ຈີນສຸມໃສ່ແກ້ໄຂບັນຫາທາງທະເລຢ່າງເໝາະສົມກັບຟິລິບປິນໂດຍຜ່ານການສົນທະນາ ແລະ ເປິກສາຫາລືກັນມາໂດຍຕະຫຼອດ

2024-07-18 10:08:46 CRI

    ວັນທີ 17 ກໍລະກົດນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍແນະນຳວ່າ: ຈີນສຸມໃສ່ແກ້ໄຂບັນຫາທາງທະເລຢ່າງເໝະາສົມກັບຟິລິບປິນ ໂດຍຜ່ານການສົນທະນາ ແລະ ເປິກສາຫາລືກັນມາໂດຍຕະຫຼອດ.


 

     ທ່ານລີນຈ້ຽນກ່າວວ່າ: ໃນກອງປະຊຸມຄັ້ງທີ 9 ຂອງກົນໄກຫາລືສອງຝ່າຍກ່ຽວກັບບັນຫາທະເລຈີນໃຕ້ລະຫວ່າງຈີນ ກັບ ຟິລິບປິນ ທີ່ຈັດຂຶ້ນໃນຕົ້ນເດືອນກໍລະກົດນີ້, ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຕໍ່ການປັບປຸງກົນໄກແລກປ່ຽນກັນໃນບັນຫາທາງທະເລໃຫ້ສົມບູນຂຶ້ນ. ສອງປະເທດເຫັນດີເພີ່ມທະວີການແລກປ່ຽນ ແລະ ສົນທະນາກັນໃນບັນຫາທາງທະເລໂດຍຜ່ານທາງການທູດ ແລະຕຳຫຼວດທາງທະເລສອງປະເທດຕື່ມອີກ ເພື່ອພ້ອມກັນປົກປັກຮັກສາສະຖຽນລະພາບໃນທະເລ ແລະ ສະພາບກວມລວມພຂອງການພົວພັນລະຫວ່າງຈີນ ກັບ ຟິລິບປິນ.