ການປະກາດນຳໃຊ້ວິທະຍາສາດເຕັກໂນໂລຊີ 10 ຢ່າງຂອງCMG ໃນການຖ່າຍທອດສົດງານກິລາໂອລິມປິກປາຣີ

2024-07-18 14:37:01 cri


   ວັນທີ 17 ກໍລະກົດນີ້, ກອງປະຊຸມຖະແຫຼງຂ່າວກ່ຽວກັບການປະກາດນຳໃຊ້ວິທະຍາສາດເຕັກໂນໂລຊີ 10 ຢ່າງຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນການຖ່າຍທອດສົດງານກິລາໂອລິມປິກປາຣີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ວິທະຍາສາດເຕັກໂນໂລຊີ 10 ຢ່າງທີ່ CMG ເປັນເຈົ້າການຄົ້ນຄວ້າພັດທະນາໄດ້ເປີດໂສມໜ້າຢູ່ໃນງານຖະແຫຼງຂ່າວດັ່ງກ່າວ.

   CMGແມ່ນສື່ມວນຊົນຕ່າງປະເທດທີ່ໄດ້ຊະນະການປະມູນຖ່າຍທອດສົດລາຍການແຂ່ງຂັນງານກິລາໂອລິມປິກປາຣີຫຼາຍທີ່ສຸດ. ເພື່ອຖ່າຍທອດສົດລາຍງານຂ່າວງານກິລາໂອລິມປິກປາຣີປີ 2024 ໃຫ້ດີ, CMG ໄດ້ນຳໃຊ້ເຕັກນິກໃໝ່ຕ່າງໆ ເຊັ່ນ ຄວາມລະອຽດສູງພິເສດ 8K, ບັນຍາປະດິດ, 5G ແລະຊ່ອງທາງອອນລາຍ, ນຳໃຊ້ລະບົບຈັດທຳລາຍການແລະອຸປະກອນສຳຄັນເພື່ອຖ່າຍທອດສົດທີ່ຄົ້ນຄວ້າພັດທະນາດ້ວຍຕົນເອງ, ສ້າງຮູບແບບການຖ່າຍທອດສົດການຫຼອມລວມສື່ດ້ວຍຫຼາຍຊ່ອງແລະຫຼາຍອຸປະກອນປາຍທາງ ເພື່ອລາຍງານຂ່າວງານກິລາໂອລິມປິກປາຣີຢ່າງຮອບດ້ານແລະລະອຽດ, ສະໜອງລາຍການງານມະຫະກຳກິລາໂອລິມປິກປາຣີທີ່ໜ້າຊົມແລະໜ້າຟັງອີກຄັ້ງໜຶ່ງໃຫ້ຜູ້ຊົມທົ່ວໂລກ.