ານການປະຕິຮູບໃນຂົງເຂດຈຸດສຸມແລະຂອດທີ່ເປັນຂໍກຸນແຈສຳຄັນ. ຕົວຢ່າງ: ໝາກຜົນແຫ່ງການປະດິດສ້າງໃນຂົງເຂດຕ່າງໆເຊັ່ນວິທະຍາສາດເຕັກນິກກວນຕຳ, ຊີວະວິທະຍາສາດແລະອື່ນໆໄດ້ປາກົດອອກຢ່າງບໍ່ຢຸດຢັ້ງ, ການຄົ້ນຄວ້າພັດທະນາເຕັກນິກຕ່າງໆເຊັ່ນ: ວົງຈອນໄຟຟ້າລວມ, ວັດສະດຸທີ່ທັນສະໄໝແລະອື່ນໆໄດ້ມີຄວາມຄືບໜ້າແບບບຸກທະລຸ, ຈີນຍັງໄດ້ເລັ່ງວາງແຜນການພັດທະນາກຳລັງຍຸດທະສາດແຫ່ງຊາດດ້ານວິທະຍາສາດເຕັກນິກ ແລະດັດຊະນີການປະດິດສ້າງຂອງຈີນໄດ້ຍົກສູງຂຶ້ນເປັນອັນດັບທີ12ຂອງໂລກ.

 



 ເມື່ອບໍ່ດົນມານີ້, ຕົວຢ່າງຢູ່ພື້ນຜິວດວງຈັນທີ່ມີນ້ຳໜັກ 1935,3 ກຣາມທີ່ຍານສຳຫຼວດດວງຈັນ “ສາງເອີ6” ຂອງຈີນໄດ້ເກັບເອົາມາຈາກຈຸດໄກທີ່ສຸດຂອງດວງຈັນນັ້ນໄດ້ຖືກຂົນສົ່ງໄປເຖິງຫ້ອງທົດລອງຕົວຢ່າງພື້ນຜິວດວງຈັນຢ່າງສຳເລັດຜົນ ແລະໄດ້ເຂົ້າສູ່ໄລຍະຄົ້ນຄວ້າວິທະຍາສາດຄັ້ງໃໝ່ຢ່າງເປັນທາງການ. ພາລະກິດຄັ້ງນີ້ໄດ້ບັນລຸເປົ້າໝາຍທີ່ຍານສຳຫຼວດດວງຈັນເກັບເອົາຕົວຢ່າງຢູ່ພື້ນຜິວຈຸດໄກທີ່ສຸດຂອງດວງຈັນໂດຍອັດຕະໂນມັດແລ້ວກັບຄືນສູ່ໜ່ວຍໂລກເປັນຄັ້ງທຳອິດຢູ່ໃນໂລກເຊິ່ງໄດ້ປະຈັກຕາຕໍ່ຊາວໂລກ.

ການປະຕິຮູບແລະເປີດປະຕູສູ່ພາຍນອກໄດ້ກາຍເປັນເຄັດລັບສຳຄັນຂອງພັກແລະປະຊາຊົນຈີນເພື່ອກ້າວໄປທ່ວງທັນຍຸກສະໄໝຢ່າງວ່ອງໄວ, ຍັງເປັນຍ້ອນວ່າ ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນແມ່ນໄດ້ຍຶດໝັ້ນຖືປະຊາຊົນເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ.

 

 ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ການສະແຫວງຫາຄວາມສຸກໃຫ້ກັບປະຊາຊົນ ແລະສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງໃຫ້ກັບປະຊາຊາດຈີນ ເປັນອຸດົມການແຕ່ຫົວທີແລະພາລະກຳຂອງຊາວຄອມມູນິດຈີນ ແລະກໍເປັນອຸດົມການແຕ່ຫົວທີແລະພາລະກຳຂອງການປະຕິຮູບແລະເປີດປະຕູສູ່ພາຍນອກເຊັ່ນດຽວກັນ. ເພິ່ນເນັ້ນໜັກວ່າ: ປະຊາຊົນເອົາໃຈໃສ່ສິ່ງໃດ, ຄອງຄອຍສິ່ງໃດ, ການປະຕິຮູບກໍຕ້ອງກຳແໜ້ນສິ່ງນັ້ນແລະຊຸກຍູ້ສິ່ງນັ້ນ.

 

ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ຊຸກຍູ້ການປະຕິບັດແຜນການປະຕິຮູບຫຼາຍກວ່າ2000ສະບັບເພື່ອລົງເລິກການປະຕິຮູບຢ່າງຮອບດ້ານໃຫ້ຂະຫຍາຍຕົວລົງສູ່ລວງເລິກແລະລວງກວ້າງ, ໃນນັ້ນ, ຄຳວ່າ “ປະຊາຊົນ” ແມ່ນໄດ້ສອດຫ້ອຍເຂົ້າໃນເນື້ອໃນແຜນການເຫຼົ່ານີ້.

 

 ຕົວຢ່າງ: ການປະຕິຮູບລະບຽບການສຳມະໂນຄົວໄດ້ທັບມ້າງອຸປະສັກລະຫວ່າງຕົວເມືອງກັບຊົນນະບົດ, ແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ໄດ້ເຂົ້າເຖິງຈິດໃຈຂອງປະຊາຊົນຢ່າງເລິກເຊິ່ງ, ຮູບແບບບໍລິການ ທີ່ເຮັດໃຫ້ວິສາຫະກິດແລະປະຊາຊົນໃຊ້ບໍລິການຢູ່ອົງການປົກຄອງຢ່າງສະດວກວ່ອງໄວຄື “ແລ່ນເອກະສານຫຼາຍສຸດພຽງເທື່ອດຽວເທົ່ານັ້ນ” ໄດ້ຄ່ອຍໆເຂົ້າແທນອັນທີ່ວ່າ “ທ່າທີບໍລິການບໍ່ດີ, ເຂົ້າເຖິງການບໍລິການຍາກແລະແລ່ນເອກະສານຫຼາຍເທື່ອບໍ່ສຳເລັດ” ແລະອື່ນໆ, ເຊິ່ງມາດຕະການປະຕິຮູບຕ່າງໆໄດ້ເພີ່ມທະວີການປະຕິບັດຢ່າງຕໍ່ເນື່ອງໃນຂົງເຂດກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ການປະກອບອາຊີບ, ການສຶກສາ, ການບໍລິການຮັກສາສຸຂະພາບແລະສາທາລະນະສຸກ, ການປະກັນສັງຄົມ, ການບໍລິການສາທາລະນະເປັນຕົ້ນ.

 



   ໄລຍະມໍ່ໆມານີ້, ຄຳວ່າ “Cityຫຼືບໍ່” ໄດ້ນິຍົມເວົ້າກັນຢູ່ພາຍໃນປະເທດຈີນຈົນເຜີຍແຜ່ໄປເຖິງຕ່າງປະເທດອີກ. ພາຍໃຕ້ການຮຽນແບບແລະສະແດງຂອງຊາວເນັດຈີນແລະຕ່າງປະເທດ, ຄຳວ່າ  “Cityຫຼືບໍ່” ໄດ້ກາຍເປັນຄຳສັບນິຍົມທາງອິນເຕີເນັດທີ່ນັກທ່ອງທ່ຽວຕ່າງປະເທດໃຊ້ໃນການຍ້ອງຍໍການຫັນເປັນຕົວເມືອງ, ຄວາມທັນສະໄໝແລະຄວາມສຸກຂອງປະຊາຊົນຈີນ.

 

   ຈາກການຂີ່ລົດໄຟຄວາມໄວສູງຮອດການສຳຜັດລົດຍົນບໍ່ມີຄົນຂັບ, ຈາກການນຸ່ງຊຸດເຜົ່າຮັ້ນຖ່າຍຮູບໃນແຫຼ່ງທ່ອງທ່ຽວຮອດການຊີມອາຫານແຊບຊ້ອຍຂອງຈີນ, ຈາກ ວິທີການຈ່າຍເງິນຜ່ານແອັບທີ່ສະດວກວ່ອງໄວຈົນຮອດຈົນຮອດການຊົມໃຊ້ການບໍລິການສາທາລະນະທີ່ມີປະສິດທິພາບສູງ, ນັກທ່ອງທ່ຽວຕ່າງປະເທດພາກັນຍ້ອງວ່າ: “ມັນສຸດຍອດເລີຍ!” ທັງໝົດນີ້ລ້ວນແຕ່ເປັນພາບຫຍໍ້ທີ່ມີຊີວິດຊີວາທີ່ສະແດງໃຫ້ເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ກ້າວໄປທວງທັນກັບຍຸກສະໄໝຢ່າງວ່ອງໄວ.

 

   ການເປີດກວ້າງການເປີດປະຕູສູ່ພາຍນອກເປັນແຮງຂັບເຄື່ອນສຳຄັນໃນການລົງເລິກການປະຕິຮູບ.

 

ທ່ານສີຈິ້ນຜິງເຄີຍໄດ້ຊີ້ແຈງຢ່າງເລິກເຊິ່ງກ່ຽວກັບການພົວພັນໃນຕົວລະຫວ່າງການປະຕິຮູບກັບການເປີດປະຕູສູ່ພາຍນອກ.ເພິ່ນຊີ້ໃຫ້ເຫັນວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກແມ່ນເພີ່ມແຮງຊຸກຍູ້ ແລະ ຕໍ່ເຕີມເສີມສ້າງໃຫ້ແກ່ກັນ ແລະ ຊ່ວຍຊູຍູ້ໜູນກັນ, ການປະຕິຮູບຕ້ອງຮຽກຮ້ອງໃຫ້ເປີດປະຕູສູ່ພາຍນອກແນ່ນອນ, ການເປີດປະຕູສູ່ພາຍນອກກໍຕ້ອງຮຽກຮ້ອງໃຫ້ປະຕິຮູບແນ່ນອນເຊັ່ນດຽວກັນ.

 

   ໃນຍຸກໃໝ່, ການປະສານສົມທົບກັນຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງແລະເປີດປະຕູສູ່ພາຍນອກໃນລະດັບສູງ ເປັນສິ່ງຮັບປະກັນອັນສຳຄັນໃນການໝູນໃຊ້ເຄັດລັບທີ່ວ່າ ການປະຕິຮູບແລະເປີດປະຕູສູ່ພາຍນອກໃຫ້ເກີດມີປະສິດທິຜົນທີ່ດີ.

 

   ວັນທີ29ກັນຍາ2013, ເຂດທົດລອງການຄ້າເສລີແຫ່ງທຳອິດຂອງຈີນໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຊຽງໄຮ. ເດືອນພຶດສະພາປີ2014, ໃນເວລາລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ເຂດທົດລອງການຄ້າເສລີຊຽງໄຮ, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຖືເອົາການເປີດກວ້າງການເປີດປະຕູສູ່ພາຍນອກປະສານສົມທົບກັບການປະຕິຮູບໂຄງປະກອບ.

 



   ການປະຕິຮູບແຕ່ລະຮອບ ມັກຈະພາໃຫ້ມີການເປີດປະຕູສູ່ພາຍນອກຮອບໃໝ່, ສ່ວນການເປີດປະຕູສູ່ພາຍນອກທີ່ເລິກເຊິ່ງກວ່າເກົ່າກໍຍ່ອມຈະຊຸກຍູ້ການປະຕິຮູບຂະຫຍາຍຕົວເຂົ້າສູ່ລວງເລິກແລະລວງກວ້າງຢ່າງແນ່ນອນ. ທຸກມື້ນີ້, ມາດຕະການຄຸ້ມຄອງພິເສດກ່ຽວກັບການເຂົ້າເຖິງຕະຫຼາດຈີນສຳລັບນັກລົງທຶນຕ່າງປະເທດໃນບັນຊີດ້ານລົບຂອງເຂດທົດລອງການຄ້າເສລີຊຽງໄຮ້ໄດ້ຫຼຸດຈາກ190ຂໍ້ເຫຼືອພຽງ27ຂໍ້ເທົ່ານັ້ນ, ຈີນໄດ້ເຜີຍແຜ່ຜົນງານປະດິດສ້າງດ້ານລະບຽບການຂອງເຂດທົດລອງການຄ້າເສລີ 349 ລາຍການໄປນຳໃຊ້ໃນທົ່ວປະເທດ. ນັບແຕ່ປີ2013ເປັນຕົ້ນມາ, ຈີນໄດ້ສ້າງຕັ້ງເຂດທົດລອງການຄ້າເສລີຈຳນວນ22ແຫ່ງຕາມລຳດັບ, ເຊິ່ງໄດ້ກາຍເປັນສະພາບການປະດິດສ້າງດ້ານການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ປົກຄຸມທົ່ວປະເທດ,ປະສານສົມທົບກັນຊຸກຍູ້ເຂດແຄມຝັ່ງທະເລ, ເຂດໃນ ແລະເຂດຊາຍແດນໃຫ້ພັດທະນາໄປຄຽງຄູ່ກັນ.

 


ທຸກມື້ນີ້, ຍອດມູນຄ່າການຄ້າສິນຄ້າຂອງຈີນໄດ້ຄອງຖານະອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ, ກາຍເປັນຄູ່ການຄ້າສຳຄັນຂອງ140ກວ່າປະເທດແລະເຂດແຄວ້ນຢູ່ໃນໂລກ. ຈີນໄດ້ຮ່ວມກັບ150ກວ່າປະເທດແລະ30ກວ່າອົງການຈັດຕັ້ງສາກົນລົງນາມໃນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຫຼາຍກວ່າ230ສະບັບ. ນອກນີ້, ໂດຍຜ່ານຈາກການເປັນເຈົ້າພາບຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດສິນຄ້ານຳເຂົ້າສົ່ງອອກຂອງຈີນແລະງານວາງສະແດງສິນຄ້າລະດັບສາກົນຕ່າງໆ, ຈີນໄດ້ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ໃນເວລາທ່ານສີຈິ້ນຜິງພົບປະກັບຜູ້ນຳຕ່າງປະເທດສອງຄັ້ງເມື່ອວັນທີ10ກໍລະກົດ2024ຄື ທ່ານແອັມບາໂລ ປະທານາທິບໍດີກີເນບິດຊາວ ແລະທ່ານນາງ ເຊເຮີ ຮາຊີນາ ນາຍົກລັດຖະມົນຕີບັງກະລາເດັດ ລ້ວນແຕ່ໄດ້ສະແດງຄວາມເຄົາລົບນັບຖືຕໍ່ທ່ານສີຈິ້ນຜິງກ່ຽວກັບຜົນສຳເລັດອັນຍິ່ງໃຫຍ່ດ້ານການພັດທະນາຂອງຈີນ, ພ້ອມທັງຫວັງຢາກຮຽນເອົາແລະຖອດຖອນບົດຮຽນແລະແນວຄິດການພັດທະນາຂອງຈີນເພື່ອເປີດກວ້າງການຮ່ວມມືແລະແລກປ່ຽນກັນ.

 

ຄືດັ່ງທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເຄັດລັບສຳຄັນຂອງພັກແລະປະຊາຊົນເພື່ອກ້າວໄປທ່ວງທັນຍຸກສະໄໝຢ່າງວ່ອງໄວ. ການປະຕິຮູບຂອງຈີນຈະບໍ່ຢຸດຈຶ້ງ, ການເປີດປະຕູສູ່ພາຍນອກຈະບໍ່ຢຸດບາດກ້າວ.